ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີຊາວຊີເຣຍຫຼາຍຂຶ້ນ ຖືກຍົກຍ້າຍອອກ ຂະນະທີ່ UN ຊັ່ງຊາເບິ່ງ ແຜນການສົ່ງ ຜູ້ສັງເກດການໄປເບິ່ງ

Syria Aleppo
please wait
Embed

No media source currently available

0:00 0:01:21 0:00

ໃນວັນຈັນມື້ນີ້ ໄດ້ມີການຍົກຍ້າຍພົນລະເຮືອນເພີ້ມຕື່ມອີກ ອອກຈາກພື້ນທີ່ແຫ່ງ
ສຸດທ້າຍ ຂອງເມືອງອາເລັບໂປ ໃນຊີເຣຍ ທີ່ປົກຄອງໂດຍພວກຕໍ່ຕ້ານລັດຖະບານ
ຊີເຣຍ ແລະ ສອງຄຸ້ມບ້ານທີ່ປິດລ້ອມໂດຍພວກກະບົດນັ້ນ.

ບັນດານັກເຄື່ອນໄຫວ ແລະ ພວກເຈົ້າໜ້າທີ່ໃນທ້ອງຖິ່ນ ກ່າວວ່າ ລົດເມປະມານ
20 ຄັນ ທີ່ເຕັມໄປດ້ວຍພວກຄົນຍົກຍ້າຍຖິ່ນຖານ ໄດ້ເດີນທາງຈາກທິດຕາເວັນອອກ ຂອງເມືອງອາເລັບໂປ ໄປຍັງພື້ນທີ່ໆປົກຄອງໂດຍຝ່າຍຕໍ່ຕ້ານລັດຖະບານຊີເຣຍ ອັນເປັນສ່ວນໜຶ່ງຂອງການປະຕິບັດ ທີ່ໄດ້ເລີ້ມຕົ້ນຂຶ້ນ ເມື່ອສັບປະດາແລ້ວນີ້.

ຊາຍຄົນຊີເຣຍ ທີ່ໄດ້ຮັບບາດເຈັບ ຜູ້ທີ່ໄດ້ຖືກຍົກຍ້າຍອອກຈາກຄຸ້ມບ້ານ ທີ່ປົກຄອງໂດຍ ພວກກະບົດຕໍ່ຕ້ານລັດຖະບານ ໃນເມືອງອາເລັບໂປ, ຖືກຫາມອອກໄປ ໃນເວລາເດີນທາງມາເຖິງ ທີ່ໝັ້ນ ຂອງຂົງເຂດ Khan al-Aassal ຢູ່ທາງຕາເວັນຕົກ ຂອງເມືອງ, ວັນທີ 15 ທັນວາ 2016.

ຫຼາຍພັນຄົນ ຍັງຕົກຄ້າງຢູ່ໃນພາກຕາເວັນອອກຂອງອາເລັບໂປ ບ່ອນທີ່ພວກຕໍ່
ຕ້ານລັດຖະບານຊີເຣຍ ໄດ້ຍຶດຄອງມາ ຕັ້ງແຕ່ປີ 2012 ແຕ່ໄດ້ສູນເສຍ ການຄວບ ຄຸມອານາເຂດຂອງພວກເຂົາເຈົ້າ ເກືອບທັງໝົດ ໃນລະຫວ່າງການບຸກໂຈມຕີ ໂດຍກຳລັງທະຫານ ລັດຖະບານ ຊີເຣຍ.

ໃນການແລກປ່ຽນ ສຳລັບການຍົກຍ້າຍພົນລະເຮືອນອອກຈາກອາເລັບໂປ ລັດຖະ ບານຊີເຣຍ ໄດ້ຮຽກຮ້ອງ ໃຫ້ອະນຸຍາດ ໃຫ້ພວກພົນລະເຮືອນຫຼາຍພັນຄົນ ທີ່ເຈັບ
ປ່ວຍ ແລະ ບາດເຈັບ ອອກໄປຈາກຄຸ້ມບ້ານ Foua ແລະ Kefraya ຢູ່ໃນແຂວງ
Idlib ທາງພາກຕາເວັນຕົກສຽງເໜືອ ຂອງຊີເຣຍ.

ອົງການສິ້ງຊອມສິດທິມະນຸດ ຂອງຊີເຣຍ ທີ່ມີຫ້ອງການຕັ້ງຢູ່ໃນອັງກິດ ໄດ້ກ່າວວ່າ
ລົດເມ 10 ຄັນ ໄດ້ເດີນທາງອອກຈາກສອງຄຸ້ມບ້ານດັ່ງກ່າວແລ້ວ ໃນວັນຈັນມື້ນີ້ ໂດຍບັນທຸກພວກຍົກຍ້າຍຖິ່ນຖານອອກໄປ.

ຂະບວນພວກລົດເມ ໄດ້ຖືກສົ່ງເຂົ້າໄປຮັບເອົາ ພົນລະເມືອງ ໃນຄຸ້ມບ້ານ al-Foua ແລະ Kafraya ອອກມານັ້ນ ໄດ້ເດີນທາງໄປຮອດ ປ້ອມກວດກາ ທີ່ປົກຄອງໂດຍພວກກະບົດຕໍ່ຕ້ານລັດຖະບານຊີເຣຍ ຢູ່ນອກ ສອງຄຸ້ມບ້ານດັ່ງກ່າວ ທີ່ຖືກປິດລ້ອມໂດຍພວກກະບົດ, ວັນທີ 18 ທັນວາ 2016.

ໃນວັນອາທິດວານນີ້ ພວກນັກລົບກະບົດທີ່ເປັນເຄືອຂ່າຍ ຂອງກຸ່ມ al-Qaida ໄດ້
ໂຈມຕີ ແລະ ເຜົາພວກລົດເມ ທີ່ມຸ້ງໜ້າໄປຍັງຄຸ້ມບ້ານ Foua ແລະ Kefraya ຊຶ່ງ ໄດ້ດຶງດູດເອົາການຕຳນິຢ່າງໜັກ ຈາກທີ່ປຶກສາດ້ານມະນຸສະທຳ ຂອງອົງການ ສະຫະປະຊາຊາດ ສຳລັບຊີເຣຍ ທ່ານ Jan Egeland.

ທ່ານ Egeland ໄດ້ສະແດງຄວາມບໍ່ພໍໃຈ ຂຽນລົງຜ່ານທາງ Twitter ວ່າ “ພວກຕິດ ອາວຸດທີ່ບໍ່ມີຫົວຄິດ ເຜົາຜານພວກລົດເມ ທີ່ເດີນທາງໄປຍັງຄຸ້ມບ້ານ Foua ແລະ Kefraya ໂດຍທຳລາຍ ການຍົກຍ້າຍ ແລະ ການບັນເທົາຄວາມທຸກຍາກ ຂອງ ພວກພົນລະເຮືອນ ຢູ່ໃນພື້ນທີ່ເຂດປິດລ້ອມ ຂອງຊີເຣຍ.”

ອົງການສິ້ງຊອມຂອງຊີເຣຍ ໄດ້ກ່າວວ່າ ກຸ່ມ Jabhat Fatah al-Sham ທີ່ເຄີຍຮູ້ ຈັກກັນວ່າ Nusra Front ນັ້ນ ແມ່ນຢູ່ເບື້ອງຫຼັງຂອງການເຜົາລົດເມ ດັ່ງກ່າວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Some Aleppo Refugees Arrive in Turkey, Others Still Stranded in Syria
please wait

No media source currently available

0:00 0:02:06 0:00

XS
SM
MD
LG