ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະລັດ ກຳລັງປ່ຽນແປງ ທ່າທີ ກ່ຽວກັບ ຂໍ້ຕົກລົງ ປາຣີ ເລື່ອງດິນຟ້າອາກາດ


ປະທານາທິບໍດີ ດໍໂນລ ທຣຳ ໃນຂະນະທີ່ປະກາດການຕັດ
ສິນໃຈຂອງທ່ານວ່າ ສະຫະລັດ ຈະຖອນໂຕອອກຈາກຂໍ້ຕົກ
ລົງ ປາຣີ, ໃນສວນກຸຫຼາບຂອງທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ. 1 ມິຖຸນາ, 2017.
ປະທານາທິບໍດີ ດໍໂນລ ທຣຳ ໃນຂະນະທີ່ປະກາດການຕັດ ສິນໃຈຂອງທ່ານວ່າ ສະຫະລັດ ຈະຖອນໂຕອອກຈາກຂໍ້ຕົກ ລົງ ປາຣີ, ໃນສວນກຸຫຼາບຂອງທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ. 1 ມິຖຸນາ, 2017.

ສະຫະລັດ ໄດ້ໃຫ້ຮ່ອງຮອຍ ແກ່ເຈົ້າໜ້າທີ່ຂັ້ນສູງ ຝ່າຍພະລັງງານຂອງສະຫະພາບ
ຢູໂຣບ ວ່າ ຕົນອາດຢາກກັບຄືນເຂົ້າມາມີສ່ວນຢູ່ໃນສັນຍາ ປາຣີ ເລື່ອງດິນຟ້າອາກາດ
ເຖິງແມ່ນວ່າ ປະທານາທິບໍດີ ດໍໂນລ ທຣຳ ຈະໄດ້ປະກາດໄປ ເມື່ອເດືອນມິຖຸນາ ວ່າ
ຈະຖອນຕົວອອກ ເພື່ອຫາທາງໄກ່ເກ່ຍໃໝ່ນັ້ນກໍຕາມ.

ທ່ານ Miguel Arias Canete ກຳມາທີການ ດ້ານພະລັງງານ ແລະ ດິນຟ້າອາກາດ
ປະຈຳ ສະຫະພາບ ຢູໂຣບ ໄດ້ກ່າວໃນວັນເສົາວານນີ້ວ່າ ການຫັນປ່ຽນທີ່ວ່ານັ້ນ ໄດ້ມີ
ຂຶ້ນໃນລະຫວ່າງ ກອງປະຊຸມ ຢູ່ນະຄອນ Montreal ຂອງລັດຖະມົນຕີ ຫຼາຍກວ່າ
30 ທ່ານ ນຳພາໂດຍ ການາດາ, ຈີນ ແລະ ສະຫະພາບ ຢູໂຣບ.

ກອງປະຊຸມທີ່ນະຄອນ Montreal ໄດ້ມີຂຶ້ນ ເພື່ອເປັນການຫ້າງຫາ ສຳລັບກອງປະຊຸມ
ສະມັດຊາໃຫຍ່ປະຈຳປີຂອງອົງການ ສະຫະປະຊາຊາດ ຊຶ່ງເຫດການອັນສຳຄັນຈະມີ
ຂຶ້ນໃນວັນອັງຄານນີ້.

ທ່ານ Canete ໄດ້ກ່າວລຸນຫຼັງກອງປະຊຸມນັ້ນວ່າ “ສະຫະລັດ ໄດ້ເວົ້າວ່າ ພວກເຂົາເຈົ້າ
ຢາກເຈລະຈາສັນຍາ ປາຣີ ຄືນໃໝ່ ແຕ່ພວກເຂົາເຈົ້າ ກໍຈະພະຍາຍາມທົບທວນຄືນ
ເງື່ອນໄຂຕ່າງໆ ທີ່ພວກເຂົາເຈົ້າພໍເຮັດນຳໄດ້ ພາຍໃຕ້ຂໍ້ຕົກລົງປັດຈຸບັນ.”

ຢ່າງໃດກໍດີ ທ່ານນາງ Sarah Huckabee Sanders ໂຄສົກທຳນຽບຂາວ ກໍໄດ້ຂຽນ
ລົງໃນ Twitter ໂດຍເວົ້າແຕກຕ່າງໄປຈາກນັ້ນ ລຸນຫຼັງຄຳເວົ້າຂອງທ່ານ Canete ບໍ່ດົນ
ເທົ່າໃດ. ທ່ານນາງກ່າວວ່າ “ທ່າທີຂອງພວກເຮົາໃນຂໍ້ຕົກລົງປາຣີຍັງບໍ່ມີຫຍັງປ່ຽນແປງ.
ມັນເປັນທີ່ຈະແຈ້ງວ່າ ສະຫະລັດ ຈະຖອນຕົວ ນອກຈາກວ່າ ຂໍ້ຕົກລົງຈະເປັນໄປຕາມ
ເງື່ອນໄຂຂອງພວກເຮົາ.”

ທ່ານ ທຣຳ ໄດ້ຮັບຄວາມຕ້ອງຕິຈາກນາໆຊາດ ເວລາທ່ານປະກາດຖອນໂຕອອກຈາກຂໍ້
ຕົກລົງ ປາຣີ ແລະ ຊອກຫາຊ່ອງທາງເພື່ອໃຫ້ມີການເຈລະຈາກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG