ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຕຳຫຼວດແບລຢ້ຽມ ເຜີຍແຜ່ວີດີໂອໃໝ່ ກ່ຽວກັບ ຜູ້ຕ້ອງສົງໄສ ວາງລະເບີດ ຢູ່ເດີ່ນບິນ


ຮູບພາບຈາກກ້ອງວົງຈອນປິດຢູ່ເດີ່ນບິນ ທີ່ນຳອອກເຜີຍແຜ່ ໂດຍຕຳຫລວດລັດຖະບານກາງ Belgium ສະແດງໃຫ້ເຫັນ ຜູ້ຕ້ອງສົງໄສ ທີ່ໂຈມຕີເດີ່ນບິນ Zaventem ເມື່ອວັນທີ 22 ກຸມພາ 2016.
ຮູບພາບຈາກກ້ອງວົງຈອນປິດຢູ່ເດີ່ນບິນ ທີ່ນຳອອກເຜີຍແຜ່ ໂດຍຕຳຫລວດລັດຖະບານກາງ Belgium ສະແດງໃຫ້ເຫັນ ຜູ້ຕ້ອງສົງໄສ ທີ່ໂຈມຕີເດີ່ນບິນ Zaventem ເມື່ອວັນທີ 22 ກຸມພາ 2016.

ຕຳຫລວດ Belgium ​ໄດ້​ນຳ​ອອກເຜີຍ​ແຜ່ວີ​ດີ​ໂອ​ໃໝ່ຂອງ​ຜູ້​ສົງ​ໄສ​ໃນການວາງ ລະ​ເບີດ ​ຢູ່​ ເດີ່ນ​ບິນ ທີ່​ເຈົ້າໜ້າ​ທີ່​ຕ້ອງການ​ຕົວ ​ໃນ​ຂະນະ​ທີ່​ທະນາຍຄວາມຂອງ​ຜູ້​ຕ້ອງ​ສົງ​ໄສ​ຄົນ ນຶ່ງ ​ທີ່ໂຈມ​ຕີ​ນະຄອນຫຼວງ​ປາຣີກ່າວ​ວ່າ ການ​ສົ່ງ​ລູກ​ຄວາມ​ລາວ ​ໄປ​ຝຣັ່ງ ອາດ​ຈະ​ໃຊ້​ເວ ລາ​ອີກ​ຫລາຍ​ອາທິດ.

ວີ​ດີ​ໂອ​ຂອງຕຳຫລວດທີ່​ນຳ​ອອກ​ເຜີຍ​ແຜ່​ເປັນ​ພາສາ​ຝຣັ່ງ​ແລະ​ໂຮ​ນລັງ ​ສະ​ແດງ​ ໃຫ້​ເຫັນ ວ່າ ​ບໍ່​ເທົ່າ​ໃດ​ນາ​ທີ​ຫລັງ​ຈາກການວາງ​ລະ​ເບີດໃນ​ວັນ​ທີ 22 ​ເດືອນ​ມີນາ ຢູ່​ເດີ່ນ​ບິນ Zaventem ​ແລະອັນ​ທີ່​ປາກົດ​ວ່າ ​ເປັນການ​ຫລົບໜີ​ຂອງ​ຜູ້​ຕ້ອງ​ສົງ​ໄສຄົນທີ​ສາມ​ທີ່​ລອດ ​ຊີວິດມາ​ໄດ້ ທີ່​ສື່​ມວນ​ຊົນ​ມັກ​ເອີ້ນ​ວ່າ “ຜູ້​ຊາຍ​ທີ່ໃສ່​ໝວກ."

ຮູບພາບເຜີຍແຜ່ໃນວັນພຸດ ທີ 23 ກຸມພາ ສະແດງໃຫ້ເຫັນທ້າວ Khalid.
ຮູບພາບເຜີຍແຜ່ໃນວັນພຸດ ທີ 23 ກຸມພາ ສະແດງໃຫ້ເຫັນທ້າວ Khalid.

ສື່​ມວນຊົນ​ທ້ອງ​ຖິ່ນ​ກ່ອນ​ໜ້າ​ນີ້​ໄດ້ນຳ​ອອກ​ເຜີຍ​ແຜ່ ວີ​ດີ​ໂອຈາກກ້ອງ​ວົງ​ຈອນປິດ ກ່ຽວ​ກັບ​ ຜູ້​ຊາຍ ທີ່​ເດີ່ນ​ບິນ Zaventem ກ່ອນເກີດ​ເຫດ​ລະ​ເບີດ ໂດຍໃສ່​ໝວກ ​ແລະ​ເສື້ອ​ກັນ​ລົມ ແລະ​ຍ່າງ​ຢູ່ທາງຂ້າງພວກໂຈມ​ຕີ​ດ້ວຍ​ລະ​ເບີດສະລະ​ຊີບ ທ້າວ Ibrahim el-Bakraoui ​ ແລະທ້າວ Najim Laachraoui. ຜູ້​ຊາຍ​ທັງ​ສາມ​ຄົນ ເຫັນຍູ້​ລໍ້​ທີ່​ມີ​ຫລາຍໆຖົງຢູ່​ໃນ​ນັ້ນ.

​ວີ​ດີ​ໂອ​ທີ່​ນຳ​ອອກເຜີຍ​ແຜ່​ເປັນສາ​ຝຣັ່ງ ​ແລະ​ໂຮ​ນລັງ ຮູບພາບ​ຂອງ​ຕຳຫລວດ​ສະ​ແດງ​ໃຫ້​ ເຫັນວ່າ ​ຜູ້​ຊາຍ​ຄົນ​ທີ​ສາມ​ໜີ​ອອກ​ຈາກ​ເດີ່ນ​ບິນ​ໄປ ຫລັງ​ຈາກ​ລະ​ເບີດ​ໄດ້​ແຕກ​ຂຶ້​ນໃນເວ ລາ 7 ​ໂມງ 58 ນາ​ທີ​ຕອນ​ເຊົ້າ. ກ່ອນ​ອື່ນລາວ​ໄດ້​ຍ່າງ ຕໍ່​ມາລາ​ວ​ໄດ້​ເລີ້ມແລ່ນ. ​ໜ້າ​ຂອງ ​ລາວບໍ່​ເຫັນ​ຢ່າງ​ຈະ​ແຈ້ງ ​ຢູ່​ໃນ​ຮູບ​ພາບ​ໃໝ່.

ຕຳຫລວດ Belgium. ຄົນນຶ່ງຢືນຍາມຢູ່ເຂດ ຫ້ອງການໃຫຍ່ສະພາບຢູໂຣບ
ຕຳຫລວດ Belgium. ຄົນນຶ່ງຢືນຍາມຢູ່ເຂດ ຫ້ອງການໃຫຍ່ສະພາບຢູໂຣບ

ອີງ​ຕາມ​ບັນດາ​ເຈົ້າ​ໜ້າ​ທີ່ Belgium ຜູ້​ຊາຍຄົນ​ດັ່ງກ່າວ​ໄດ້​ຍ່າງ​ກວ່າ 10 ກິ​ໂລ​ແມັດໃນ ​ເວລາ​ຫຼາຍໆ​ຊົ່ວ​ໂມງ ຂ້າມ​ເມືອງ Zavnetem ຊຶ່ງ​ໃນ​ທີ່​ສຸດ​ວີ​ດີ​ໂອໄດ້ ສະ​ແດງ​ໃຫ້ເຫັນ ວ່າລາວ​ໄດ້​ໄປ​ເຖິງ​ຄຸ້ມ Schaerbeek ຂອງ​ນະຄອນບຣັສ​ເຊີລ ກ່ອນ​ທີ່​ຈະ​ຫາຍ​ໄປ​ຢູ່​ທີ່​ ທາງ​ແຍກ ​ໃນ​ເວລາ 9 ​ໂມງ 50 ນາທີຕາມ​ເວລາ​ທ້ອງ​ຖິ່ນ.

ຕຳຫລວດ​ກ່າວ​ວ່າ ລາວ​ໄດ້​ຖອດ​ເສື້ອ​ຂອງ​ລາວຖິ້ມ​ຢູ່​ຕາມ​ທາງບ່ອນ​ໃດ​ບ່ອນ​ນຶ່ງ ​ແລະ​ໃນ​ ທີ່​ສຸດຮູບພາບ​ສະ​ແດງ​ໃຫ້​ເຫັນວ່າ ​ລາວ​ນຸ່ງ​ເສື້ອ​ແຂນ​ສັ້ນ. ມີ​ການ​ອະທິ ບາຍ​ວ່າ ລາວ​ນຸ່ງ​ ເສື້ອ​ຍືດສີຟ້າ​ອ່ອນ ສົ້ງສີດຳ​ແລະ​ເກີບ​ສີ​ນໍ້າຕານ​ທີີ່ມີ​ພື້ນສີຂາວ.

ຕຳຫລວດ Belgium ​ໄດ້​ເຜີຍ​ແຜ່​ນໍ້າ​ເບີ​ໂທລະສັບ​ທ້ອງ​ຖິ່ນ ​ແລະ​ສາກົນ ​ໃຫ້​ຄົນ​ໂທ​ຫາ​ຖ້າ​ ຫາກ​ເຂົາ​ເຈົ້າ​ມີ​ລາຍ​ລະອຽດ​ກ່ຽວ​ກັບ​ຜູ້​ຊາຍ​ຄົນ​ດັ່ງ​ກ່າວ ຫລືເສື້ອ​ທີ່​ຄ້າຍ ຄືກັນ​ກັບ​ຢູ່​ໃນ​ວີ​ດີ​ ໂອນີ້. ​

Brusselas Suspect
please wait
Embed

No media source currently available

0:00 0:00:43 0:00

XS
SM
MD
LG