ບັນດາລັດຖະມົນຕີຕ່າງປະເທດ ແລະພາຍໃນຂອງສະຫະ
ພາບຢູໂຣບກຳລັງຮ່ວມປະຊຸມກັນ ຢູ່ Luxembourg ເພື່ອ
ໂອ້ລົມສົນທະນາກັນເລື້ອງວິກິດການອົບພະຍົບໃນທະເລ
Mediteranean ນັ້ນ.
ການພົບປະກັນໃນວັນຈັນມື້ນີ້ ມີຂຶ້ນ ໃນຂະນະທີ່ອີຕາລີສືບ
ຕໍ່ທຳການຊອກຄົ້ນ ແລະປະຕິບັດງານຊ່ອຍກູ້ຊີວິດຢ່າງຂະ
ໜານໃຫຍ່ໃນທະເລເມດີເທີເຣນຽນ ເຮືອລຳໜຶ່ງທີ່ຂວໍ້າ ຢູ່
ນອກຝັ່ງລີເບຍ ທີ່ບັນທຸກພວກອົບພະຍົບຫຼາຍຮ້ອຍຄົນ ໃນ
ຂະນະດຽວກັນກໍຊ່ອຍກູ້ພວກອົບພະຍົບຊາວຊີເຣຍ ຈາກ
ເຮືອອີກລຳໜຶ່ງຢູ່ນອກຝັ່ງເກາະ Sicily.
ມີເດັກນ້ອຍ 13 ຄົນ ຮວມຢູ່ໃນຈຳນວນອົບພະຍົບຊີເຣຍ 93 ຄົນ ທີ່ຂີ່ເຮືອມາຈາກເທີກີ
ຂ້າມທະເລທີ່ເປັນອັນຕະລາຍໄປຍັງຢູໂຣບນັ້ນ.
ທ່ານນາງ Federica Mogherini ຫົວໜ້ານະໂຍບາຍຕ່າງປະເທດຂອງສະຫະພາບຢູໂຣບ ກ່າວໃນວັນຈັນມື້ນີ້ວ່າ ສະຫະພາບຢູໂຣບ ມີ “ພາລະໜ້າທີ່ທາງດ້ານສີນລະທຳ
ທີ່ຈະຕ້ອງສຸມຄວາມຮັບຜິດຊອບຂອງພວກເຮົາໃນນາມເປັນຊາວຢູໂຣບ ເພື່ອປ້ອງ
ກັນບໍ່ໃຫ້ໂສກນາດຕະກຳແບບນີ້ ເກີດຂຶ້ນແລ້ວຂຶ້ນອີກ.”
ທ່ານນາງ Carlotta Sami ໂຄສົກປະຈຳຂ້າຫຼວງໃຫຍ່ວ່າດ້ວຍອົບພະຍົບສະຫະປະຊາຊາດ ກ່າວວ່າ ພວກອົບພະຍົບເຫລົ່ານັ້ນ ທີ່ພະຍາຍາມຊອກຫາຊີວິດທີ່ດີຂຶ້ນໃນຢູໂຣບ ພາກັນເດີນທາງສ່ຽງຕາຍມາຕາມເສັ້ນທາງຕ່າງໆ ເພື່ອໃຫ້ໄປຮອດໄປເຖິງຈຸດໝາຍປາຍ
ທາງຂອງພວກເຂົາເຈົ້າ.
ໃນຂະນະດຽວກັນ ມີຄວາມຢ້ານກົວກັນວ່າ ປະຊາຊົນຈຳນວນ 700 ຄົນ ຫຼືຫຼາຍກວ່ານັ້ນ ອາດໄດ້ເສຍຊີວິດໄປແລ້ວ ນຳເຮືອທີ່ປີ້ນຂວໍ້າ ຢູ່ນອກຝັງຂອງລີເບຍນັ້ນ ແຕ່ຈຳນວນຜູ້ເສຍຊີວິດແທ້ໆນັ້ນ ຄົງບໍ່ມີທາງຈະຮູ້ໄດ້.
ອີຕາລີ ພິຈາລະນາ ຈະທຳການໂຈມຕີ ທີ່ລີເບຍ ເພື່ອຢຸດບັນຫາອົບພະຍົບ: