ບັນດາລັດຖະມົນຕີສິ່ງແວດລ້ອມສະຫະພາບຢູໂຣບຢູ່ນະຄອນ Brussels ໄດ້ໃຫ້ການອະນຸມັດຢ່າງເປັນເອກກະສັນ ຕໍ່ຂໍ້ຕົກລົງປາຣີ ປີ 2015 ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ສະຫະພາບຢູໂຣບຈຳເປັນຈະຕ້ອງໄດ້ເຊັນຂໍ້ຕົກ ລົງນີ້ ເພື່ອຈະສາມາດມີບ່ອນນັ່ງໃນໂຕະສົນທະນາ ເລື້ອງດິນຟ້າອາກາດ ຊຶ່ງກຳນົດຈະຈັດຂຶ້ນໃນເດືອນພະຈິກ ທີ່ເມືອງ Marrakech ປະເທດ Morocco.
ສະພາຢູໂຣບ ຈະລົງຄະແນນສຽງ ກ່ຽວກັບຂໍ້ຕົກລົງວ່າດ້ວຍການປ່ຽນແປງຂອງ ດິນຟ້າອາກາດໃນວັນອັງຄານຈະມາເຖິງນີ້. ການເຄື່ອນໄຫວດັ່ງກ່າວຈະຕິດຕາມດ້ວຍຂັ້ນຕອນການດຳເນີນການຢ່າງວອງໄວ ເພື່ອໃຫ້ໄດ້ຮັບການອະນຸຍາດຢ່າງ ເປັນລາຍລັກອັກສອນ ຈາກປະມຸກຂອງປະເທດຕ່າງໆ. ຂໍ້ຕົກລົງວ່າດ້ວຍການ ປ່ຽນແປງຂອງດິນຟ້າອາກາດຈະເລີ້ມມີຜົນບັງຄັບໃຊ້ກໍຕໍ່ເມື່ອ 55 ປະເທດທີ່ໄລ່ຮວມກັນແລ້ວຜະລິດການປ່ອຍແກັສເຮືອນແກ້ວ 55 ເປີເຊັນຂອງໂລກ ຕ້ອງເຊັນຂໍ້ຕົກລົງ. ຫລັງຈາກນັ້ນນຶ່ງເດືອນ ຂໍ້ຕົກລົງນີ້ ຈຶ່ງຈະເລີ້ມມີຜົນບັງຄັບໃຊ້.
ທ່ານ Miguel Arias Canete ກຳມາທິການຂອງສະຫະພາບຢູໂຣບ ຮັບຜິດຊອບກ່ຽວກັບການປະຕິບັດງານ ດ້ານອາກາດ ແລະພະລັງງານ ກ່າວຕໍ່ບັນດານັກຂ່າວ ຫລັງຈາກກອງປະຊຸມໃນວັນສຸກວານນີ້ວ່າການຕັດສິນໃຈຢ່າງເປັນເອກກະສັນບໍ່ໄດ້ບ່ອນທຳລາຍຕໍ່ການລົງຄະແນນສຽງໃນບັນດາປະເທດສະມາ ຊິກ. “ໃນຄວາມເຫັນກ່ຽວກັບການສ່ຽງຂອງຂໍ້ຕົກລົງປາຣີ ທີ່ຈະເລີ້ມມີຜົນບັງຄັບໃຊ້ ໂດຍປາດສະຈາກ ສະຫະພາບຢູໂຣບນັ້ນ ພວກເຮົາໄດ້ເອົາການຕັດສິນໃຈຢ່າງເຫັນພ້ອມທັງໝົດ. ການໃຫ້ສັດຕະຍາບັນຂອງສະ ພາແຫ່ງຊາດ ແມ່ນເປັນທີ່ເຄົາລົບຢ່າງເຕັມທີ່.”
ສະມາຊິກ 28 ປະເທດຂອງສະຫະພາບຢູໂຣບ ແມ່ນມີຄວາມກະຕືລືລົ້ນທີ່ຈະພິສູດໃຫ້ເຫັນວ່າ ຕົນສາມາດແກ້ໄຂບັນຫາສຳຄັນນີ້ຢ່າງມີປະສິດທິຜົນ ໃນຂະນະທີ່ປະເຊີນໜ້າ ກັບວິກິດການຫຼາຍຢ່າງຢູ່ໃນຂະນະດຽວກັນ. ກຳມາທິການ Arias Canete ກ່າວວ່າ ຊື່ສຽງຂອງຢູໂຣບແມ່ນສຳຄັນ.
“ເພາະວ່າ ຈື່ໄວ້ວ່າເຂົາເຈົ້າເວົ້າວ່າ ຢູໂຣບແມ່ນຫຍຸ້ງຍາກຫຼາຍທີ່ຈະຕົກລົງຢ່າງວ່ອງໄວ. ເຂົາເຈົ້າກ່າວວ່າ ພວກເຮົາມີສິ່ງກີດຂວາງຢ່າງຫລວງຫລາຍ ເຂົາເຈົ້າກ່າວວ່າ ພວກເຮົາທັງໝົດໄດ້ກ່າວແລະເຂົາເຈົ້າຍັງໄດ້ເລີ້ມຖາມວ່າ ຫົວໃຈຂອງພວກເຮົາໄດ້ຢູ່ໃນນັ້ນແທ້ບໍ່. ປັດຈຸບັນ ມັນໄດ້ສະແດງໃຫ້ເຫັນ ຢ່າງແຈ່ມແຈ້ງວ່າ ພວກເຮົາໝາຍເຖິງ ຄວາມສຳຄັນ.” ປະທານຄະນະກຳມາທິການຢູໂຣບ ທ່ານ Jean-Claude Juncker ໄດ້ເນັ້ນຢ້ຳເຖິງຄວາມສຳຄັນກ່ຽວກັບການໃຫ້ສັດຕະ ຍາບັນຢ່າງໄວຂອງສະຫະພາບຢູໂຣບ ລະຫວ່າງ ກ່າວຄຳປາໄສກ່ຽວກັບສະພາບຂອງຢູໂຣບເມື່ອກາງເດືອນກັນຍາຜ່ານມາໂດຍກ່າວວ່າ “ການແກ່ຍາວຕໍ່ການໃຫ້ສັດຕະຍາບັນຂອງພວກເຮົາ ຈະມີຜົນກະທົບຕໍ່ຄວາມໜ້າເຊື່ອ ຖືຂອງພວກເຮົາ ແລະເຮັດໃຫ້ພວກເຮົາເບິ່ງແລ້ວເປັນໜ້າຢາກຫົວ."