ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, 18 ມິຖຸນາ 2026

ລັດຖະມົນຕີ ການເງິນ ຢູໂຣບ ຫາລື ກ່ຽວກັບ ແຜນການ ສະບັບໃໝ່ ເພື່ອຊ່ອຍເຫຼືອກຣີສ

Greece
please wait
Embed

No media source currently available

0:00 0:01:10 0:00

ບັນດາລັດຖະມົນຕີການເງິນຂອງຢູໂຣບ ກຳລັງປະຊຸມກັນຈາກ
ໄລຍະໄກໃນວັນພະຫັດມື້ນີ້ເພື່ອຫາລືກ່ຽວກັບທາງເລືອກຕ່າງໆ
ສຳລັບຊ່ອຍກອບກູ້ເສດຖະກິດກຣີສ ຫຼັງຈາກສະມາຊິກສະພາ ແຫ່ງຊາດຂອງປະເທດດັ່ງກ່າວໄດ້ຮັບຮອງເອົາແຜນ ການປະຕິ
ຮູບທີ່ເຄັ່ງຄັດ ໃນຕອນເຊົ້າວັນພະຫັດມື້ນີ້.

ການລົງຄະແນນສຽງເຫັນພ້ອມຕໍ່ແຜນການປະຕິຮູບນີ້ ແມ່ນໄດ້
ຮຽກຮ້ອງໃຫ້ມີຂຶ້ນໂດຍພວກເຈົ້າໜີ້ຂອງກຣີສ ພື່ອແລກປ່ຽນກັບ
ການໃຫ້ເງິນຊ່ອຍເຫຼືອກອບກູ້ເສດຖະກິດເພີ້ມຕື່ມ. ກຣີສກຳລັງ
ປະເຊີນກັບເສັ້ນຕາຍ ໃນວັນຈັນຈະມານີ້ທີ່ຈະ ຕ້ອງໄດ້ຈ່າຍເງິນ
4 ພັນ 600 ລ້ານໂດລາ ໃຫ້ແກ່ທະນາຄານກາງຂອງຢູໂຣບ.

ພັກ Syriza ຊຶ່ງເປັນພັກລັດຖະບານຂອງກຣີສ ສາມາດຮັບຜ່ານຮ່າງກົດໝາຍປະຕິຮູບທີ່ ປະຊາຊົນຄັດຄ້ານດັ່ງກ່າວດ້ວຍຄະແນນສຽງ 229 ຕໍ່ 64 ໂດຍໄດ້ຮັບການສະໜັບສະໜຸນ ຈາກພັກຝ່າຍຄ້ານຕ່າງໆທີ່ນິຍົມຢູໂຣບ. ສະມາຊິກຄົນສຳຄັນຂອງພັກ Syriza ແມ່ນຮວມ ຢູ່ໃນຈຳນວນ 38 ຄົນ ທີ່ບໍ່ເຫັນພ້ອມ ຮວມທັງ ລັດຖະມົນຕີພະລັງງານທ່ານ Panagiotis Lafazanis ແລະອະດີດລັດຖະມົນ ຕີການເງິນ ທ່ານ Yanis Varoufakis.

ນາຍົກລັດຖະມົນຕີກຣີສ ທ່ານ Alexis Tsipras ກ່າວຕໍ່ບັນດາສະມາຊິກສະພາ ກ່ອນລົງ ຄະແນນສຽງວ່າ ທ່ານບໍ່ມີທາງເລືອກ ນອກຈາກ ຮັບເອົາເງື່ອນໄຂ ຂອງພວກເຈົ້າໜີ້ກຣີສ. ທ່ານເວົ້າວ່າ “ພວກເຮົາບໍ່ເຊື່ອໃນນັ້ນ ແຕ່ພວກເຮົາຖືກບັງຄັບໃຫ້ຮັບເອົາ.”

ເພື່ອໃຫ້ກຣີສໄດ້ຮັບເງິນຊ່ອຍເຫຼືອ ຂໍ້ຕົກລົງດັ່ງກ່າວໃນຂັ້ນຕໍ່ໄປ ຈະຖືກສົ່ງໄປຍັງສະພາ ແຫ່ງຊາດ ຂອງ 19 ປະເທດສະມາຊິກເຂດໃຊ້ເງິນຢູໂຣ. ເຢຍຣະມັນມີກຳນົດທີ່ຈະລົງຄະ ແນນສຽງກ່ຽວກັບຂໍ້ຕົກລົງນີ້ໃນວັນສຸກມື້ອື່ນ.

Debt Crisis in Greece

Riot police are surrounded by flames from petrol bombs thrown by a small group of anti-establishment demonstrators in front of parliament in Athens, July 15, 2015.
1/6 Riot police are surrounded by flames from petrol bombs thrown by a small group of anti-establishment demonstrators in front of parliament in Athens, July 15, 2015.
Protesters gather in front of the Greek Parliament during an anti-austerity rally organized by the country's biggest public sector union ADEDY in Athens, July 15, 2015.
2/6 Protesters gather in front of the Greek Parliament during an anti-austerity rally organized by the country's biggest public sector union ADEDY in Athens, July 15, 2015.
People line up at an ATM outside an Alpha Bank branch in Athens, July 15, 2015. 
3/6 People line up at an ATM outside an Alpha Bank branch in Athens, July 15, 2015. 
Protesters march through the streets during an anti-austerity rally in Athens, July 15, 2015.
4/6 Protesters march through the streets during an anti-austerity rally in Athens, July 15, 2015.
Greek Prime Minister Alexis Tsipras (R) is seen before a ruling Syriza party parliamentary group session in Athens, July 15, 2015.
5/6 Greek Prime Minister Alexis Tsipras (R) is seen before a ruling Syriza party parliamentary group session in Athens, July 15, 2015.
Former Greek Finance Minister Yanis Varoufakis reacts during a parliamentary session in Athens, July 15, 2015.
6/6 Former Greek Finance Minister Yanis Varoufakis reacts during a parliamentary session in Athens, July 15, 2015.
Previous slide
Next slide

XS
SM
MD
LG