ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະພາບຢູໂຣບ ໄດ້ຮັບ ລາງວັນໂນແບລ ຂະແໜງ ສັນຕິພາບ (ວີດີໂອ)


European Union Wins Nobel Peace Prize
please wait

No media source currently available

0:00 0:02:52 0:00
ລິງໂດຍກົງ

ເບິ່ງວີດີໂອກ່ຽວກັບ ການປະກາດມອບ ລາງວັນໂນແບລ ຂະແໜງສັນຕິພາບ ໃຫ້ສະຫະພາບຢູໂຣບ.

ສະຫະ​ພາບຢູ​ໂຣບ ເປັນ​ຜູ້​ໄດ້​ຮັບ​ລາງ​ວັນໂນ​ແບລຂະ​ແໜງ
ສັນ​ຕິ​ພາບ ປີ 2012.

ຄະນະ​ກໍາມະການລາງວັນໂນ​ແບ​ລຂອງ​ນໍ​ເວ ທີ່​ກຸງ​ອອສ​ໂລ ​
ໄດ້​ປະກາດໃຫ້​ຊາບ ກ່ຽວ​ກັບຜູ້​ຊະ​ນະລາງ​ວັນ ທີ່​ມີ​ກຽດ​ດັ່ງ
ກ່າວ ຢູ່ໃນ​ພິທີ|ຈັດ​ຂຶ້ນ ວັນ​ສຸກ​ມື້​ນີ້.

ຄະນະ​ກໍາມະການ​ກ່າວ​ວ່າ “ສະຫະພາບ​ຢູ​ໂຣບ ​ແລະບັນດາ​
ປະ​ເທດສະມາຊິກທີ່ ສຳຄັນໆໄ​ດ້ໃຫ້ການ​ສະໜັບສະ​ໜຸນມາ​
ເປັນ​ເວລາ​ກວ່າ 6 ສິບປີ​ເພື່ອສ້າງ​ຄວາມ​ກ້າວໜ້າໃຫ້​ແກ່
ສັນຕິພາບ ຄວາມ​ປອງ​ດອງ​ຊາດ ​ປະຊາທິປະໄຕ ​ແລະ​ສິດ
ທິ​ມະນຸດ ​ໃນຢູ​ໂຣບ.”

ຄະນະ​ກໍາມະການ​ກ່າວອີກ​ວ່າ ​ເຖິງ​ແມ່ນ​ວ່າສະຫະພາບ​ຢູ​ໂຣບກໍາລັງ​ປະສົບ​ກັບ “ຄວາມ​ຝືດ​ເຄືອງ​ດ້ານ​ເສດຖະກິດ​ຢ່າງ​ຮ້າຍ​ແຮງ” ​ແລະ “ຄວາມ​ບໍ່​ສະ​ຫງົ​ບຂອງ​ສັງ​ຄົມ” ​ແຕ່​ຢູ​ໂຣບກໍປາດ​ຖະໜາທີ່​ຈະ​ເພັ່ງ​ເລັງໃສ່​ບົດບາດໃນ​ການ​ສ້າງ​ສະຖຽນ ລະ​ພາບ ​ໃນ​ການ​ຫັນປ່ຽນ​ຢູ​ໂຣບຈາກ​ທະວີບ​ແຫ່ງສົງຄາມໄປສູ່​ທະ​ວີ​ບທີ່​ມີ​ຄວາ​ມ ສ​ະຫງົບ.

ໂທລະພາບ​ສາທາລະນະ NRK ຂອງນໍ​ເວ ​ໄດ້ລາຍ​ງານ​ລ່ວງ​ໜ້າ​ນຶ່ງ​ຊົ່ວ​ໂມງ ກ່ອນ​ການ​ປະກາດ​ ກ່ຽວ​ກັບ​ການ​ຕັດສິນ​ໃຈດັ່ງກ່າວ ໂດຍ​ຄະນະ​ກຳມະການ​ທີ່​ມີ​ສະມາ​ຊິກຫ້າ​ຄົນນັ້ນ ວ່າມີ​ຄວາມ​ເຫັນ​ເປັນ​ເອກ​ກະສັນກັນໝົດ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG