ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານຢູໂຣບ ເຫັນດີນຳ ການຫ້າມ ເອົາຜ້າຄຸມໜ້າ ໃນທີ່ ສາທາລະນະ ຂອງຝຣັ່ງ (ວີດີໂອ)


ນາງ Kenza Drider, ໃສ່ຜ້າຫຸ້ມໜ້າ, ຂັບລົດທີ່ເມືອງ Avignon,
ໃນພາກໃຕ້ຂອງຝຣັ່ງ.
ນາງ Kenza Drider, ໃສ່ຜ້າຫຸ້ມໜ້າ, ຂັບລົດທີ່ເມືອງ Avignon, ໃນພາກໃຕ້ຂອງຝຣັ່ງ.

ສານ​ວ່າ​ດ້ວຍ​ສິດທິ​ມະນຸດຂອງ​ຢູ​ໂຣບ ​ໄດ້​ອອກ​ຄຳ​ຕັດ​ສິນ​ເຫັນ​ດີ
​ນຳ​ການ​ຫ້າມ​ຊາວ​ມຸສລິ​ມ​ເອົາ​ຜ້າ​ຫຸ້ມ​ໜ້າ ຫລືເອົາ​ສິ່ງ​ອື່ນໆຄຸມ​ໜ້າ
​ໄວ້​ໝົດ​ໃນ​ທີ່​ສາທາລະນະ​ຂອງຝຣັ່ງນັ້ນ.

ສານເມືອງ Strasbourg ອອກ​ຄຳ​ຕັດສິນ​ໃນ​ວັນ​ອັງຄານ​ວານ​ນີ້​
ວ່າການ​ຫ້າມ​ດັ່ງກ່າວ​ບໍ່​ໄດ້​ລະ​ເມີດ​ເສລີພາບ​ໃນ​ດ້ານ​ສາສະໜາ ​
ແລະ​ກ່າວຕື່ມ​ວ່າ ຄວາມ​ປາດ​ຖະໜາ​ຂອງ​ລັດຖະບານ​ຝຣັ່ງ ​ແມ່ນ
​ເພື່ອ​ຊັກ​ຊວນ​ໃຫ້​ປະຊາຊົນ​ອາ​ໄສ​ຢູ່​ຮ່ວມ​ກັນທີ່​ເປັນເຫດຜົນອັນ
ຖືກຕ້ອງ​ຕາມ​ກົດໝາຍສຳລັບ​ຂໍ້​ຫ້າມ​ດັ່ງກ່າວ.

ຄຳ​ຕັດສິນ​ຂອງ​ສານ​ນີ້ ບໍ່ສາມາດ​ຂໍອຸທອນ​ໄດ້.

​ແມ່ຍິງ​ມຸສລິ​ມຝຣັ່ງຄົນ​ນຶ່ງ ​ໄດ້​ຍື່ນ​ຄຳ​ຟ້ອງຮ້ອງ ຄັດຄ້ານ​ຕໍ່​ຂໍ້​ຫ້າມ​ເອົາຜ້າຄຸມໜ້າ. ທະນາຍ
ຄວາມ​ຂອງ​ນາງ​ໂຕ້​ແຍ້​ງວ່າ ຜ້າຄຸມ​ໜ້າ​ນີ້​ເປັນ​ພາກສ່ວນ​ນຶ່ງທີ່​ເປັນ​ເອກະລັກ​ແຫ່ງ DNA ຂອງ​ນາງ​ເອງ.

ບັນດາ​ເຈົ້າ​ໜ້າ​ທີ່​ຝຣັ່ງ ​ໄດ້​ຫ້າມ​ໃສ່​ຜ້າຄຸມ​ໜ້າ​ໃນ​ທີ່​ສາທາ​ລະນະ​ໃນ​ປີ 2012 ​ໂດຍ​ເອີ້ນ​
ການ​ກະທຳ​ດັ່ງກ່າວ ​ເປັນການ​ສ່ຽງດ້ານ​ຄວາມ​ປອດ​ໄພ​ອັນ​ນຶ່ງ ​ເພາະ​ມັນ​ປົກຄຸມບຸກຄະ
ລິກລັກສະນະຂອງ​ຜູ້​ທີ່​ໃສ່​ນັ້ນ.

ຝຣັ່ງມີ​ພົນລະ​ເມືອງ​ມຸສລິ​ມຫຼາຍ​ທີ່​ສຸດ​ໃນ​ຢູ​ໂຣບ ​ແຕ່​ຕາມທາງ​ການ ​ແລ້ວ ຝຣັ່ງບໍ່​ແມ່ນ​ປະ​ເທດ​ທີ່​ປົກຄອງໂດຍສາສະໜາ.

franceburqa2july14
please wait
Embed

No media source currently available

0:00 0:01:25 0:00

XS
SM
MD
LG