ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຂດຢູໂຣ ເພັ່ງເລັງໃສ່ ບັນຫາໜີ້ສິນຂອງ ກຣີສ ໃນກອງປະຊຸມ


ປະທານຄະນະກຳມະທິການ ຢູໂຣບ ທ່ານ Jean-Claude Juncker ໂອ້ລົມກັບ ນາຍົກລັດຖະມົນຕີ ກຣີສ ທ່ານ Alexis Tsipras ໃນຂະນະທີ່ເດີນທາງໄປຮອດສຳນັກງານໃຫຍ່ EU ​ໃນ​ນະຄອນຫຼວງ Brussels ປະ​ເທດ ​Belgium. ​3 ມິຖຸນາ 2015
ປະທານຄະນະກຳມະທິການ ຢູໂຣບ ທ່ານ Jean-Claude Juncker ໂອ້ລົມກັບ ນາຍົກລັດຖະມົນຕີ ກຣີສ ທ່ານ Alexis Tsipras ໃນຂະນະທີ່ເດີນທາງໄປຮອດສຳນັກງານໃຫຍ່ EU ​ໃນ​ນະຄອນຫຼວງ Brussels ປະ​ເທດ ​Belgium. ​3 ມິຖຸນາ 2015

ບັນ​ດາ​ເຈົ້າ​ໜ້າ​ທີ່ໃນ​ເຂດ​ຢູ​ໂຣບ 19 ປະ​ເທດ ​ແມ່ນ​ກຳລັງເພັ່ງ​ເລັງ​
ໃສ່​ ປະ​ເທດ ກຣີສ ທີ່ມີ​ບັນຫາ​ໜີ້​ສິນ ​ໃນ​ກອງ​ປະຊຸມຫຼາຍ​ຊຸດ​ ໃນ
ວັນ​ຈັນ​ມື້​ນີ້ ​ຂະນະທີ່ພວກເຂົາເຈົ້າ​ເຮັດ​ວຽກ​ເພື່ອ​ປ້ອງ​ກັນ​ ກຣີສ ​
ບໍ່ໃຫ້ຜິດ ສັນຍາ​ໃນການ​ຈ່າຍເງິນ​ກູ້​ຢືມ​ທີ່ເຖິງກຳນົດຕ້ອງຈ່າຍ
ໃນທ້າຍເດືອນ
ນີ້.

ນາຍົກລັດຖະມົນຕີ ກຣີສ ທ່ານ Alexis Tsipras ກຳລັງທຳການ
​ເຈລະຈາ ​ກັບ​ບັນດາ​ຜູ້ນຳ​ຂອງ​ອົງການ​ກອງ​ທຶນ​ສາກົນ ຫຼື IMF,
ທະນາຄານກາງ ຢູໂຣບ ແລະ ຄະນະກຳມະທິການ ຢູໂຣບ ຫຼັງຈາກໄດ້ປະກາດໃນວັນຈັນວານນີ້ ໃຫ້ຮູ້ຂໍ້ສະເໜີ ທີ່ຫ້ອງການຂອງທ່ານເອີ້ນວ່າ “ຂໍ້ຕົກລົງທີ່ເປັນຜົນປະໂຫຍດຮ່ວມກັນ ທີ່ຈະໃຫ້ວິທີແກ້ໄຂ ບັນຫາຢ່າງ ແນ່ນອນ”
ຕໍ່ກັບບັນຫາດັ່ງກ່າວ.

ກຣີສ ກໍຍັງຈະເປັນຫົວຂໍ້ທີ່ສຳຄັນຢູ່ໃນກອງປະຊຸມ ຂອງບັນດາລັດຖະມົນຕີການເງິນ
ຂອງເຂດຢູໂຣ ເອງ ແລະ ກອງປະຊຸມຂອງບັນດາຜູ້ນຳປະເທດ ເຊິ່ງກອງປະຊຸມສຸດຍອດ
ດັ່ງກ່າວນີ້ໄດ້ຖືກຮຽກໃຫ້ມີຂຶ້ນ ຫຼັງຈາກການເຈລະຈານາໆຊາດ ກ່ຽວກັບເງື່ອນໄຂຂອງ
ການຊ່ວຍເຫຼືອ ກຣີສ ດ້ວຍເງິນ 17.5 ຕື້ໂດລາ ທີ່ໄດ້ດຳເນີນມາຢ່າງຕໍ່ເນື່ອງນັ້ນ ໄດ້ລົ້ມ
ເຫຼວລົງໃນອາທິດແລ້ວນີ້ຍ້ອນ ການປະຕິເສດບໍ່ຍອມຮັບເອົາ ມາດຕະການເຂັ້ມງວດ
ອັນໃໝ່ ຂອງລັດຖະບານ ກຣີສ ທີ່ບັນດາເຈົ້າໜ້າທີ່ໃນເຂດ EU ຮຽກຮ້ອງໃຫ້ຮັບເອົານັ້ນ. ຜູ້ນຳ ກຣີສ ກ່າວວ່າ ການຕັດງົບປະມານຕາມຄຳຮຽກຮ້ອງນັ້ນ ແມ່ນໄປໄກໂພດ ແລະ ເຮັດໃຫ້ເສດຖະກິດ ຂອງປະເທດເສຍຫາຍ.

Greece Debt Crisis
please wait
Embed

No media source currently available

0:00 0:01:26 0:00

XS
SM
MD
LG