ປະເທດ ເຢຍຣະມັນ ມີພັກທາງເລືອກໃໝ່ເພື່ອ ເຢຍຣະມັນ, ຝຣັ່ງ ມີພັກແນວໜ້າແຫ່ງ
ຊາດ, ອິຕາລີ ມີພັກສັນນິບາດ ແລະ ຕອນນີ້ປະເທດ ສເປນ ກໍມີພັກ ວັອກສ໌ (VOX),
ເປັນພັກທີ່ນິຍົມແນວທາງຂວາຈັດພັກຫຼ້າສຸດ ທີ່ໄດ້ປາກົດຕົວຂຶ້ນໃນວົງການການ
ເມືອງຂອງ ຢູໂຣບ ຫຼັງຈາກການສະແດງທີ່ແຂງແກ່ນຢ່າງບໍ່ຄາດຄິດ ໃນການເລືອກຕັ້ງ
ທ້ອງຖິ່ນໃນເດືອນທີ່ຜ່ານມາ ໃນພາກພື້ນ ອັນດາລູເຊຍ, ພາກໃຕ້ຂອງປະເທດ ສເປນ
ຈົນດຽວນີ້ຖືກພິຈາລະນາດັ່ງກັບ ປ້ອມທະຫານສັງຄົມນິຍົມ.
ການປະທ້ວງທີ່ຮຸນແຮງໄດ້ເກີດຂຶ້ນ ລຸນຫຼັງການລົງຄະແນນສຽງໃນວັນທີ 2 ທັນວາປີ
ກາຍນີ້, ໃນຂະນະທີ່ຜູ້ນຳຝ່າຍຊ້າຍ ທ່ານ ພາໂບລ ອີເກຼເຊຍສ໌ ໄດ້ຮຽກຮ້ອງ “ການຊຸມ
ນຸມຕໍ່ຕ້ານລັດທິຟາຊິສ.”
ຜູ້ສະໜັບສະໜູນຂອງທ່ານໄດ້ລວມຕົວກັນຢູ່ຕໍ່ໜ້າສະພາປະຈຳພາກພື້ນໃນເມືອງ
ເຊວີລ (Seville), ຂົ່ມຂູ່ທີ່ຈະກີດກັ້ນສະມາຊິກສະພາຂອງພັກ ວັອກສ໌ ບໍ່ໃຫ້ເຂົ້າໄປ.
ພວກຜູ້ປະທ້ວງໄດ້ຈູດລົດ ແລະ ລັກເຄື່ອງໃນຮ້ານຄ້າຕ່າງໆ.
ແຕ່ຜົນທີ່ອອກມາແມ່ນຈະແຈ້ງ ແລະ ພວກປະທ້ວງກໍບໍ່ໄດ້ປ່ຽນແປງຄວາມເປັນຈິງທີ່
ວ່າ ກະແສຊາດນິຍົມ, ການຕໍ່ຕ້ານອຳນາດການປົກຄອງ ແມ່ນໄດ້ມາຮອດປະເທດ
ສເປນ ແລ້ວ.
ພັກສັງຄົມນິຍົມ ແລະ ພັນທະມິດຊ້າຍຈັດຂອງເຂົາເຈົ້າຊື່ວ່າ ໂປເດມັອສ, ໄດ້ສູນເສຍ
ບ່ອນນັ່ງ ແລະ ບໍ່ສາມາດທີ່ຈະລວມຕົວໃນສະພາພາກພື້ນທີ່ປົກຄອງດ້ວຍສຽງສ່ວນ
ຫຼາຍ. ການສະໜັບສະໜູນສຳລັບພັກປະຊາຊົນທີ່ສຳຄັນ ເຊິ່ງມີແນວທາງກາງອຽງ
ຊ້າຍ ແລະ ພັກພົນລະເມືອງ ນັ້ນ, ແມ່ນຍັງຄົງທີ່ຢູ່ຄືເກົ່າ ໃນຂະນະທີ່ພັກ ວັອກສ໌ ໄດ້
ກວາດເອົາຄະແນນສຽງ 11 ເປີເຊັນໄປ, ເຊິ່ງການສະໜັບສະໜູນຂອງເຂົາເຈົ້າອາດ
ມີຄວາມສຳຄັນ ເພື່ອກໍ່ຕັ້ງລັດຖະບານພາກພື້ນໃໝ່ຂຶ້ນມາ.