ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ສູ້​ລົບ​ກັນ​ຢ່າງ​ໜັກ ທີ່​ໂຮງ​ງານ​ເຫຼັກ ໃນ​ເມືອງ​ທ່າ​ມາ​ຣີ​ອ​ູ​ໂປ​ລ ປະ​ເທດ​ຢູ​ເຄ​ຣນ ຍັງ​ດຳ​ເນີນ​​ຕໍ່​ໄປ


ຄວັນ​ກຸ້ມ​ຂຶ້ນ ຈາກ​ໂຮງ​ງານ​ເຫຼັກ ອາ​ຊອບ​ສ​ຕອ​ລ ທີ່​ເມືອງ​ມາ​ຣີ​ອູ​ໂປ​ລ ປະ​ເທດ​ຢູ​ເຄ​ຣນ ເມື່ອ​ວັນ​ທີ 5 ພຶດ​ສະ​ພາ 2022.
ຄວັນ​ກຸ້ມ​ຂຶ້ນ ຈາກ​ໂຮງ​ງານ​ເຫຼັກ ອາ​ຊອບ​ສ​ຕອ​ລ ທີ່​ເມືອງ​ມາ​ຣີ​ອູ​ໂປ​ລ ປະ​ເທດ​ຢູ​ເຄ​ຣນ ເມື່ອ​ວັນ​ທີ 5 ພຶດ​ສະ​ພາ 2022.

ການ​ສູ້​ລົບ​ກັນ​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ​ໃນ​ບໍ​ລິ​ເວນ​ໂຮງ​ງານ​ເຫຼັກໃນ​ເມືອງ​ທ່າ​ມາ​ຣີ​ອູ​ໂປ​ລ ຂອງ​ຢູ​ເຄ​ຣນ​ໃນ​ວັນ​ພະ​ຫັດ​ວານນີ້. ພວກ​ນັກ​ລົບ​ຂອງ​ຢູ​ເຄ​ຣນ​ຍັງ​ຢຶດ​ທີ່​ໝັ້ນ​ແຫ່ງນັ້ນ​ຢູ່ ໃນ​ຂະ​ນະ​ທີ່​ທະ​ຫານ​ຣັດ​ເຊຍ​ບຸກ​ເຂົ້າ​ໄປ​ໃນ​ໂຮງ​ງານ ທັງໆ​ທີ່​ຣັດ​ເຊຍ​ໄດ້​ສັນ​ຍາ​ວ່າຈະ​ໃຫ້​ມີ​ການ​ຢຸດ​ຍິງ​ໃນ​ຕອນ​ກາງ​ເວັນ ເພື່ອ​ອະ​ນຸ​ຍາດ​ໃຫ້​ພົນ​ລະ​ເຮືອນ 200 ກວ່າ​ຄົນ​ທີ່​ຍັງ​ຕົກ​ຄ້າງຢູ່​ໃນ​ໂຮງ​ງານ​ດັ່ງ​ກ່າວ ໄດ້​ຮັບ​ຍົກ​ຍ້າຍ​ອອກ​ໄປ​ດ້ວຍ​ຄວາມ​ປອດ​ໄພ.

ທ່ານ​ແອນ​ຕັນ ເຈ​ຣາ​ເຊັງ​ໂກ (Anton Gerashchenko) ທີ່​ປຶກ​ສາ​ຂອງ​ກະ​ຊວງ​ພາຍ​ໃນ​ຢູ​ເຄ​ຣນ ກ່າວ​ວ່າ ທະ​ຫານ​ຣັດ​ເຊຍ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ໂຮງ​ງານ​ຜ່ານ​ທາງ​ອຸ​ໂມງໂດຍ​ໄດ້​ຮັບ​ຄວ​າມ​ຊ່ວຍ​ເຫຼືອ​ຈາກ​ຊ່າງ​ໄຟ​ຟ້າ​ຄົນ​ນຶ່ງ​ ທີ່​ຮູ້​ແຜນ​ຜັງ​ຂອງ​ໂຮງ​ງານ​ດີ.

ຣັດ​ເຊຍ​ໄດ້​ປະ​ຕິ​ເສດ​ວ່າ ທະ​ຫານ​ຂອງ​ຕົນ​ບໍ່​ໄດ້​ບຸກ​ເຂົ້າ​ໄປ​ໃນ​ໂຮງ​ງານ​ດັ່ງ​ກ່າວ ແຕ່​ກໍ​ໄດ້​ຕອບ​ໂຕ້​ຄືນ​ໂດຍ​ກ່າວ​ຫາ​ທະ​ຫານ​ຢູ​ເຄ​ຣນ​ວ່າ ບໍ່​ອະ​ນຸ​ຍາດ​ໃຫ້​ພົນ​ລະ​ເຮືອນ​ອອກ​ຈາກ​ທີ່ນັ້ນ. ມີ​ພົນ​ລະ​ເຮືອນ​ປະ​ມານ 100 ຄົນ​ໄດ້​ຖືກ​ຍົກ​ຍ້າຍ​ຈາກ​ໂຮງ​ງານ​ເຫຼັກ​ດັ່ງ​ກ່າວ ໃນ​ໄລ​ຍະ​ສອງ​ສາມມື້​ທີ່​ຜ່ານ​ມານີ້.

ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ ກ່າວ​ວ່າ ການ​ໂຈມ​ຕີ​ຂອງ​ຣັດ​ເຊຍ ເຮັດ​ໃຫ້​ພົນ​ລະ​ເຮືອນ​ປະ​ມານ 200 ຄົນ​ໃນ​ໂຮງ​ງານ ບໍ່​ສາ​ມາດ​ອອກ​ມາ​ຈາກ​ຂຸມ​ຫຼົບ​ໄພ​ໄຕ້​ດິນ​ຂອງ​ໂຮງ​ງານ.

ທ່ານ​ເຊ​ເລນ​ສ​ກີ ກ່າວ​ໃນ​ຄຳ​ປາ​ໄສ​ໃນ​ຕອນ​ແລງວັນ​ພະ​ຫັດ​ວານນີ້​ວ່າ “ຂໍ​ໃຫ້​ວາດ​ພາບ​ເບິ່ງ​ນະ​ລົກ​ແຫ່ງນີ້! ແລະ​ມັນ​ກໍ​ມີ​ເດັກ​ນ້ອຍ​ຢູ່​ທີ່ນັ້ນ​ນຳ. ການ​ຍິງໂຈມ​ຕີ ​ການຖິ້ມ​ລະ​ເບີດແບບ​ບໍ່​ຂາດ​ໄລ​ຍະ​ ມາ​ໄດ້​ສອງ​ເດືອນກວ່າ​ແລ້ວນັ້ນ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຢູ່​ເປັນ​ປະ​ຈຳ.”

ກ່ອນ​ໜ້ານີ້ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ​ ໄດ້​ໃຫ້​ການ​ຄ້ຳ​ປະ​ກັນ​ຕໍ່​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິ​ສ​ຣາ​ແອ​ລ ທ່ານ​ນັບ​ຕາ​ລີ ເບນ​ແນັດ ໃນ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບວ່າ ທະ​ຫານ​ຂອງ​ຣັດ​ເຊຍ​ພວມ​ກະ​ກຽມ​ທີ່​ຈະ​ອະ​ນຸ​ຍາດ​ໃຫ້​ພວກ​ທີ່​ຕົກ​ຄ້າງ​ຢູ່​ຂ້າງ​ໃນ​ຂອງ​ໂຮງ​ງານ​ເຫຼັກ​ແຫ່ງນັ້ນອອກ​ມາ​ໄດ້​ຢ່າງ​ປອດ​ໄພ ໃນ​ການ​ຢຸດ​ການ​ສູ້​ລົບ​ກັນ ​ໃນ​ຕອນ​ກາງ​ເວັນ ໄປ​ຈົນ​ຮອດ​ວັນ​ເສົາ​ມື້​ອື່ນ.

ແຕ່ໃນ​ພາບ​ຖ່າຍ​ວີ​ດີ​ໂອ​ທາງ​ອອ​ນ​ລາຍ​ນ໌ ​ຮ້​ອຍ​ເອກ​ສ​ເວຍ​ໂຕ​ສ​ລາບ ປາ​ລາ​ມາ ຮອງ​ຜູ້​ບັນ​ຊາ​ການ​ຂອງ​ກອງ​ພັນ​ອາ​ຊອບ​ຂອງ​ຢູ​ເຄ​ຣ​ນ ກ່າວ​ວ່າ “ການ​ສູ້​ລົບ​ຢ່າງ​ໜັກແລະ​ນອງ​ເລືອດ​ກຳ​ລັງ​ດຳ​ເນີນ​ຢູ່. ອີກ​ຄັ້ງ​ນຶ່ງ ທະ​ຫານ​ຣັດ​ເຊຍບໍ່​ໄດ້​ຮັກ​ສາ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ພວກ​ເຂົາ​ເພື່ອ​ໃຫ້​ມີ​ການ​ຢຸດ​ຍິງ ແລະ​ບໍ່​ໄດ້​ເປີດ​ໂອ​ກາດ​ໃຫ້​ພົນ​ລະ​ເຮືອນ​ທີ່​ພາ​ກັນ​ຫຼົບ​ໄພ​ຢູ່​ໃນ​ຫ້ອງ​ໄຕ້​ດິນ​ຂອງ​ໂຮງ​ງານ ໄດ້​ຮັບ​ການ​ຍົກ​ຍ້າຍ.” ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງວ່າ ນາຍ​ທະ​ຫານ​ຢູ​ເຄ​ຣນ​ຄົນ​ນີ້ ກ່າ​ວ​ຈາກ​ສະ​ຖານ​ທີ່​ແຫ່ງ​ໃດ​ແທ້.

ໃນ​ຄຳ​ປາ​ໄສ​ເມື່ອ​ຕອນ​ເຊົ້າ​ວັນ​ພະ​ຫັດ​ວານນີ້ ທ່ານ​ເຊ​ເລນ​ສ​ກີ​ເວົ້າ​ວ່າ ການ​ຢຸດ​ຍິງ​ແບບ​ດົນໆ ແມ່ນ​ມີ​ຄວາມ​ຈຳ​ເປັນ ເພື່ອ​ຈະ​ຍົກ​ຍ້າຍ​ພົນ​ລະ​ເຮືອນ​ທີ່​ຍັງ​ເຫຼືອ​ຢູ່​ໃນ​ເມືອງ​ມາ​ຣີ​ອູ​ໂປ​ລ ອອກ​ໄປ​ນັ້ນ.

ອ່ານ​ຂ່​າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG