ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເດັນມາກ ຊະນະເລີດ ໃນງານເສັງເພງ Eurovision ປະຈໍາ 2013 (ວີດິໂອ)


ນາງ Emmelie de Forest ນັກຮ້ອງຊາວເດັນມາກ ໄດ້ຮັບ ລາງວັນຊະນະເລີດ ຂອງງານເສັງຮ້ອງເພງ Eurovision ປະຈໍາປີ 2013 ຂອງຢູໂຣບທີ່ຈັດຂຶ້ນ ໃນເມືອງ Malmo ຂອງ Sweden ໃນວັນທີ 18 ພຶດສະພາ 2013.
ນາງ Emmelie de Forest ນັກຮ້ອງຊາວເດັນມາກ ໄດ້ຮັບ ລາງວັນຊະນະເລີດ ຂອງງານເສັງຮ້ອງເພງ Eurovision ປະຈໍາປີ 2013 ຂອງຢູໂຣບທີ່ຈັດຂຶ້ນ ໃນເມືອງ Malmo ຂອງ Sweden ໃນວັນທີ 18 ພຶດສະພາ 2013.
ນາງ Emmelie de Forest ນັກຮ້ອງຊາວເດັນມາກໄດ້ຖືກ
ເລືອກໃຫ້ເປັນຜູ້ ຊະນະເລີດຄົນໃໝ່ສຸດ ຂອງງານເສັງຮ້ອງ
ເພງປະຈໍາປີ Eurovision ຂອງຢູໂຣບໂດຍໄດ້ຮ້ອງເພັງ
“ພື້ນເມືອງ” ທໍານອງພອ໊ບ ທີ່ຊື່ວ່າ “Only Teardrops.”

ນາງ De Forest ໄດ້ຊະນະເລີດການເສັງເພັງຄັ້ງນີ້ ທີ່ມີຄົນ
ເບິ່ງທາງໂທລະພາບຫລາຍກ່ວາ 100 ລ້ານຄົນ ເຖິງແມ່ນວ່າ
ມີຄູ່ແຂ່ງທີ່ເກ່ງໆ ລວມທັງດາລາເພັງດັງ ຍິງຊາວອັງກິດ
Bonnie Tyler ຈາກແຂວງ Wales ແລະນັກຮ້ອງທີ່ມີຊື່ສຽງ
ໂດ່ງດັງ ຄົນອື່ນອີກຫລາຍຄົນ.

ນາງ De Forest ແມ່ນໄດ້ຮັບຕໍາແໜ່ງນີ້ ຕໍ່ຈາກ Loreen ນັກຮ້ອງຍິງຊາວສະວີເດັນ
ທີ່ຊະນະເລີດໃນການແຂ່ງຂັນ ເມື່ອປີກາຍນີ້.

ເບິ່ງວີດິໂອ ການສະແດງຂອງ Emmelie de Forest:

Sweden Eurovision Contest
please wait

No media source currently available

0:00 0:00:31 0:00

ການເສັງເພງ Eurovision ນີ້ ຕາມປົກກະຕິແລ້ວ ແມ່ນຈັດຂຶ້ນ ນປະເທດຂອງ ຜູ້ຊະນະ
ເລີດໃນປີກ່ອນ. ການເສັງເພງຮອບສຸດທ້າຍຂອງປີນີ້ ຊຶ່ງມີ 26 ປະເທດ ໃນຢູໂຣບ ເຂົ້າ
ຮອບນັ້ນ ໄດ້ຈັດຂຶ້ນທີ່ເມືອງ Malmo ຂອງ Sweden ຊຶ່ງບໍ່ໄກຈາກ ຊາຍແດນຕິດກັບ
ເດັນມາກ ຫລາຍປານໃດ.

ນີ້ເປັນການຊະນະລາງວັນ ເສັງເພງ Eurovision ຂອງປະເທດເດັນມາກ ຄັ້ງທໍາອິດ ນັບ
ແຕ່ປີ 2000 ເປັນຕົ້ນມາ.

ເບິ່ງວີດິໂອກ່ຽວກັບ ການສະແດງຂອງ ຜູ້ເຂົ້າປະກວດ ຄົນອື່ນໆ:

Eurovision song contest
please wait

No media source currently available

0:00 0:00:34 0:00


XS
SM
MD
LG