ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະຊາຊົນ ຊີເຣຍ ກຳລັງລໍຖ້າໃຫ້ຖືກຍົກຍ້າຍ ອອກໄປຈາກເມືອງ ອາເລັບໂປ


ປະຊາຊົນຍ່າງຜ່ານຊາກຫັກພັງຂອງໂຮງແຮມ Coral Julia Dumna ໃນເມືອງເກົ່າ ອາເລັບໂປ ທີ່ຖືກຄວບຄຸມໂດຍຝ່າຍ
ລັດຖະບານ. ເມືອງ Aleppo. 17 ທັນວາ, 2016.
ປະຊາຊົນຍ່າງຜ່ານຊາກຫັກພັງຂອງໂຮງແຮມ Coral Julia Dumna ໃນເມືອງເກົ່າ ອາເລັບໂປ ທີ່ຖືກຄວບຄຸມໂດຍຝ່າຍ ລັດຖະບານ. ເມືອງ Aleppo. 17 ທັນວາ, 2016.

ພົນລະເຮືອນ ຊີເຣຍ ແລະ ພວກກະບົດຫຼາຍສິບພັນຄົນທີ່ຕິດຄ້າງ ແລະ ກະວົນກະວາຍ ແມ່ນກຳລັງຫວັງໃຫ້ການຍົກຍ້າຍຄົນອອກຈາກເມືອງ ອາເລັບໂປ ທີ່ຖືກທຳລາຍໂດຍສົງ ຄາມນັ້ນ ດຳເນີນຕໍ່ໃນວັນອາທິດມື້ນີ້.

ທ່ານນາງ Elodie Schineider ໂຄສົກຂອງຄະນະກຳມະການອົງການກາແດງສາກົນ ໄດ້ໃຫ້ຄວາມຫວັງຕໍ່ພວກເຂົາເຈົ້າໃນວັນອາທິດມື້ນີ້ ເມື່ອທ່ານນາງໄດ້ກ່າວວ່າ ອົງການ ຂອງເພິ່ນແມ່ນ “ພ້ອມແລ້ວທີ່ຈະສືບຕໍ່ຍົກຍ້າຍຄົນອອກຈາກພາກຕາເວັນອອກຂອງ ເມືອງ ອາເລັບໂປ, ຫວັງວ່າຈະມີຂຶ້ນໃນຕອນເຊົ້າມື້ນີ້.”

ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ແມ່ນຄາດວ່າຈະລົງຄະແນນສຽງໃນວັນ ອາທິດມື້ນີ້ ກ່ຽວກັບ ວ່າຈະສົ່ງບັນດານັກສິ້ງຊອມໄປເມືອງທີ່ຖືກທຳລາຍໂດຍສົງຄາມໃນ ຊີເຣຍ ຫຼືບໍ່ ເພື່ອກວດສອບເບິ່ງການຍົກຍ້າຍຄົນ ແລະ ເພື່ອຊ່ວຍເຫຼືອສະໜອງການປົກ ປ້ອງໃຫ້ພົນລະເຮືອນທີ່ຍັງເຫຼືອຢູ່.

ປະຊາຊົນກຳລັງເຮັດໃຫ້ຕົນເອງອົບອຸ່ນຢູ່ອ້ອມກອງໄຟ ໃນຂະນະທີ່ກຳລັງລໍຖ້າຖືກຍົກ ຍ້າຍອອກຈາກພາກຕາເວັນນອອກຂອງເມືອງ ອາເລັບໂປ. 17 ທັນວາ 2016.
ປະຊາຊົນກຳລັງເຮັດໃຫ້ຕົນເອງອົບອຸ່ນຢູ່ອ້ອມກອງໄຟ ໃນຂະນະທີ່ກຳລັງລໍຖ້າຖືກຍົກ ຍ້າຍອອກຈາກພາກຕາເວັນນອອກຂອງເມືອງ ອາເລັບໂປ. 17 ທັນວາ 2016.

ສະພາ ຈະພິຈາລະນາຮ່າງຂໍ້ສະເໜີທີ່ຂຽນເປັນພາສາ ຝຣັ່ງ ທີ່ສະແດງໃຫ້ເຫັນສັນຍານ ຂອງວິກິດການມະນຸດສະທຳທີ່ຮ້າຍແຮງກວ່າເກົ່າ ຢູ່ໃນ ແລະ ໃກ້ກັບເມືອງ, ແລະ ສຳລັບ "ຜູ້ອາໄສຢູ່ໃນເມືອງ ອາເລັບໂປ ທີ່ຖືກປິດລ້ອມຫຼາຍສິບພັນຄົນ” ທີ່ຕ້ອງການຍ້າຍ ອອກໄປຈາກເມືອງນັ້ນ. ການລົງຄະແນນສຽງໃນວັນອາທິດມື້ນີ້, ຂໍ້ສະເໜີສະຫງົບເສິກ ປະມານຫົກສະບັບທີ່ຖືກພິຈາລະນາໂດຍສະພາໃນປີນີ້, ແມ່ນຄາດວ່າຈະໄດ້ຮັບການ ຕ້ອງຕິຈາກ ຣັດເຊຍ ພັນທະມິດທີ່ສຳຄັນຂອງ ຊີເຣຍ, ເຊິ່ງໄດ້້ຄັດຄ້ານສັນຍາຢຸດຍິງກ່ອນ ໜ້ານີ້.

ບັນດານັກສິ້ງຊອມກ່າວວ່າ ພົນລະເຮືອນຫຼາຍເຖິງ 40,000 ຄົນ ແລະ ພວກນັກຮົບກະ ບົດທີ່ຍັງເຫຼືອກຸ່ມສຸດທ້າຍ ໄດ້ລໍຖ້າໃຫ້ການປະຕິ ບັດການຍົກຍ້າຍສືບຕໍ່ໃນວັນເສົາວານນີ້ ຫຼັງຈາກຖືກຢຸດໄວ້ຊົ່ວຄາວໃນວັນສຸກທີ່ຜ່ານມາໂດຍລັດຖະບານ ດາມາສກັສ. ການຢຸດ ຍົກຍ້າຍຄົນໄດ້ເກີດຂຶ້ນຫຼັງຈາກກອງກຳລັງທີ່ສຳໜັບສະໜູນລັດຖະບານ ໄດ້ຮຽກຮ້ອງໃຫ້ ຍົກຍ້າຍຄົນ ອອກຈາກສອງໝູ່ບ້ານຊາວມຸສລິມນິກາຍ ຊີໄອ ທີ່ຖືກປິດລ້ອມໂດຍພວກ ກະບົດນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Syria Aleppo
please wait
Embed

No media source currently available

0:00 0:01:44 0:00

XS
SM
MD
LG