ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຫົວຂໍ້ຂ່າວ ໜັງສືພິມ ພາດວ່າ ຜູ້ຊະນະ ແມ່ນ ຢູໂຣບ


ປະທານາທິບໍດີ ທີ່ຖືກເລືອກໃໝ່ ຂອງຝຣັ່ງ ທ່ານ Emmanuel Macron ສະຫລອງຢູ່ເທິງເວທີ ໃກ້ກັບ Louvre ໃນນະຄອນ Paris ປະເທດ France ທີ 7 ພຶດສະພາ 2017.
ປະທານາທິບໍດີ ທີ່ຖືກເລືອກໃໝ່ ຂອງຝຣັ່ງ ທ່ານ Emmanuel Macron ສະຫລອງຢູ່ເທິງເວທີ ໃກ້ກັບ Louvre ໃນນະຄອນ Paris ປະເທດ France ທີ 7 ພຶດສະພາ 2017.

ປະ​ຕິ​ກິລິຍາຍັງ​ສືບ​ຕໍ່​ຫລັ່ງ​ໄຫລ​ເຂົ້າ​ມາ​ ສູ່ປະທານາທິບໍດີ ​ທີ່​ຖືກ​ເລືອ​ກ​ໃໝ່ຂອງຝຣັ່ງ
ທ່ານ Emmanuel Macron ຜູ້​ມີ​ວິ​ໄສ​ທັດ​ເປັນ​ມິດ​ກັບທຸລະ​ກິດ​ກ່ຽວ​ກັບ​ການ​ຮວມຕົວ
​ຂອງຢູ​ໂຣບ ທີ່​ໄດ້​ຊະນະ​ທ່່ານນາງ Marine Le Pen ນັກຊາ​ດ ນິຍົມ​ຂວາ​ຈັດ ຜູ້​ທີ່​ໄດ້
​ຂົ່ມຂູ່​ທີ່​ຈະ​ເອົາຝຣັ່ງອອກ​ຈາກ​ສະຫະພາບ​ຢູ​ໂຣບ.

ຢູ່​ທີ່​ເຢຍຣະມັນ ຫົວ​ຂໍ້​ຂ່າວ​ໜັງສືພິມ​ອ່ານ​ວ່າ "​ມັນແມ່ນ​ຜູ້​ຊາຍ” “ຜູ້​ຊະນະ​ເລີດ ແມ່ນ
​ຢູ​ໂຣບ.” ພວກ​ເດີນ​ທາງ​ໄປ​ເຮັດ​ຈຳນວນ​ນຶ່ງ​ມີ​ປະຕິກິລິຍາແບບໂລ່ງ​ໃຈ​ໃນ​ຂະນະ​ທີ່​ຄົນ
​ອື່ນໆ​ມີ​ຄວາມ​ດີ​ໃຈບໍ່​ຫລາຍ​ປານ​ໃດ​ທີ່ທ່ານ Macron ​ໄດ້​ເປັນ​ທາງ​ເລືອກ​ພຽງອັນດຽວ.

ຍານາງ Sandra Banh ​ໄດ້​ສະ​ແດງ​ຄວາມ​ຮູ້ສຶກ ອອກ​ມາ​ວ່າ “ຂ້າພະ​ເຈົ້າ​ຄິດ​ວ່າ​ມັນ
​ເສົ້າ​ໃຈ ​ທີ່​ຕ້ອງໄດ້​ຕັດສິນ​ໃຈແບບ​ນີ້ ​ເພາະວ່າທ່ານ Macron ບໍ່​ໄດ້ແມ່ນ​ຜູ້​ທີ່​ທຸກໆ​ຄົນ​
ຕ້ອງ​ການ​ປ່ອນ​ບັດ​ເອົາ. ມັນ​ເປັນ​ທາງ​ເລືອກພື້ນຖານລະຫວ່າງ​ໂຣກ
ຮ້າຍແລະ​ອະຫິວາ. ​ແຕ່​ສຳລັບ​ຢູ​ໂຣບມັນ​ເປັນ​ສິ່ງ​ທີ່ດີ​ແລະ​ຂອບ​ໃຈ​ພະຜູ້​ເປັນ​ເຈົ້າ ທີ່​ບໍ່​
ແມ່ນທ່ານ​ນາງ Le Pen.”

ທ່ານ Christoph Palaska ຜູ້​ເດີນທາງ​ໄປ​ການ​ອີກ​ຄົນ​ນຶ່ງ​ກ່າວ​ວ່າ “ດີ​ລະ ​ແນ່ ນອນ​ດີ
ກ​ວ່າ​ຖ້າ​ຫາກ​ຝ່າຍ​ຂວາ​ໄດ້​ຊະນະ. ​ເພາະສະ​ນັ້ນ ຂ້າພະ​ເຈົ້າ​ຕື່ນເຕັ້ນດ້ວຍ​ຄວາມ​ດີ​ໃຈ.
ຂ້າພະ​ເຈົ້າ​ຢາ​ກ​ເວົ້າ​ວ່າ ຂ້າພ​ະ​ເຈົ້າ​ດີ​ໃຈ​ກັບເລື່ອງນີ້.”

ນາຍົກລັດຖະມົນຕີ​ເຢຍຣະມັນ ທ່ານ​ນາງ Angela Merkel ​ໄດ້​ສະ​ແດງ​ຄວາມ​ດີ​ໃຈ
ເປັນ​ການ​ສ່ວນ​ຕົວກັບ ທ່ານ Maron ​ໂດຍທາງ​ໂທລະສັບ.

ທ່ານ​ນາງ Angela Merkel ​ໄດ້​ກ່າວ​ຕໍ່​ກອງ​ປະຊຸມ​ນັກ​ຂ່າວ​ທີ່​ນະຄອນ Berlin ​ໃນ​ວັນ​
ຈັນ​ວານ​ນີ້​ວ່າ “ທ່ານ​ພາ​ໃຫ້​ມີ​ຄວາມ​ຫວັງສຳລັບ​ປະຊາ​ຊົນຊາວ​ຝຣັ່ງຫລາຍ​ລ້ານ​ຄົນ​
ແລະ​ຫລາຍ​ໆຄົນ​ຢູ່​ໃນ​ເຢຍຣະມັນ ​ແລະ​ໝົດ​ທັງ​ຢູ​ໂຣບ. ທ່ານ​ໄດ້​ລົງ​ສະໝັກ​ຢ່າງ​ອົງ
ອາດ​ກ້າຫານ ​ໃນ​ການ​ໂຄສະນາ​ສະໜັບສະໜູນ​ຢູ​ໂຣບ. ທ່ານ​ຢືນ​ຢູ່ໃນ​ທ່າ​ທີ​ທີ່​ເປີດ
ກວ້າງ​ຕໍ່​ໂລກ ​ແລະ​ຢູ່​ເບື້ອງ​ຫລັງຕະຫລາດສັງຄົມ​ເສດຖະກິດ​ຢ່າງ​ແຂງ​ຂັນ.”

Europe Celebrates Macron Victory
please wait

No media source currently available

0:00 0:02:37 0:00

ບັນ​ດາ​ນາຍົກລັດຖະມົນຕີ ​ຈາກ​ເຂດ​ທະ​ເລ Baltic ​ທີ່​ນະຄອນຫລວງ ​Tillinn ຂອງ
ແອັສ​ໂທ​ເນຍກໍ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ກັບ​ໄຊຊະນະ​ຂອງ​ທ່ານ Macron.

ທ່ານ Saulius Skvernelis ນາຍົກລັດຖະມົນຕີ Lithuania ຊີ້​ແຈງ​ວ່າ “ຜົນ​ການ​
ເລືອກ​ຕັ້ງໃນຝຣັ່ງ ສະ​ແດງ​ໃຫ້​ເຫັນ​ວ່າ​ຢູ​ໂຣບທີ່​ເປັນ​ເອກ​ກະພາບ ຢູ​ໂຣບທີ່​ພັດທະນາ
ຢູ​ໂຣບທີ່ປອດ​ໄພ​ ​ແມ່ນ​ອີງ​ຕາມ​ຫຼັກ​ຄຸນຄ່າ​ ອີງ​ຕາມ​ສິດ​ທິມະນຸດນັ້ນ ​ແມ່ນມີ​ອະນາ​ຄົດ​.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG