ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາງເນັດຕາ ບຣາຊີເລຍ ແຫ່ງອິສຣາແອລ ຊະນະ ການແຂ່ງຂັນຮ້ອງເພງ Eurovision 2018


ນາງເນັດຕາ ບຣາຊີເລຍ ແຫ່ງອິສຣາແອລ ທີ່ກອງປະຊຸມ ຖະແຫລງຂ່າວ ຫຼັງຈາກທີ່ໄດ້ຊະນະ ການແຂ່ງຂັນ ຮ້ອງເພງ Eurovision2018 ຮອບສຸດທ້າຍ ຢູ່ທີ່ ຫໍ Altice ໃນນະຄອນ ລິສບອນ ປະເທດປອກຕຸຍກາລ, ວັນທີ 13 ພຶດສະພາ 2018.
ນາງເນັດຕາ ບຣາຊີເລຍ ແຫ່ງອິສຣາແອລ ທີ່ກອງປະຊຸມ ຖະແຫລງຂ່າວ ຫຼັງຈາກທີ່ໄດ້ຊະນະ ການແຂ່ງຂັນ ຮ້ອງເພງ Eurovision2018 ຮອບສຸດທ້າຍ ຢູ່ທີ່ ຫໍ Altice ໃນນະຄອນ ລິສບອນ ປະເທດປອກຕຸຍກາລ, ວັນທີ 13 ພຶດສະພາ 2018.

ການແຂ່ງຂັນຮ້ອງເພງ ທີ່ເອີ້ນວ່າ Eurovision ປີ 2018 ໄດ້ສິ້ນສຸດລົງແລ້ວ ໂດຍລາງ
ວັນສູງສຸດ ຕົກເປັນຂອງອິສຣາແອລ ນາງ ເນັດຕາ ບາຣຊີເລຍ ແລະນິໄສທີ່ແປກປະຫຼາດ
ທີ່ຊົງພະລັງຂອງເດັກຍິງ ໃນເພງທີ່ ຊື່ວ່າ “ໂທຍ.”

ການແຂ່ງຂັນຮ້ອງເພງ Eurovision ແມ່ນການປະຊັນກັນ ລະດັບສາກົນ ລະຫວ່າງ ນັກ
ຮ້ອງ ຈາກ 43 ປະເທດ ໃນການແຂ່ງຂັນຮ້ອງເພງ ຕົວຕໍ່ຕົວ ໂດຍທີ່ພວກຜູ້ຊົມທັງໝົດ
ໃນທົ່ວໂລກ ເປັນຜູ້ຕັດສິນ. ພ້ອມກັນກັບ ພວກນັກຮ້ອງຈາກພວກປະເທດຢູໂຣບ
ອອສເຕຣເລຍ ແລະ ອິສຣາແອລ ກໍໄດ້ຮັບອະນຸຍາດໃຫ້ເຂົ້າຮ່ວມການແຂ່ງຂັນນຳດ້ວຍ.


ເພງຂອງນາງ ບາຣຊີເລຍ ເປັນເພງປະເພດປັອບ ຈັງວະໄວ ທີ່ຮ້ອງດ້ວຍການຫຼິ້ນລູກຄໍ
ແລະ ການໃຊ້ຮີມປາກສົ່ງສຽງທີ່ແຫວກແນວອອກມາ ລວມທັງ ສຽງແຫລມ ສຽງປັອບ
ແລະສຽງກະຕ໊າກ ໃນຂະນະທີ່ ນາງໄດ້ປະທ້ວງວ່າ ນາງຈະບໍ່ຖືກນຳມາເປັນຂອງຫລິ້ນ.
ໃນຂະນະດຽວກັນ ພວກນັກຮ້ອງສຳຮອງ ຂອງນາງ ກໍພາກັນໂດດເຕັ້ນ ແລະໄດ້ແຕ່ງ
ກາຍຄ້າຍຄືກັບໄກ່ ທີ່ກຳລັງວາງທ່າ ຕົບປີກຢູ່ນັ້ນ.

ພວກຜູ້ຊົມບາງສ່ວນ ໄດ້ຂຽນຕອບທາງອອນໄລ ໃນທາງລົບ ຕໍ່ການສະແດງແບບ
ຕະຫລົກ ແຕ່ໃນທີ່ສຸດ ການສະແດງທີ່ແຫວກແນວຂອງນາງ ບາຣຊີເລຍ ແລະ ຂໍ້ຄວາມ
ທີ່ສະແດງອອກ ເຖິງຂະບວນການ #MeToo-friendly ກໍໄດ້ຊະນະເລີດ ໃນວັນນັ້ນ.

ຊາຍຄົນນຶ່ງ ຈັບເອົາໄມໂກຣໂຟນ ຂອງນາງ ຊູຣີ ຈາກອັງກິດ, ຂວາ, ໃນຂະນະທີ່ ພະນັກງານຮັກສາຄວາມສະຫງົບ ຟ້າວເຂົ້າໄປຄວບຄຸມໂຕຊາຍຄົນນັ້ນ ຢູ່ທີ່ນະຄອນລິສບອນ ຂອງປອກຕຸຍກາລ, ວັນທີ 12 ພຶດສະພາ 2018 ໃນລະຫວ່າງ ການແຂ່ງຂັນຮ້ອງເພງ Eurovision ຮອບສຸດທາຍ.
ຊາຍຄົນນຶ່ງ ຈັບເອົາໄມໂກຣໂຟນ ຂອງນາງ ຊູຣີ ຈາກອັງກິດ, ຂວາ, ໃນຂະນະທີ່ ພະນັກງານຮັກສາຄວາມສະຫງົບ ຟ້າວເຂົ້າໄປຄວບຄຸມໂຕຊາຍຄົນນັ້ນ ຢູ່ທີ່ນະຄອນລິສບອນ ຂອງປອກຕຸຍກາລ, ວັນທີ 12 ພຶດສະພາ 2018 ໃນລະຫວ່າງ ການແຂ່ງຂັນຮ້ອງເພງ Eurovision ຮອບສຸດທາຍ.

ລາຍການດັ່ງກ່າວ ໄດ້ຈັດຂຶ້ນ ຢູ່ໃນນະຄອນ ລິສບອນ ປະເທດປອກຕຸຍກາລ ແຕ່ກໍບໍ່
ປາດສະຈາກເລື່ອງນອງນັນອື່ນໆເລີຍ ເຊັ່ນວ່າ: ນັກຮ້ອງຊາວອັງກິດ ຊູຣີ (SuRie)
ໄດ້ຖືກລົບກວນ ຢູ່ກາງເວທີ ໃນເວລາທີ່ຜູ້ປະທ້ວງຄົນນຶ່ງ ໄດ້ຍາດເອົາ ໄມໂກຣໂຟນ
ຈາກນາງໄປ. ຜູ້ປະທ້ວງດັ່ງກ່າວ ໄດ້ຖືກຄວບຄຸມໂຕຢ່າງວ່ອງໄວ ແລະ ນາງ ຊູຣີ ກໍໄດ້
ສະແດງຕໍ່ ຈົນສຳເລັດ ໂດຍທີ່ພວກຜູ້ຊົມທາງອອນໄລ ກໍພາກັນຊື່ນຊົມ ການສະແດງ
ຕອບໂຕ້ ທີ່ງຽບສະງົບຂອງນາງ ແລະ ໄດ້ສະແດງຈົນຈົບເປັນຢ່າງດີ.

ຜູ້ປະກາດຊາວອອສເຕຣເລຍ ທີ່ບັນລະຍາຍງານການແຂ່ງຂັນ ກໍບັງເອີນ ໄດ້ເອີ່ຍຄຳ
ຫຍາບຄາຍອອກທາງອາກາດ ຈຶ່ງໄດ້ກະຕຸ້ນໃຫ້ເກີດການຟົດແຊວກັນ ຢ່າງໃຫຍ່ ໃນ
ທວີເຕີ.

ສ່ວນ Mango TV ທີ່ເປັນພະແນກວີດີໂອຂອງຈີນ ກໍໄດ້ຖືກຫ້າມ ໂດຍສະຫະພັນ
ກະຈາຍສຽງຂອງຢູໂຣບ ຈາກການຖ່າຍທອດອອກອາກາດ ງານແຂ່ງຂັນດັ່ງກ່າວ ຫຼັງ
ຈາກທີ່ຕົນ ໄດ້ຕັດອອກ ການສະແດງ ໃນຮອບຮອງສະນະເລີດ ຂອງວັນອັງຄານ ໂດຍ
ມີການສະແດງເຕັ້ນແບບລີລາ ແຫ່ງຄວາມຮັກ ໂດຍຊາຍສອງຄົນ. ໂທລະພາບດັ່ງກ່າວ
ຍັງໄດ້ລາຍງານ ການສະແດງໂດຍຈະອຳພາງພາບທຸງສາຍຮຸ້ງຕ່າງໆ ໃນບັນດາພວກ
ຜູ້ຊົມ.

ຄາດກັນວ່າ ຜູ້ຊົມ ເກືອບ 2 ຮ້ອຍລ້ານຄົນ ໄດ້ຊົມການສະແດງ ໃນວັນເສົາວານນີ້.

Eurovision Contest
please wait
Embed

No media source currently available

0:00 0:02:59 0:00



ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG