ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳ ຢູໂຣບ ຫາລືກັນ ກ່ຽວກັບ ການຢຸດຍິງ ທີ່​ບໍ່​ໝັ້ນ​ຄົງ ໃນ ຢູເຄຣນ


ທະຫານຢູເຄຣນ ຄົນນຶ່ງຢືນຢູ່ເທິງລົດທະຫານ ໃກ້ກັບເມືອງ Artemivsk ທາງພາກຕາເວັນອອກຂອງ ຢູເຄຣນ.
ທະຫານຢູເຄຣນ ຄົນນຶ່ງຢືນຢູ່ເທິງລົດທະຫານ ໃກ້ກັບເມືອງ Artemivsk ທາງພາກຕາເວັນອອກຂອງ ຢູເຄຣນ.

ບັນດາ​ລັດຖະມົນຕີ​ຕ່າງປະ​ເທດຂອງຢູ​ເຄຣນ ຣັດ​ເຊຍ ​ເຢຍຣະ​
ມັນ ​ແລະ​ຝຣັ່ງ ພົບ​ປະກັນ​ໃນ​ວັນ​ອັງຄານ​ມື້​ນີ້ ​ເພື່ອຫາລືກ່ຽວກັບ
​ການ​ຢຸດ​ຍິງ ໃນ​ພາກ​ຕາ​ເວັນ​ອອກ​ຂອງຢູ​ເຄຣນ ທີ​ໄດ້​ເຮັດໃຫ້
ການສູ້ລົບຫລຸດນ້ອຍລົງ ແຕ່ບໍ່ສາມາດຍຸດຕິ ຄວາມເປັນປໍລະ
ປັກ ລະຫວ່າງ Kyiv ​ແລະ ພວກ​ກະບົດ​ແລ່ງ​ແຍກ​ດິນ​ແດນ​ນິ
ຍົມຣັດ​ເຊຍ.

ການ​ຢຸດ​ຍິງ ທີ່​ຄວນ​ເລີ້ມ​ໃນ​ວັນ​ທີ 15 ​ເດຶຶອນກຸມພາ ​ໄດ້ປະສົບ
ກັບຄວາມລົ້ມ​ແຫລວ​ໃນການຮັກສາຈຸດ​ຍຸດ​ທະ​ສາດທີ່ສຳຄັນ
ຕ່າງໆໄວ້ໄດ້ ​ອີງ​ຕາມ​ອົງການ ວ່າດ້ວຍຄວາມ​ໝັ້ນຄົງ ​ແລະ​
ການຮ່ວມມື​ຂອງ​ຢູ​ໂຣບ ຫລື OSCE ທີ່​ໄດ້​ສັງ​ເກດ​ການ​ຢຸດ​
ຍິງນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່ອົງການ OSCE ​ໃນ​ວັນ​ຈັນ​ວານ​ນີ້​ໄດ້​ລາຍ​ງານການສືບຕໍ່ລ່ວງ ລະເມີີດ
ການຢຸດຍິງ ຮວມທັງຢູ່​ໃນ​ແລະ​ອ້ອມ​ແອ້ມເມືອງທ່າ​ຍຸດ​ທະ​ສາດ Mariupol ​ແລະເມືອງ
Debaltseve ທີ່​ພວກ​ກະບົດ​ໄດ້​ຍຶດ​ເອົາ​ຈາກກອງທັບ​ຢູ​ເຄຣນ ​ໃນອາທິດ​ແລ້ວ​ນີ້.

ແຕ່​ວ່າ​ຫົວໜ້າອົງການ OSCE ກ່າວ​ວ່າ ຈຳນວນ​ທັງ​ໝົດ​ຂອງ “ຄວາມ​ເຄັ່ງຕຶງ” ໃນການ​ປະຕິບັດ​ງານ​ທາງ​ທະຫານ ຢູ່ໃນ​ເຂດ​ດັ່ງກ່າວ​ໄດ້ “ຫລຸດ​ລົງ​ຢ່າງ​ຫລວງ​ຫລາຍ” ​ໃນ​ບໍ່​ເທົ່າ​
ໃດ​ອາທິດ​ທີ່​ຜ່ານ​ມາ ​ແລະ​ບໍ່​ມີ​ການເປັນປໍລະປັກກັນເພີ້ມຕື່ມ ໄດ້​ສັງ​ເກດ​ການ​ຢູ່​ບ່ອນ​ອຶ່ນ
ຕະຫລອດແນວ​ຢຸດຍິງ. ປະທານຂອງອົງການ OSCE ​ມີ​ກຳນົດ​ທີ່​ຈະລາ​ຍງານຕໍ່ສະພາ​
ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ​ໃນ​ວັນ​ອັງຄານ​ມື້​ນີ້ ​ໃນ​ເວລາ 3 ​ໂມງ​ແລງ​ ຕາມ​ເວລາ​
ທ້ອງຖິ່ນໃນພາກຕາ​ເວັນ​ອອກຂອງສະຫະລັດ.

XS
SM
MD
LG