ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ການເງິນ ເຂດໃຊ້ເງິນຢູໂຣ ຍັງສືບຕໍ່ ປຶກສາຫາລື ເລື້ອງກຣິສຢູ່


ຫົວໜ້າຜູ້ອຳນວຍການ ອົງການກອງທຶນສາກົນ ທ່ານນາງ Christine Lagarde ໂອ້ລົມກັບ ທ່ານ Klaus Regling, ປະທານຂອງ ຫ້ອງການສະຖຽນລະພາບ ດ້ານການເງິນ ຢູໂຣບ ໃນລະຫວ່າງກອງປະຊຸມ ບັນດາລັດຖະມົນຕີ ການເງິນ ເຂດໃຊ້ເງິນຢູໂຣ ທີ່ອາຄານ EU Lex ໃນນະຄອນ Brussels, ວັນທີ 11 ກໍລະກົດ 2015.
ຫົວໜ້າຜູ້ອຳນວຍການ ອົງການກອງທຶນສາກົນ ທ່ານນາງ Christine Lagarde ໂອ້ລົມກັບ ທ່ານ Klaus Regling, ປະທານຂອງ ຫ້ອງການສະຖຽນລະພາບ ດ້ານການເງິນ ຢູໂຣບ ໃນລະຫວ່າງກອງປະຊຸມ ບັນດາລັດຖະມົນຕີ ການເງິນ ເຂດໃຊ້ເງິນຢູໂຣ ທີ່ອາຄານ EU Lex ໃນນະຄອນ Brussels, ວັນທີ 11 ກໍລະກົດ 2015.

ສະຫະພາບ​ຢູ​ໂຣບ ​ໄດ້​ຍົກ​ເລີກ ກອງ​ປະຊຸມ​ສຸດ​ຍອດ ບັນດາ
28 ປະ​ເທດ ​ເລື້ອງ​ຄວາມ​ຫວັງ​ ທີ່​ຈະກອບ​ກູ້​ເສດຖະກິດ​ຂອງ
​ກຣິສ ​ໃນ​ວັນ​ອາທິດ​ມື້​ນີ້ ​ແລະ ຈະ​ຈຳກັດ​ການ​ເຈລະຈາ​ ໃຫ້​ມີ
​ແຕ່​ບັນດາ​ຜູ້ນຳ​ຂອງ​ປະ​ເທດເຂດໃຊ້​ເງິ​ນຢູ​ໂຣແທນ.

ລັດຖະມົນຕີ​ການ​ເງິນ ເຂດໃຊ້​ເງິ​ນຢູ​ໂຣ 19 ທ່ານ ສືບຕໍ່
ພົບ​ປະກັນ​ໃນນະຄອນ Brussels ຫຼັງຈາກ​ການ​ເຈລະຈາໃນ
​ວັນ​ເສົາ​ວານ​ນີ້ ໄລຍະ 8 ຊົ່ວ​ໂມງ ​ໄດ້​ລົ້ມ​ແຫຼວ ທີ່​ຈະ​ຜະລິດຜົນ
​ກ້າວໜ້າ​ໃດໆ. ປະທານ​ຄະນະ​ກຳມະການ​ບັນດາປະ​ເທດໃນ
ຢູ​ໂຣບ ທ່ານ Donald Tusk ກ່າວ​ວ່າ ກອງ​ປະຊຸມ​ບັນດາ​
ລັດຖະມົນຕີ​ການ​ເງິນ ຈະ “ສືບ​ຕໍ່​ໄປ​ຈົນ​ກວ່າ ພວກ​ເຮົາ​
ສະຫຼຸບການ​ເຈລະຈາ​ກ່ຽວ​ກັບ​ກຣິສລົງ​ໄດ້.”

ບັນດາ​ເຈົ້າໜ້າ​ທີ່ ​ເຂດໃຊ້​ເງິ​ນຢູ​ໂຣ ຕໍ່ສູ້​ກັບ​ຄວາມ​ລົ້ມ​ແຫຼວທີ່​ກຣິສບໍ່​ສາມາດ​ຈ່າ​ຍງວດ​ເງິນ​
ກູ້​ຢືມຄືນ ​ທັນຕາມ​ເວລາ​ເສັ້ນຕາຍ ​ເມື່ອຕົ້ນ​ເດືອນ​ນີ້​. ພວກ​ເຂົາ​ເຈົ້າຍັງ​ຫາ​ທາງ​ເພີ້​ມຕື່ມ​ອີກ
​ເພື່ອ​ໃຫ້​ ນະຄອນ Athens ຮັບປະກັນ​ວ່າ ຕົນ​ຈະ​ໃຫ້​ສັດຈະເຄົາລົບເງື່ອນ​ໄຂ ​ຂໍ້​ຕົກລົງ​ໃໝ່
ໃດໆໄດ້.

​ທ່ານ Jeroen Dijsselbloen ​ເຈົ້າໜ້າ​ທີ່​ຂັ້ນສູງ ຂອງ​ເຂດ​ໃຊ້​ເງິນ​ຢູ​ໂຣ ກ່າວ​ໃນ​ວັນ​ເສົາ​
ວານ​ນີ້ ວ່າ “ບັນຫາ​ຂອງ​ຄວາມ​ເຊື່ອ​ຖື ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແມ່ນ​ໄດ້​ຖືກ​ນຳ​
ມາ​ປຶກສາ​ຫາລື​ກັນ.”

​ແຫ​ລ່ງຂ່າວ​ຕ່າງໆ ກ່າວ​ວ່າ ບັນດາ​ລັດຖະມົນຕີ​ການ​ເງິນ ​ໃຊ້​ກອງ​ປະຊຸມ​ຂອງ​ພວກ​ຕົນ
ໃນ​ວັນ​ເສົາ​ວານ​ນີ້ ​ເພື່ອ​ກຳນົດຂໍ້​ຮຽກ​ຮ້ອງ​ຕ່າງໆ ສຳ​ຫລັບ​ການ​ປະຕິ​ຮູບ ທາງ​ດ້ານ​ງົບ
ປະມານ ​ແລະ ດ້ານ​ການ​ເມືອງ ຂອງ​ກຣິສຕື່ມ​ອີກ ກ່ອນທີ່​ພວກ​ຕົນ ຈະ​ເປີດການ​ເຈລະຈາ​
ກ່ຽວ​ກັບ​ເງິນ​ ໃຫ້​ກູ້​ຢືມ​ຊຸດ​ໃໝ່​ໃດໆ.

Greece Bailout
please wait
Embed

No media source currently available

0:00 0:01:49 0:00

The European Union has canceled a full 28-nation summit on Greece's bailout hopes Sunday, and will instead limit the talks to leaders of the eurozone nations.

The 19 eurozone finance ministers are continuing to meet in Brussels, after eight hours of talks Saturday failed to produce a breakthrough.The ministers' meeting will "last until we conclude talks on Greece," said European Council President Donald Tusk.

Eurozone officials are grappling with Greece's failure to meet a repayment deadline on a loan installment earlier this month.They are also seeking additional assurances that Athens will honor terms of any new deal.

"The issue of credibility and trust was discussed" Saturday said Jeroen Dijsselbloen, the eurozone's top official.

Sources say the finance ministers used their Saturday meeting to formulate demands for additional Greek budget and political reforms before they open negotiations on any new loans.

XS
SM
MD
LG