ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳ ຢູໂຣບ ສະແດງຄວາມຍິນດີ ກັບທ່ານ ໂຈ ໄບເດັນ


ທ່ານ ໂຈ ໄບເດັນ ສາບານຕົວເປັນປະທານາທິບໍດີ ຄົນທີ 46 ຂອງ ສະຫະລັດ.
ທ່ານ ໂຈ ໄບເດັນ ສາບານຕົວເປັນປະທານາທິບໍດີ ຄົນທີ 46 ຂອງ ສະຫະລັດ.

ໄດ້ມີການສະແດງຄວາມຍິນດີຈາກທົ່ວໂລກ ສຳລັບ ທ່ານ ໂຈ ໄບເດັນ ໃນວັນພຸດວານນີ້ໃນຂະນະທີ່ທ່ານໄດ້ສາບານຕົວເປັນປະທານາທິບໍດີຄົນທີ 46 ຂອງ ອາເມຣິກາ. ມັນມີຄຳເວົ້າປິດທ້າຍຫຼາຍຢ່າງຈາກຜູ້ນຳບາງຄົນ ທີ່ໄດ້ແນເປົ້າໃສ່ ຜູ້ດຳລົງຕຳແໜ່ງກ່ອນໜ້າທ່ານຄື ທ່ານ ດໍໂນລ ທຣຳ, ຜູ້ທີ່ໄດ້ເດີນທາງອອກຈາກນະຄອນຫຼວງ ວໍຊິງຕັນ ບໍ່ເທົ່າໃດຊົ່ວໂມງກ່ອນພິທີສາບານຕົວ.

ໃນຂະນະທີ່ພິທີສາບານຕົວເຂົ້າຮັບຕຳແໜ່ງໄດ້ເປັນໄປແບບບໍ່ປົກກະຕິ, ໂດຍບໍ່ມີຝູງຄົນ ແລະ ຫໍລັດຖະສະພາຖືກຍາມໂດຍທະຫານຍາມແຫ່ງຊາດນັ້ນ, ການສະແດງປະຕິກິລິຍາຈາກບັນດາຜູ້ນຳໃນຕ່າງປະເທດກໍບໍ່ປົກກະຕິເຊັ່ນກັນ.

ຜູ້ນຳຢູໂຣບບາງຄົນຜູ້ທີ່ມີສາຍພົວພັນທີ່ວຸ້ນວາຍກັບທ່ານ ດໍໂນລ ທຣຳ ນັ້ນແມ່ນບໍ່ໄດ້ອົດກັ້ນ ຄວາມໂລ່ງໃຈຂອງເຂົາເຈົ້າໄວ້ ເມື່ອເຫັນປະທານາທິບໍດີ ໄບເດັນ ໄດ້ຮັບຕຳແໜ່ງ.

ປະທານຄະນະກຳມາທິການ ຢູໂຣບ ທ່ານນາງ ເອີຊູລາ ວອນ ເດີ ເລເຢັນ (Ursula von der Leyen) ໄດ້ກ່າວໃນວັນພຸດວານນີ້ວ່າ “ອີກຄັ້ງນຶ່ງ, ຫຼັງຈາກດົນສີ່ປີ, ຢູໂຣບ ກໍມີໝູ່ຢູ່ໃນທຳນຽບຂາວ.”

ປະທານາທິບໍດີ ເຢຍຣະມັນ ທ່ານ ແຟຣັງ ວາລເທີ ສໄຕນມາຍເອີ (Frank Walter Steinmeier) ໄດ້ເອີ້ນວັນພຸດວານນີ້ວ່າ “ວັນທີ່ດີສຳລັບປະຊາທິປະໄຕ.”

ທ່ານໄດ້ກ່າວ ໃນຖະແຫຼງການສະບັບນຶ່ງວ່າ “ຂ້າພະເຈົ້າໂລ່ງໃຈ ທີ່ທ່ານ ໂຈ ໄບເດັນ ໄດ້ສາບານຕົວເປັນປະທານາທິບໍດີມື້ນີ້ ແລະ ໄດ້ເຂົ້າໄປໃນທຳນຽບຂາວ. ຂ້າພະເຈົ້າຮູ້ວ່າຄວາມຮູ້ສຶກນີ້ແມ່ນຄືກັນກັບຫຼຍາຄົນໃນ ເຢຍຣະມັນ.”

ແນວໃດກໍຕາມ, ການເສີມສ້າງປະຊາທິປະໄຕແມ່ນບໍ່ໄດ້ຢູ່ໃນຄວາມຄິດຂອງໂຄສົກກະຊວງການຕ່າງປະເທດ ຈີນ, ທ່ານນາງ ຮວາ ຈຸນຢິງ (Hua Chun-ying), ຜູ້ທີ່ໄດ້ກ່າວໃນກອງປະຊຸມຖະ ແຫຼງຂ່າວໃນວັນພຸດວານນີ້ວ່າ: ໃນສີ່ປີທີ່ຜານມາ, ລັດຖະບານ ສະຫະລັດ ໄດ້ເຮັດຄວາມຜິດພາດຂັ້ນພື້ນຖານໃນທັດສະນະຄະຕິແຜນຍຸດທະສາດຂອງເຂົາເຈົ້າ ກ່ຽວກັບ ຈີນ, ການແຊກແຊງບັນ ຫາພາຍໃນຂອງ ຈີນ, ກົດຂີ່ ແລະ ໃສ່ຮ້າຍປາຍສີ ຈີນ ແລະ ໄດ້ກໍ່ໃຫ້ເກີດຄວາມເສຍຫາຍດ້ານສາຍພົວພັນລະຫວ່າງ ຈີນ ກັບ ສະຫະລັດ ຢ່າງຮ້າຍແຮງ.

ທ່ານນາງໄດ້ກ່າວວ່າ ບັນດາຜູ້ນຳຂອງ ຈີນ ຫວັງວ່າລັດຖະບານທ່ານ ໄບເດັນ ຈະ “ຕົກລົງກັບ ຈີນ ເຄິ່ງທາງ ແລະ ດ້ວຍຄວາມເຄົາລົບລະຫວ່າງກັນ, ແລະ ຜົນປະໂຫຍດສອງຝ່າຍ, ຜັກດັນໃຫ້ສາຍພົວພັນ ຈີນ ກັບ ສະຫະລັດ ກັບຄືນສູ່ຊ່ອງທາງທີ່ຖືກຕ້ອງຊຶ່ງສົມບູນ ແລະ ພັດທະນາຢ່າງຄົງທີ່ໄວເທົ່າທີ່ຈະໄວໄດ້.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG