ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

Loreen ​ນັກ​ຮ້ອງສະ​ວີ​ເດນ ​ໄດ້​ຊະນະ​​ເລີດ ການ​ປະ​ກວດ Eurovision 2012


A poster of Thai Prime Minister Yingluck Shinawatra is displayed during a rally against an amnesty bill in Bangkok, Nov. 11, 2013. 
A poster of Thai Prime Minister Yingluck Shinawatra is displayed during a rally against an amnesty bill in Bangkok, Nov. 11, 2013. 

ນັກ​ຮ້ອງ​ຊາວສະ​ວີ​ເດນ ນາງ Loreen ​ໄດ້​ຊະນະເລີດການ​ປະ​ກວດຮ້ອງ​ເພງ​ Eurovision 2012 ​ທີ່​ນະຄອນຫລວງ Baku ຂອງ​ປະ​ເທດ Azerbaijan.

ນັກ​ຮ້ອງ​ທໍານອງ​ພອ໊ບ ໄວ 28 ປີ ​ໄດ້​ຊະນະ​ການ​ປະ​ກວດ​ຮອບ​ສຸດ​ທ້າຍ ຂອງ​ການ​ແຂ່ງຂັນປະ​ຈໍາປີ​ດັ່ງກ່າວ ດ້ວຍ​ການ​ຮ້ອງ​ເພງ​ຂອງ​ລາວ​ເອງ​ ໃນ​ບົດ​ເພງ “Euphoria.”

ຫລາຍ​ມື້​ກອ່ນໜ້າ​ນີ້ ນາງ​ໄດ້ສ້າງ​ຄວາມໂກດ​ແຄ້ນໃຫ້​ທາງ​ເຈົ້າ​ໜ້າ​ທີ່ Azebaijan ​ໂດຍໄດ້​ພົບ​ປະ ກັບ​ພວກ​ນັກ​ເຄື່ອນ​ໄຫວເພື່ອ​ສິດທິ​ມະນຸດທ້ອງ​ຖິ່ນ ທີ່​ໄດ້​ຕ້ອງ​ຕິ​ປະວັດ​ດ້ານ​ສິດທິ​ມະນຸດຂອງ​ລັດຖະບານ. ພວກນັ​ກ​ເຄື່ອນ​ໄຫວຝ່າ​ຍ​ຄ້ານ​ໄດ້​ກ່າວ​ຫາ ປະທານາທິບໍດີ Ilham Aliyev ວ່າ ອັດ​ປາກ​ອັດ​ສຽງ​ພວກ​ຄັດ ຄ້ານ​ລັດຖະບານ ​ແລະບັງຄັບໃຫ້ປະຊາຊົນ​ຍ້າຍໜີ​ຈາກ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ ເພື່ອເອົາ​ພື້ນ​ທີ່​ໄປສ້າງ​ສະໜາມກິລາ​ ບ່ອນ​ຈັດ​ການ​ປະ​ກວດ​ຮ້ອງ​ເພງຂຶ້ນນັ້ນ.

​ໄຊຊະນະຂອງ Loreen ​ແມ່ນ​ເປັນຄັ້ງ​ທີ່ 5 ທີ່​ຊາວສະ​ວີ​ເດນ ​ໄດ້​ຊະນະ​ເລີດ ການ​ປະ​ກວດ​ຮ້ອງ​ເພງ​ປະ​ຈໍາປີຂອງ​ພາກ​ພື້ນ​ຢູ​ໂຣບ ​ໂດຍ​ໄດ້​ຕາມ​ຮອຍບາດ​ກ້າວຂອງ​ກຸ່ມ​ສິນລະປິນ​ວົງ Abba ທີ່ໄດ້​ຊະນະ​ໃນ​ປີ 1974 ​ດ້ວຍບົດ​ເພງ “Waterloo.”

ລາງວັນ​ທີ 2 ​ຂອງ​ການ​ປະ​ກວດເມື່ອ​ວັນ​ເສົາ​ຜ່ານ​ມາ​ນັ້ນ ​ຕົກເປັ​ນຂອງ​ສິນລະປິນຊາວຣັດ​ເຊຍ​ ຄະນະ Buranovskiye Babushki ຊຶ່ງ​ເປັນ​ວົງ​ໝູ່ຮ້ອງ​ປະສານ​ສຽງ​ກັນ ທີ່​ປະກອບ​ດ້ວຍຍິງ​ຊະລາຫລືແມ່​ຕູ້ 8 ຄົນ​ ​ທີ່​ເອີ້ນ​ວ່າ “babushkas” ທີ່​ມີ​ອາຍຸ​ສະ​ເລ່ຍ 75 ປີ ທີ່​ໄດ້​ສ້າງ​ຄວາມ​ຮື​ຮາ​ແລະ​ເປັນ​ທີ່​ນິຍົມ​ຂອງ​ຝູງ​ຊົນ ​ໃນ​ບົດ​ເພງ “Party for Everybody.”

​ໃນ​ຖານະ​ທີ່​ໄດ້ຊະນະ​ເລີດ​ນັ້ນ ປະ​ເທດ ສວີ​ເດນ ກໍ​ຈະ​ໄດ້​ເປັນ​ເຈົ້າພາບຂອງ​ການ​ປະ​ກວ​ດ ຮ້ອງ​ເພງ Eurovision ຄັ້ງຕໍ່​ໄປ.

ວົງແມ່ຕູ້ ຄະນະ Buranovskiye Babushki ຈາກຣັດເຊຍ ທີ່ໄດ້ຮັບລາງວັນທີສອງ

XS
SM
MD
LG