ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະພາບຢູໂຣບ ຕໍ່ອາຍຸ ການລົງໂທດ ຣັດເຊຍ ອອກໄປອີກ 6 ເດືອນ


ປະທານາທິບໍດີຝຣັ່ງ ທ່ານ Hollande (ທີສອງຈາກຊ້າຍ) ສົນທະນາກັບເຈົ້າເມືອງ ເມືອງ Aleppo ທ່ານ Brita Hagi Hasan, (ຊ້າຍ),
ປະທານາທິບໍດີຝຣັ່ງ ທ່ານ Hollande (ທີສອງຈາກຊ້າຍ) ສົນທະນາກັບເຈົ້າເມືອງ ເມືອງ Aleppo ທ່ານ Brita Hagi Hasan, (ຊ້າຍ),

ບັນດາຜູ້ນຳຂອງສະຫະພາບຢູໂຣບ ໄດ້ພົບປະກັນຢູ່ທີ່ກອງປະຊຸມສຸດຍອດ ໃນນະຄອນ Brussels ເມື່ອວັນພະຫັດວານນີ້ ແລະໄດ້ຕົກລົງຂະຫຍາຍເວລາ ການວາງມາດຕະການ
ລົງໂທດ ຕໍ່ຣັດເຊຍ ອອກໄປຕື່ມອີກ 6 ເດືອນອີງຕາມບັນດາເຈົ້າໜ້າທີ່ຂອງສະຫະພາບ
ຢູໂຣບ.

ກອງປະຊຸມໄລຍະໜຶ່ງມື້ ດຳເນີນໄປຈົນເຖິງທ່ຽງຄືນຂອງວັນພະຫັນ ໂດຍມີການວາງຂີິດ
ຈຳກັດ ຂອງປີແຫ່ງຄວາມວຸ້ນວາຍສັບສົນ ສຳລັບກຸ່ມສະມາຊິກຈາກ 28 ປະເທດ ໃນຂະ
ນະທີ່ເກີດຄຳຖາມຫຼາຍຢ່າງກ່ຽວກັບ ຄວາມໝັ້ນຄົງ ແລະອານາຄົດຂອງອົງການດັ່ງ
ກ່າວນີ້.

ການຕັດສິນໃຈຂອງຕົນ ທີ່ຂະຫຍາຍເວລາການວາງມາດຕະການລົງໂທດຕໍ່ຣັດເຊຍນັ້ນ ໄດ້ມີຂຶ້ນຊຶ່ງເປັນສິ່ງທີ່ບໍ່ໜ້າແປກໃຈເລີຍ. ເພາະກ່ອນໜ້າເມື່ອສັບປະດານີ້ ນາຍົກລັດ
ຖະມົນຕີ ເຢຍຣະມັນ ທ່ານນາງ Angela Merkel ແລະ ປະທານາທິບໍດີ ຝຣັ່ງ ທ່ານ Francois Hollande ໄດ້ກ່າວວ່າ ພວກເພິ່ນຈະສະໜັບສະໜູນ ການຂະຫຍາຍມາດ
ຕະການລົງໂທດ ໂດຍມີຂໍ້ມູນຂອງການບໍ່ປະຕິບັດຕາມຂໍ້ຕົກລົງທີ່ນະຄອນ Minsk ກ່ຽວ
ກັບ ບັນຫາຢູເຄຣນ ຂອງຣັດເຊຍ.

ການຕັດສິນໃຈດັ່ງກ່າວນັ້ນ ທີ່ຈະໄດ້ຖືກປະກາດຢ່າງເປັນທາງການ ໃນສອງສາມມື້ຂ້າງ
ໜ້ານີ້ ໄດ້ມີຂຶ້ນເຖິງແມ່ນວ່າ ຈະມີຄວາມກົດດັນພາຍໃນກຸ່ມນັກລົງທຶນ ແລະ ທະວີບຢູ
ໂຣບ ຈະມີຜົນປະໂຫຍດໃນດ້ານຂອງພະລັງງານ ລວມທັງ ພາຍໃນປະເທດເຢຍຣະມັນ
ເອງ ທີ່ຢາກໃຫ້ຫລຸດຜ່ອນການວາງມາດຕະການລົງໂທດ ກໍຕາມ.

ນາຍົກລັດຖະມົນຕີອັງກິດ ທ່ານນາງ Theresa May ກຳລັງອອກຈາກກອງປະຊຸມສະຫະພາບຢູໂຣບ.
ນາຍົກລັດຖະມົນຕີອັງກິດ ທ່ານນາງ Theresa May ກຳລັງອອກຈາກກອງປະຊຸມສະຫະພາບຢູໂຣບ.

ບັນດານັກວິເຄາະ ໄດ້ກ່າວວ່າ ທ່າແຮງ ຂອງການສືບຕໍ່ລົງໂທດຣັດເຊຍ ທີ່ໄດ້ຕົກຕ່ຳລົງ ນັ້ນ ແມ່ນໄດ້ຖືກກະຕຸ້ນໂດຍຄຳຖະແຫລງຂອງປະທານາທິບໍດີ ທີ່ຖືກເລືອກໃໝ່ ທ່ານ ດໍ
ໂນລທຣຳ ທີ່ໄດ້ກ່າວເຖິງຄວາມຍິນຢອມທີ່ຈະທຳງານຢ່າງໃກ້ຊິດ ກັບຣັດເຊຍເພື່ອທີ່ແກ້
ໄຂບັນຫາຂັດແຍ່ງທັງຫຼາຍ ແລະ ການຕໍ່ສູ້ຕ້ານການກໍ່ການຮ້າຍ.

ບັນດານັກວິເຄາະໄດ້ຄາດຄະເນວ່າ ມັນຈະບໍ່ເປັນໄປໄດ້ ທີ່ຈະມີມາດຕະການລົງໂທດໃໝ່
ໃດໆ ຕໍ່ ມົສກູ ໃນເລື່ອງຂອງຊີເຣຍ ແຕ່ ບັນດາຜູ້ນຳຂອງສະຫະພາບຢູໂຣບ ໃນວັນພະ
ຫັດວານນີ້ ໄດ້ປະນາມຢ່າງຮຸນແຮງ ການບຸກໂຈມຕີ ໃນບໍລິເວນຕ່າງໆ ຂອງເມືອງ ອາເລັບໂປ ໂດຍລັດຖະບານຊີເຣຍ ທີ່ໄດ້ຮັບການໜູນຫຼັງໂດຍຣັດເຊຍ ແລະ ໄດ້ຮຽກຮ້ອງ
ໃຫ້ຍຸຕິຄວາມຮຸນແຮງນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG