ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະພາບ ຢູໂຣບ ສັນຍາ ຈະຊ່ອຍ ອີຕາລີ ຫຼາຍຂຶ້ນ ໃນວິກິດການ ພວກຍົກຍ້າຍຖິ່ນຖານ


ແມ່ຍິງຄົນນຶ່ງ ຈາກໄນຈີເຣຍ ໄດ້ຮັບເກີບຄູ່ນຶ່ງ ຈາກພະນັກງານຊ່ອຍເຫຼືອ ຂອງອີຕາລີ ໃນຂະນະທີ່ນາງ ອອກມາຈາກເຮືອກູ້ໄພ Golfo Azzurro ເມື່ອມັນໄດ້ໄປຮອດ ທ່າເຮືອ Pozzallo, ຢູ່ທາງພາກໃຕ້ຂອງເມືອງ Sicily, ວັນທີ 17 ມິຖຸນາ 2017.
ແມ່ຍິງຄົນນຶ່ງ ຈາກໄນຈີເຣຍ ໄດ້ຮັບເກີບຄູ່ນຶ່ງ ຈາກພະນັກງານຊ່ອຍເຫຼືອ ຂອງອີຕາລີ ໃນຂະນະທີ່ນາງ ອອກມາຈາກເຮືອກູ້ໄພ Golfo Azzurro ເມື່ອມັນໄດ້ໄປຮອດ ທ່າເຮືອ Pozzallo, ຢູ່ທາງພາກໃຕ້ຂອງເມືອງ Sicily, ວັນທີ 17 ມິຖຸນາ 2017.

ຄະນະກຳມາທິການ ຢູໂຣບ ໄດ້​ໃຫ້​ຄຳ​ໝັ້ນສັນຍາວ່າ ຈະໃຫ້ເງິນທຶນຊ່ອຍເຫຼືອຕື່ມອີກ
116 ລ້ານໂດລາ ແກ່ ລັດຖະບານຂອງອີຕາລີ ເພື່ອຮັບມືກັບ ວິກິດການພວກຍົກຍ້າຍ
ຖິ່ນຖານ ໃນເຂດທະເລ Mediterranean.

ທ່ານ Jean-Claude Juncker ປະທານຄະນະກຳມາທິການ ຢູໂຣບ ໄດ້ກ່າວໃນ
ໜັງສື ສະບັບນຶ່ງ ທີ່ສົ່ງເຖິງ ນາຍົກລັດຖະມົນຕີ ຂອງອີຕາລີ ທ່ານ Paolo Gentiloni
ໃນວັນອັງຄານວານນີ້ ວ່າ ທ່ານກຳລັງຈັດຕັ້ງ “ທີມຕິດຕໍ່” ພິເສດ ຂຶ້ນມາ ຢູ່ໃນນະຄອນ
Brussels ເພື່ອປະສານງານ ກັບ ບັນດາເຈົ້າໜ້າທີ່ຂອງອີຕາລີ. ການຊ່ອຍເຫຼືອດ້ານ
ການເງິນຕື່ມອີກ ທີ່ຄະນະກຳມາທິການ ຢູໂຣບ ໄດ້​ໃຫ້ຄຳ​ໝັ້ນສັນຍາ ​ຕໍ່ອີຕາລີ ນັ້ນ
ແມ່ນເພີ່ມຂຶ້ນ 12.5 ເປີເຊັນ ຂອງກອງທຶນທີ່ໄດ້ຈັດສັນໃຫ້ແກ່ Rome ໄປແລ້ວນັ້ນ
ຊຶ່ງລວມທັງໝົດແລ້ວ ​ແມ່ນຫຼາຍກວ່າ 1 ຕື້ໂດລາ.

​ໃນໄລຍະ 6 ເດືອນທຳ​ອິດຂອງປີ 2017 ນີ້ ມີພວກຍົກຍ້າຍຖິ່ນຖານເກືອບ 84,000
ຄົນ ໄດ້ເດີນທາງ ທາງທະເລ ໄປຮອດອີຕາລີ 20 ເປີເຊັນຫຼາຍກວ່າ ໄລຍະດຽວກັນ
ຂອງປີກ່ອນ. ສູນຄວບຄຸມຕ່າງໆ ແລະ ສະຖານທີ່ພັກພາອາໄສ ຊົ່ວຄາວ ທີ່ອີຕາລີ
ມີໃຫ້ແກ່ພວກຍົກຍ້າຍຖິ່ນຖານ ນັ້ນ ໄດ້ຮອງຮັບເອົາພວກເຂົາເຈົ້າ ຈົນເຕັມຄວາມ
ອາສາມາດ ໃນຈຳນວນ 200,000 ຄົນ ແຕ່ຍັງມີພວກຍົກຍ້າຍຖິ່ນຖານ ອີກຫຼາຍຄົນ
ທີ່ເຮັດວຽກຢ່າງຜິດກົດໝາຍ ຢູ່ໃນປະເທດ .

ພວກຍົກຍ້າຖິ່ນຖານ ຈາກປະເທດ ໄນຈີເຣຍ ບັງກລາແດັສ ແລະ ກີເນຍ ​ແມ່ນ​
ປະກອບ​ເປັນສ່ວນ​ໃຫຍ່​ ຂອງ​ພວກທີ່ຫລົບໜີ ​ໄປຍັງ ອີຕາລີ ຫຼາຍທີ່ສຸດ ເພື່ອເດີນ
ທາງຕໍ່ໄປຍັງ ຢູໂຣບ.

ທ່ານ Juncker ຍັງໄດ້ສັນຍາວ່າ ຈະກົດດັນ ບັງກລາແດັສ ໃຫ້ຮັບເອົາພວກຍົກຍ້າຍ
ຖິ່ນຖານ ຂອງຕົນຄືນ ຊຶ່ງພວກເຂົາສ່ວນຫຼາຍ ແມ່ນບໍ່ມີສິດ ຈະໄດ້ຮັບການປົກປ້ອງ
ຈາກສາກົນ. ທ່ານໄດ້ຂົ່ມຂູ່ຈະຈຳກັດ ການອອກວີຊາໄປຢູໂຣບ ແກ່ພວກທີ່ເດີນທາງ
ມາຈາກປະເທດ ໃນເຂດເອເຊຍໃຕ້ ຖ້າຫາກ Dhaka ບໍ່ເອົາມາດຕະການໃດໆ.

ໃນຂະນະດຽວກັນ ພວກພະນັກງານກູ້ໄພ ໃນທະເລ Mediterranean ທີ່ໄດ້​ໃຫ້ການ
ຊ່ອຍເຫຼືອ ເຮືອນ້ອຍລຳນຶ່ງ ທີ່ເຕັມໄປດ້ວຍພວກຍົກຍ້າຍຖິ່ນຖານ ໃນວັນອັງຄານ
ວານນີ້ ໄດ້ພົບເຫັນ 13 ສົບ ລວມຢູ່ໃນພວກຄົນດັ່ງກ່າວ ຊຶ່ງລວມມີ ພວກແມ່ຍິງທີ່ຖືພາ
ນຳດ້ວຍ.

“ລວມທັງໝົດ ມີ 13 ສົບ. ພວກຄົນຜູ້ທີ່ ມີຊື່ ນາມສະກຸນ ເປັນແມ່ ເປັນພໍ່ ເປັນ
ເພື່ອນມິດ ແລະ ເຄີຍມີຊີວິດ”
ຂໍ້ຄວາມນີ້ ໄດ້ຖືກຂຽນລົງທາງ Twitter ໂດຍ ອົງການ Proactiva Open Arms ຊຶ່ງເປັນອົງການບໍ່ຂຶ້ນກັບລັດຖະບານ ທີ່ພົວພັນກັບການກູ້ໄພ.
ອີກ 167 ຄົນ ໄດ້ຖືກຊ່ອຍຊີວິດ​ໄວ້ໄດ້.

ເຮືອຂອງ ອົງການ Save The Children ໄດ້ຊ່ອຍເຫຼືອເກັບກູ້ເອົາພວກຍົກຍ້າຍ
ຖິ່ນຖານ ໄດ້ອີກ 70 ຄົນ ໃນວັນອັງຄານວານນີ້ ຊຶ່ງພວກເຂົາເຈົ້າພະຍາຍາມ ຈະຂ້າມ
ທະເລ ດ້ວຍເຮືອນ້ອຍນັ້ນ.

World Migrant Crisis
please wait
Embed

No media source currently available

0:00 0:00:19 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG