ບັນດາໂຮງຮຽນ ແລະລະບົບລົດໄຟໃຕ້ດິນ ຍັງປິດຢູ່ໃນວັນອັງ
ຄານມື້ນີ້ໃນຂະນະທີ່ນະຄອນຫຼວງ Brussels ຂອງ Belgium
ຍັງຢູ່ພາຍໃຕ້ການຮັກສາຄວາມປອດໄພຢ່າງເຄັ່ງຄັດ ຂະນະທີ່
ພວກເຈົ້າໜ້າທີ່ພະຍາຍາມຊອກຫາຜູ້ຕ້ອງສົງໄສຄົນສຳຄັນໃນ
ການໂຈມຕີ ເມື່ອວັນທີ 13 ເດືອນພະຈິກ ທີ່ນະຄອນຫຼວງປາຣີ.
ນາຍຍົກລັດຖະມົນຕີ Belgium ທ່ານ Charles Michel ກ່າວ
ໃນວັນຈັນວານນີ້ວ່າ ເພາະວ່າ ການຂົ່ມຂູ່ທີ່ຮ້າຍແຮງຍັງມີຢູ່ນະ
ຄອນຫຼວງ ຈະຕ້ອງຢູ່ໃນສະພາບລະມັດລະວັງສູງສຸດຈົນຮອດ
ອາທິດໜ້າ. ແຕ່ ທ່ານກ່າວວ່າ ປະເທດຕ້ອງການ ທີ່ຈະກັບຄືນ
ໄປສູ່ສະພາບປົກກະຕິ ແລະໃນວັນພຸດມື້ອື່ນນີ້ ພວກເດັກນ້ອຍ
ຈະກັບຄືນໄປເຂົ້າໂຮງຮຽນ ແລະບັນດາລົດໄຟຈະເລີ້ມພາກັນແລ່ນ.
ໃນຂະນະດຽວກັນ ບັນດາເຈົ້າໜ້າທີ່ Morocco ກ່າວວ່າ Belgium ໄດ້ຮ້ອງຂໍການຮ່ວມມືຢ່າງໃກ້ຊິດໃນການຕາມລ່າຜູ້ຕ້ອງສົງໄສກໍ່ການຮ້າຍທີ່ນະຄອນຫລວງປາຣີ ທ້າວ Salah Abdeslam ທີ່ສາມາດຫຼົບຫຼີກການຈັບກຸມ ນັບແຕ່ໄດ້ຂ້າມຊາຍແດນເຂົ້າໄປສູ່ Belgium ບໍ່ເທົ່າໃດຊົ່ວໂມງຫລັງຈາກການໂຈມຕີ ທີ່ເຮັດໃຫ້ 130 ຄົນເສຍຊີວິດ.
ໃນອາທິດແລ້ວນີ້ ເຈົ້າໜ້າທີ່ Morocco ໄດ້ຊ່ວຍນຳພາ ແຈ້ງໃຫ້ຕຳ ຫລວດຝຣັ່ງຊາບກ່ຽວກັບບ່ອນພັກເຊົາຢູ່ທາງພາກເໜືອນະຄອນປາຣີ ທີ່ຜູ້ຕ້ອງສົງໄສອີກຄົນນຶ່ງ ຊຶ່ງເປັນຫົວໜ້າວາງແຜນຄາດຕະກຳໝູ່ທ້າວ Abdelhamid Abaaoud ໄດ້ຖືກສັງຫານໃນການບຸກເຂົ້າໄປກວດຄົ້ນເມື່ອວັນທີ 18 ພະຈິກທີ່ຜ່ານມາ.
ຢູ່ຕາມຊາຍແດນ ມີການກວດກາຢ່າງເຄັ່ງຄັດ
ສ່ວນຢູ່ທີ່ແຫ່ງອື່ນໆນັ້ນ ຕຳຫລວດຢູ່ພາກໃຕ້ ນະຄອນຫລວງປາຣີ ທີ່ເຂດ Montrouge ໃນວັນຈັນວານນີ້ ໄດ້ວິເຄາະເບິ່ງສາຍແອວສະລະຊີບ ທີ່ໄດ້ພົບເຫັນຢູ່ກະໂລ່ງຂີ້ເຫຍື້ອ. ອົງການຂ່າວ AP ໄດ້ອ້າງຄຳເວົ້າຂອງເຈົ້າໜ້າທີ່ຕຳຫຼວດຝຣັ່ງຄົນໜຶ່ງ ທີ່ກ່າວວ່າ ການວິໄຈເບິ່ງສາຍແອວໃນຂັ້ນຕົ້ນ ທີ່ບໍ່ມີຄະນວນບີບນັ້ນ ສະແດງໃຫ້ເຫັນຮ່ອງຮອຍຂອງ ລະເບີດປລາສຕິກທີ່ໃຊ້ການໂຈມຕີຢູ່ນະຄອນປາຣີ. ສາຍແອວບັນຈຸລະເບີດ ໄດ້ພົບເຫັນຢູ່ບໍລິເວນດຽວກັນ ກັບໂທລະສັບມືຖື ຂອງຜູ້ຫລົບໜີ ທ້າວ Abdeslam ທີ່ໄດ້ພົບເຫັນຢູ່ໃນບໍລິເວນດັ່ງກ່າວໃນຄືນຂອງການໂຈມຕີ.
ໃນຕອນແລງວັນຈັນວານນີ້ ກະຊວງຕ່າງປະເທດ ສະຫະລັດ ໄດ້ອອກຄຳເຕືອນ ກ່ຽວກັບການເດີນທາງຢູ່ໃນທົ່ວໂລກ ໂດຍແຈ້ງໃຫ້ຊາວອາເຣິກັນວ່າ ພວກຫົວຮຸນແຮງລັດອິສລາມແລະບັນກາກຸ່ມກໍ່ການຮ້າຍຕ່າງໆ ຍັງສືບຕໍ່ວາງແຜນໂຈມຕີ ຢູ່ໃນຫລຍຂົງເຂດ.”