ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ເຈລະຈາ​ ເລື່ອງນິວ​ເຄລຍ ຂອງອີຣ່ານ ຈະເລີ່ມຄືນ ໃນອາທິດໜ້າ


ລັດຖະມົນຕີຕ່າງປະເທດ ສຫລ ທ່ານ John Kerry, ຊ້າຍ, ປະຊຸມກັບລັດຖະມົນຕີຕ່າງປະເທດ ອີຣ່ານ ທ່ານ Mohammad Javad Zarif, ຂວາ, ກ່ຽວກັບ ໂຄງການນິວເຄລຍຂອງອີຣ່ານ ຢູ່ນະຄອນ Lausanne, ປະເທດ Switzerland, ວັນທີ 17 ມີນາ 2015.
ລັດຖະມົນຕີຕ່າງປະເທດ ສຫລ ທ່ານ John Kerry, ຊ້າຍ, ປະຊຸມກັບລັດຖະມົນຕີຕ່າງປະເທດ ອີຣ່ານ ທ່ານ Mohammad Javad Zarif, ຂວາ, ກ່ຽວກັບ ໂຄງການນິວເຄລຍຂອງອີຣ່ານ ຢູ່ນະຄອນ Lausanne, ປະເທດ Switzerland, ວັນທີ 17 ມີນາ 2015.

ສະຫະພາບ​ຢູ​ໂຣບ ຫຼື ອີ​ຢູ ກ່າວ​ວ່າ ການ​ເຈລະຈາ​ເລື່ອງ
ນິວ​ເຄລຍ ລະຫວ່າງ 6 ປະ​ເທດ​ມະຫາ​ອຳນາດ ກັບ ອີຣ່ານ
ນັ້ນ ຈະ​ເລີ່ມ​ຄືນອີກ ​ໃນ​ອາທິດ​ໜ້ານີ້ ຢູ່​ທີ່​ນະຄອນຫຼວງ ວຽນ​ນາ
ຂອງປະ​ເທດ​ອອສ​ເຕຣຍ.

ບັນດາ​ເຈົ້າໜ້າ​ທີ່ ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້ ວ່າ ບັນດານັກ
​ເຈລະຈາ ຈາກ ອີຢູ ​ແລະ ອີຣ່ານ ຈະ​ພົບ​ປະກັນ ​ໃນ​ວັນ​ທີ 12
ພຶດສະພາຈະ​ມາ​ເຖິງ​ນີ້. ສ່ວນບັນດາ​ເຈົ້າໜ້າ​ທີ່ ຈາກ​ອັງກິດ ຈີນ
ຝຣັ່ງ ​ເຢຍຣະມັນ ຣັດ​ເຊຍ ​ແລະ ສະຫະລັດ ທີ່​ເອີ້ນວ່າ ກຸ່ມ P5
ບວກ 1 ນັ້ນ ຈະເຂົ້າ ຮ່ວມ​ການ​ເຈລະຈາ ສາມ​ມື້​ຕໍ່​ໄປ ຄື​ໃນ​ວັນ​ທີ
15 ພຶດສະພາ.

ເມື່ອ​ເດືອນ​ແລ້ວ​ນີ້ ທັງ​ສອງ​ຝ່າຍໄດ້​ບັນລຸ​ ຂໍ້​ຕົກ​ລົງກັນ​ກ່ຽວ​ກັບໂຄງ​ຮ່າງຂອງ​ສັນຍາ​ ທີ່​ຈະ
​ເຮັດ​ກັນ ແລະ ບັດ​ນີ້ ກຳລັງ​ພະຍາຍາມ ​ທີ່​ຈະເຮັດ​ລາຍລະອຽດ​ຕ່າງໆ ຂອງສັນຍາ ​ສະບັບ
ສຸດ​ທ້າຍນັ້ນ ​ໃຫ້​ແລ້ວ​ເສັດ ພາຍ​ໃນ​ວັນ​ເສັ້ນ​ຕາຍ ຄືວັນທີ 30 ມີ​ຖຸນ​າ.

US Senate at Crossroads on Iran Nuclear Bill
please wait

No media source currently available

0:00 0:02:31 0:00

ອີຣ່ານຈະ​ຕັດ​ ໂຄງການ​ເສີມ​ສະມັດຖະພາບທາດ​ຢູ​ເຣນຽມ ຂອງ​ຕົນລົງ ເພື່ອ​ບໍ່​ໃຫ້ສາມາດ​
ນຳ​ມາ​ສ້າງ​ ເປັນ​ລະ​ເບີດ​ນິວ​ເຄລຍ​ໄດ້. ​ແລະ​ເພື່ອເປັນ​ການ​ແລກປ່ຽນ ອົງການ​ສະຫະ​ປະ
ຊາ​ຊາດ ​ແລະ ພວກປະ​ເທດ​ຕາ​ເວັນ​ຕົກ ​ຈະ​ຜ່ອນ​ຜັນມາດຕາ​ການ​ລົງ​ໂທດ​ຕ່າງໆ ທີ່​ໄດ້​
ທັບ​ມ້າງ​ເສດຖະກິດ​ຂອງ​ອີຣ່ານນັ້ນ ລົງ.

ພວກລາຍ​ລະອຽດ​ທີ່ຍັງ​ຈະ​ຕ້ອງ​ໄດ້​ເຮັດກັນນັ້ນ ​ມີລວມທັງ​ການຕົກລົງ ​ກັນວ່າ ຈະຍົກ​ເລີກ
ການ​ລົງ​ໂທດ​ຕ່າງໆ​ນັ້ນ ​ໄວ​ສ່ຳ​ໃດ.

ອີຣ່ານ ​ແມ່ນ​ຢືນ​ຢັດ​ວ່າ ການ​ລົງ​ໂທດ​ນັ້ນ ຕ້ອງ​ຍຸດຕິ​ໃນ​ທັນທີ ​ເມື່ອໃດ ​ທີ່ບັນລຸ​ຂໍ້ຕົກລົງ​ຂັ້ນ​
ສຸດ​ທ້າຍ​ກັນແລ້ວ.

​ແຕ່ສະຫະລັດ​ກ່າວ​ວ່າ ຕົນຈະຕ້ອງ​ໄດ້ຮັບ​ການພິສູດ ​ແລະ​ ຢືນ​ຢັນ​ເສຍ​ກ່ອນວ່າ ອີຣ່ານ​ໄດ້ປະຕິບັດ​ຕາມ​ ຂໍ້​ຕົກລົງ​ນັ້ນ ຫລື​ບໍ່.

Zarif: Nuclear Deal an 'Opportunity That Should Not be Missed'
please wait

No media source currently available

0:00 0:02:02 0:00

XS
SM
MD
LG