ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ອີຢູ ປະນາມ ຄໍາເວົ້າ ບໍ່ສຸພາບຂອງ ລມຕ ຊ່ວຍຕ່າງປະເທດ ສະຫະລັດ (ວີດີໂອ)


ທ່ານ Herman Van Rompuy.ປະທານສະພາອີຢູ
ທ່ານ Herman Van Rompuy.ປະທານສະພາອີຢູ
ຫົວໜ້າ​ສະພາ​ຢູ​ໂຣບ​ເວົ້າ​ວ່າ ການໃຊ້​ວາຈາບໍ່​ສຸພາບ​ຂອງ
ທ່ານ​ນາງ Victoria Nuland ລັດຖະມົນຕີຊ່ວຍວ່າການ​ຕ່າງ
ປະ​ເທດ​ສະຫະລັດ ກ່ຽວ​ກັບ​ສະຫະພາບ​ຢູ​ໂຣບນັ້ນ ​ແມ່ນ​ເປັນ
​ທີ່​ຮັບ​ເອົາ​ບໍ່​ໄດ້.

ທ່ານ Herman Rompuy ປະທານ​ສະພາ ຢູ​ໂຣບ​ໃຫ້​ຄວາມ​ເຫັນເຊັ່ນ​ນີ້ ​ໃນ​ລະຫວ່າງ​ໃຫ້​ສໍາ​ພາດ​ກັບ​ໂທລະພາບ Belgium ​ເມື່ອ​ວັນ​ເສົາ​ວາ​ນນີ້ ມື້​ນຶ່ງ ຫຼັງຈາກ ທ່ານ​ນາງ Algela Merkel ນາຍົກ​ລັດຖະມົນຕີ​ເຢຍຣະມັນ ໄດ້​ມີ​ຄວາມເຫັນໃນ​ທໍານອງ​ດຽວ​ກັນ.

ຄໍາ​ເຫັນ​ຂອງ​ທ່ານ​ນາງ​ນູລັນ ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ສົນທະນາສ່ວນ​ໂຕ ​ທາງ​ໂທລະສັບ​ ທີ່​ຮົ່ວ​ໄຫຼອອກ​ໄປ​ສູ່​ສື່​ສັງຄົມ.

ທ່ານນາງ Victorlia Nuland ລັດຖະມົນຕີຊ່ວຍຕ່າງປະເທດສະຫະລັດ
ທ່ານນາງ Victorlia Nuland ລັດຖະມົນຕີຊ່ວຍຕ່າງປະເທດສະຫະລັດ

​ໃນ​ການ​ໂອ້​ລົມ​ທາງ​ໂທລະ​ສັບ​ກັບ ທູດ​ສະຫະລັດ​ປະ​ຈໍາ​ຢູ​ເຄຣນ ທ່ານ Geoffrey Pyatt ນັ້ນ ທ່ານ​ນາງ​ນູລັນ ​ໃຊ້​ຄໍາ​ບໍ່​ສຸ​ພາບ ກ່ຽວ​ກັບ​ອີ​ຢູ ​ໃນ​ຂະນະ​ທີ່ເວົ້າ​ສ່າ ສະຫະລັດ​ຄວນ​ຈະ​ເມີນ​ເສີຍ​ຕໍ່​ທ່າ​ທີ​ຂອງ​ອີ​ຢູ ກ່ຽວ​ກັບ​ການ​ແກ້ໄຂ​ບັນຫາ​ວິ​ກິດການ​ ໃນ​ປະ​ເທດ​ຢູ​ເຄຣນ.

ທ່ານ​ນາງ​ ນູລັນ ​ເວົ້າ​ເມື່ອ​ວັນ​ສຸກ​ຜ່ານ​ມາ​ນີ້​ວ່າ ທ່ານ​ນາງ​ຈະ​ບໍ່​ຂໍ​ເວົ້າ​ກ່ຽວ​ກັບ ສິ່ງ​ທີ່​ທ່ານ​ນາງ ​ເອີ້ນ​ວ່າ ການ​ສົນທະນາ​ການ​ທູດ​ທາງ​ສ່ວນ​ຕົວ.

​ແຕ່ໃນ​ກອງ​ປະຊຸມ​ຖະ​ແຫຼງ ຂ່າວ​ປະ​ຈໍາ​ວັນ ​ໃນ​ມື້​ວັນ​ສຸກ​ນັ້ນ ທ່ານ​ນາງ Jen Psaki ​ໂຄ ສົກ​ກະຊວງ​ຕ່າງປະ​ເທດ​ສະຫະລັດ ​ເວົ້າ​ວ່າ ທ່ານ​ນາງ​ນູລັນ ​ໄດ້​ຂໍ​ຂະ​ມາ​ໂທດ ຕໍ່ຝ່າຍ ອີ​ຢູ ​ໄປ​ແລ້ວ ກ່ຽວກັບ​ການສະ​ແດງຄວາມ​ເຫັນ​ດັ່ງກ່າວ.

ວີດີໂອ: ທ່ານນາງ Nuland ຂໍໂທດ ສະຫະພາບ ຢູໂຣບ ທີ່ໃຊ້ຄໍາເວົ້າບໍ່ສຸພາບ:

US Apologizes to EU Over Ukraine 'Insult'
please wait

No media source currently available

0:00 0:02:49 0:00
ລິງໂດຍກົງ
XS
SM
MD
LG