ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານ EU ຕັດສິນວ່າ ຢູໂຣບ ບໍ່ສາມາດ ຈັບຄົນ ເດີນທາງເຂົ້າປະເທດ ຢ່າງຜິດ ກົດໝາຍ ໃສ່ຄຸກໄດ້


ສານຍຸຕິທຳ ຢູໂຣບ ໃນປະເທດ Luxembourg.
ສານຍຸຕິທຳ ຢູໂຣບ ໃນປະເທດ Luxembourg.

ສານຍຸຕິທຳ ຢູໂຣບ ໄດ້ຕັດສິນວ່າ ບັນດາປະເທດໃນສະຫະພາບ ຢູໂຣບ ຫຼື EU ບໍ່ສາ ມາດ ກັກຂັງພວກຍົກຍ້າຍຖິ່ນຖານຜິດກົດໝາຍໄດ້ຢ່າງງ່າຍດາຍສຳລັບ ການຂ້າມເຂດ ຊາຍແດນຢູ່ພາຍໃນ 26 ປະເທດທີ່ເປັນເຂດປອດໜັງສືຜ່ານ ແດນຂອງທະວີບ, ເຊິ່ງຮູ້ ຈັກກັນວ່າເຂດ Schengen ນັ້ນ.

ໃນການຕັດສິນຂອງພວກເຂົາເຈົ້າໃນວັນອັງຄານວານນີ້, ສານໃນປະເທດ Luxemburg ກ່າວວ່າ ກົດລະບຽບຕ່າງໆຂອງ EU ໄດ້ປ້ອງກັນການຈັບກຸມ ດັ່ງກ່າວ, ນອກຈາກວ່າ ພວກຍົກຍ້າຍຖິ່ນຖານທີ່ບໍ່ແມ່ນຄົນ EU ໄດ້ກໍ່ອາຊະ ຍາກຳ, ຫຼື ຖືກດຳເນີນການເນລະ ເທດແລ້ວ. ພວກເຂົາເຈົ້າກໍຍັງໄດ້ຕັດສິນ ຄັດຄ້ານການຈັບກຸມທີ່ເກີດຂຶ້ນ ໃນເຂດຊາຍ ແດນຕ່າງໆຂອງເຂດ Schengen ໃນຂະນະທີ່ພວກຍົກຍ້າຍຖິ່ນຖານເດິີນທາງໄປບ່ອນ ອື່ນຢູ່ໃນທະວີບ.

ຜົນກະທົບຂອງການຕັດສິນຂອງສານແມ່ນຍັງບໍ່ຊັດເຈນໃນທັນທີທັນໃດ.

ການຕັດສິນໄດ້ຖືກປະກາດອອກມາ ໃນຂະນະທີ່ ຢູໂຣບ ຖືກຍຶດໝັ້ນດ້ວຍ ການຫຼັ່ງໄຫຼເຂົ້າ ໄປຂອງພວກອົບພະຍົບຈາກຕາເວັນອອກກາງ ແລະ ອາຟຣິ ກາ, ໃນກໍລະນີຂອງຄົນ ການາ ຄົນໜຶ່ງຊື່ວ່າ ນາງ Selina Affum ຜູ້ທີ່ໄດ້ຖືກ ຄວບຄຸມຕົວໃນປີ 2013 ໂດຍຕຳ ຫຼວດ ຝຣັ່ງ ທີ່ອຸມົງຊ່ອງແຄບ. ຜູ້ຖືກຄວບ ຄຸມຕົວໄດ້ເດີນທາງດ້ວຍລົດບັສ ຈາກປະເທດ ແບລຈຽມ ຫາ ອັງກິດ, ໂດຍ ການໃຊ້ໜັງສືເດີນຜ່ານແດນຂອງຄົນອື່ນ.

ຕຳຫຼວດ ຝຣັ່ງ ໄດ້ຕັ້ງຂໍ້ຫາໃສ່ລາວວ່າ ເດີນທາງເຂົ້າປະເທດ ຝຣັ່ງ ຢ່າງຜິດ ກົດໝາຍ ແລະ ຕໍ່ມາໄດ້ຂໍໃຫ້ປະເທດ ແບລຈຽມ ນຳຕົວຂອງລາວກັບຄືນໄປ. ທະນາຍຄວາມຂອງລາວ ໄດ້ຕໍ່ສູ້ກັບການຈັບກຸມນັ້ນ, ໂດຍກ່າວວ່າພວກເຂົາເຈົ້າ ໄດ້ລະເມີດກົດລະບຽບຂອງ EU ແລະ ຂັ້ນຕອນຕ່າງໆສຳລັບບັນດາປະເທດ ສະມາຊິກ ໃນເວລາການເຄື່ອນຍ້າຍຜູ້ຍົກ ຍ້າຍຖິ່ນຖານທີ່ບໍ່ແມ່ນຄົນ EU ອອກຈາກປະເທດຂອງພວກເຂົາເຈົ້າ.

XS
SM
MD
LG