ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອົງການຢາຂອງຢູໂຣບ ໃຫ້ການອະນຸມັດ ອີກເທື່ອນຶ່ງ ຕໍ່ຢາວັກຊີນອາສຕຣາເຊເນກາ


ຜູ້ຊາຍຄົນນຶ່ງໄດ້ຮັບການສັກຢາວັກຊີນອາສຕຣາເຊເນກາ ໂດສທຳອິດ ປ້ອງກັນໂຄວິດ-19 ຢູ່ເມືອງເຮີເວີລີ ປະເທດແບລຈ້ຽມ ວັນທີ 17 ມີນາ 2021.
ຜູ້ຊາຍຄົນນຶ່ງໄດ້ຮັບການສັກຢາວັກຊີນອາສຕຣາເຊເນກາ ໂດສທຳອິດ ປ້ອງກັນໂຄວິດ-19 ຢູ່ເມືອງເຮີເວີລີ ປະເທດແບລຈ້ຽມ ວັນທີ 17 ມີນາ 2021.

ອົງການຢາຂອງຢູໂຣບ ໄດ້ໃຫ້ການອະນຸມັດ ໃນການສືບຕໍ່ໃຊ້ຢາອາຕຣາເຊເນ ກາ ຊຶ່ເປັນຢາວັກຊີນກັນໂຄວິດ-19 ໃນການຕໍ່ສູ້ ເພື່ອຄວບຄຸມການແຜ່ລະບາດ ຂອງໂຣກຕິດຕໍ່. ກາອະນຸມັດ ໂດຍອົງການອອກກົດລະບຽບ ຂອງຢູ ໂຣບ ມີຂຶ້ນຫຼັງຈາກຫຼາຍປະເທດໃນຢູໂຣບຮວມທັງ ຝຣັ່ງ ເຢຍຣະມັນ ອີຕາລີ ແລະສະເປນ ໄດ້ຢຸດການໃຊ້ຢາວັກຊີນນີ້ ຫຼັງຈາກມີລາຍງານວ່າ ການສັກຢາໄດ້ພາໃຫ້ເກີດເລືອດກ້າມ ຕໍ່ຜູ້ທີ່ໄດ້ຮັບການສັກຢາຈຳນວນນຶ່ງ.

ອົງການຢາຂອງຢູໂຣບ ໄດ້ກ່າວຢູ່ໃນຖະແຫຼງການ ທີ່ໃນວັນພະຫັດ ວານນີ້ວ່າ “ຜົນປະໂຫຍດຂອງການສັກຢາວັກຊີນເພື່ອຕໍ່ສູ້ກັບໄພຂົ່ມຂູ່ຂອງໂຄວິດ-19 ທີ່ພວມມີການລະບາດຢູ່ນັ້ນ (ຊຶ່ງໃນຕົວມັນເອງພາໃຫ້ເກີດບັນຫາເລືອດກ້າມແລະ ອາດເປັນອັນຕະລາຍຮ້າຍແຮງເຖິງຕາຍນັ້ນ) ແມ່ນຍັງສືບຕໍ່ມີນ້ຳໜັກຫຼາຍກວ່າ ຄວາມສ່ຽງທີ່ຈະເກີິດຈາກຜົນຂ້າງຄຽງ.”

ອົງການຢາຍັງກ່າວເພີ້ມວ່າ “ການເຊື່ອມໂຍງທໍາມະດາກັບຢາວັກຊີນຍັງບໍ່ໄດ້ມີການພິສູດເທື່ອ ແຕ່ກໍເປັນໄປໄດ້ ແລະສົມຄວນທີ່ຈະໄດ້ຮັບການວິເຄາະຕື່ມ.”

ໃນຂະນະດຽກັນທຳນຽບຂາວໄດ້ປະກາດໃນວັນພະຫັດວານນີ້ວ່າ ຕົນພວມສົ່ງ ຢາວັກຊີນອາສຕຣາເຊເນກາ ສໍາຮອງຫຼາຍລ້ານໂດສ ໄປໃຫ້ເມັກຊິໂກ ແລະ ການາດາ.

ຢາວັກຊີນດັ່ງກ່າວຍັງບໍ່ທັນໄດ້ຮັບການອະນຸມັດ ຈາກບັນດາຜູ້ອອກກົດລະບຽບ ຂອງສະຫະລັດເທື່ອ ແຕ່ໄດ້ຮັບການອະນຸມັດໃຫ້ນຳໃຊ້ໂດຍເມັກຊິໂກ ແລະກາ ນາດາແລ້ວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG