ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໖ ກັນຍາ ໒໐໒໓

ບັນດາຜູ້ນຳຢູໂຣບ ສະແດງ ຄວາມເສຍໃຈ ທີ່ອັງກິດ ເລືອກຖອນໂຕ ຈາກອີຢູ


Ribuan burung jalak terbang berkelompok sambil bersuara riuh di atas kota Milan, Italia.

ປະຊາຊົນ​ອັງກິດ​ໃນ​ວັນ​ສຸກ​ມື້​ນີ້ ​ໄດ້​ປ່ອນ​ບັດ​ດ້ວຍ​ຄະ​ແນນ​ສຽງ​ທີ່ ​ໃກ້​ຄຽງ​ກັນ ເພື່ອ​ຖອນ​ໂຕ ອອກ​ຈາກ​ສະຫະພາບ​ຢູ​ໂຣບຫຼືອີຢູ ຊຶ່ງ​ເປັນການ​ເຄື່ອນໄຫວ​ທີ່​ບັນດາ​ຜູ້ນຳ​ຢູ​ໂຣບຈຳ ນວນ​ນຶ່ງ​ກ່າວ​ວ່າ​ເປັນ​ຄວາມຜິດ​ພາດທີ່​ຮ້າຍ​ແຮງ.

ປະທານ​ສະພາ​ຢູ​ໂຣບ ທ່ານ Donald Tusk ກ່າວ​ວ່າ ອັງກິດ​ໄດ້​ທຳ​ຄວາມ​ຜິດ​ພາດ​ ໃນ​ການຖອນ​ໂຕ​ອອກຈາກ​ສະຫະພາບຢູ​ໂຣບຊຶ່ງ​ເປັນ​ຕະຫລາດນຶ່ງ​ດຽວ​ທີ່ໃຫຍ່​ສຸດ​ໃນ​ໂລກ. ທ່ານ​ກ່າວ​ວ່າ “ນັ້ນ​ຈະ​ມີ​ຜົນທີ່​ຕິດຕາ​ມມາ ​ແລະ​ຂ້າ​ພະເຈົ້າບໍ່​ເຊື່ອ​ວ່າ ບັນດາ​ປະ​ເທດ​ອຶ່ນໆ​ ຈະ​ໄດ້​ຮັບ​ການ​ຊຸກຍູ້ ​ໃຫ້​ຕິດ​ຕາມເສັ້ນທາງ​ທີ່​ເປັນ​ ​ອັນ​ຕະລາຍນີ້.”

​ເລຂາທິການ​ໃຫຍ່​ອົງການ NATO ທ່ານ Jens Stoltenberg ກ່າວ​ວ່າ ທ່ານ​ຮູ້​ວ່າອັງກິດ “ຍັງຈະ​ດຳ​ເນີນ​ການ​ຢ່າງ​ເຂັ້ມແຂງແລະ​ໝັ້ນ​ໝາຍຕໍ່​ການ​ເປັນ​ພັນທະ ມິດຂອງ​ອົງການ NATO ​ແລະ​ຈະ​ສືບ​ຕໍ່​ຫລິ້ນ​ບົດບາດ​ໃນ​ການ​ເປັນ​ຜູ້ນຳ” ຢູ່​ໃນ​ກຸ່ມພັນທະ​ມິດໃນອັນ​ທີ່​ທ່ານ​ຮ້ອງ​ຢູ່່​ໃນ​ຖະ​ແຫລ​ງການ​ວ່າ “ຍັງ​ມີຄວາມ​ໝັ້ນ​ໝາຍ​ຕໍ່ການ​ຮ່ວມ​ມືຢ່າງ​ໃກ້ຊິດ​ກັບ​ສະຫະພາບ​ຢູ​ໂຣບ.”

ປະທານາທິບໍດີ​ຝຣັ່ງ ທ່ານ Francois Hollande ກ່າວ​ວ່າ ທ່ານຮູ້ສຶກ​ເສຍ​ໃຈ​ທີ່​ສຸດ​ໃນ​ການ​ຕັດສິນ​ໃຈ​ຂອງ​ອັງກິດ “​ແລະ​ເພື່ອ​ສະຫະພາບ​ຢູ​ໂຣບ ​ແຕ່​ວ່າ​ທາງ​ເລືອກ​ເປັນ​ຂອງ​ເຂົາ​ເຈົ້າ ​ແລະ​ພວກ​ເຮົາ​ຕ້ອງໃຫ້ການ​ນັບຖື."

ຢູ່​ໃນ​ຂໍ້ຄວາມ​ທີ່​ມີ​ການ​ສົ່ງ​ຜ່ານ​ທາງບັນຊີ Twitter ນັ້ນຮອງ​ນາຍົກລັດຖະມົນຕີ ​ເຢຍຣະມັນ ທ່ານ Sigma Gabriel ​ໄດ້​ບັນ​ລະ​ຍາຍເຖິງການ​ລົງ​ຄະ​ແນນ​ສຽງ​ນີ້ວ່າ ເປັນ “​ມື້​ທີ່​ບໍ່​ດີ​ສຳລັບ​ສະຫະພາບ​ຢູ​ໂຣບ.”

ລັດຖະມົນຕີ​ຕ່າງປະ​ເທດ​ຝຣັ່ງ ທ່ານ Jean-Marc Ayrault ​ໄດ້​ຂຽນ​ຜ່ານ​ທາງTwitter ​ໃນ​ຂໍ້ຄວາ​ມທີ່​ຄ້າຍ​ຄື​ກັນ ​ເພື່ອ​ລະບາຍ​ເຖິງ​ຄວາມ​ບໍ່ພໍ​ໃຈ​ກັບ​ການ​ປ່ອນ​ບັດ ​ໂດຍ​ກ່າວ​ວ່າ ທ່ານ “ຮູ້ສຶກ​ເສຍ​ໃຈ​ຕໍ່​ສະຫະ​ຣາຊະ​ອານາຈັກອັງກິດ.”

ທ່ານ Ayrault ກ່າວ​ວ່າ “ຢູ​ໂຣບຈະ​ດຳ​ເນີນຕໍ່​ໄປ ​ແຕ່​ວ່າ​ຕ້ອງ​ມີ​ປະຕິ​ກິລິຍາ ​ແລະ​ຄົ້ນ​ພົບ​ໃໝ່​ຂອງ​ຄວາມ​ໝັ້ນ​ໃຈ​ກັບ​ປະຊາຊົນຂອງ​ຕົນ. ມັນ​ເປັນ​ເລື້ອງ​ຮີ​ບຮ້ອນ.”

ບັນດາຜູ້ສະໜັບສະໜູນ ສະແດງປະຕິກິລິຍາ ຕໍ່ຜົນຂອງການລົງປະຊາມະຕິ ທີ່ Royal Festival Hall ໃນນະຄອນ London ປະເທດອັງກິດ.
ບັນດາຜູ້ສະໜັບສະໜູນ ສະແດງປະຕິກິລິຍາ ຕໍ່ຜົນຂອງການລົງປະຊາມະຕິ ທີ່ Royal Festival Hall ໃນນະຄອນ London ປະເທດອັງກິດ.

ຫລາຍ​ກວ່າ 70 ​ເປີ​ເຊັນ​ຂອງ​ຜູ້​ລົງ​ທະບຽນ​ປ່ອນ​ບັດ ​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ລົງ​ປະຊາ​ມະ​ຕິ
ຄັ້ງບນີ້ ທີ່ມີ​ຄະ​ແນນ​ລື່ນ​ກັນ​ເກືອບ​ສີ່​ເປີ​ເຊັນ. ການ​ລົງ​ປະຊາ​ມະ​ຕິຊຶ່ງ​ພວກ​ສະໜັບສະໜຸນ
ໃຫ້​ຖອນ​ໂຕ​ຫລາຍໆ​ຄົນມອງ​ກັນ​ວ່າ ​ເປັນ​ການສະທ້ອນ​ເຖິງຄວາມ​ຮູ້ສຶກ​ຂອງອັງ​ກິດ ​ກ່ຽວ​ກັບເລື້ອງຄົນ​ເຂົ້າ​ເມືອງ ອະທິປະ​ໄຕ ຄວາມ​ໝັ້ນຄົງ ​ແລະ​ເສດຖະກິດຂອງອັງກິດ​ໃນ​ອະນາ​ຄົດ.

ທ່ານ Donald Trump ຜູ້​ທີ່​ຄາດວ່າ ຈະ​ຖືກສະ​ເໜີຊື່​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ສະໝັກປະທານາ
ທິບໍດີສະຫະລັດ ຂອງພັກຣີພັບບລິ​ກັນ ​ໄດ້​ຊົມ​ເຊີຍ​ການ​ການ​ຕັດສິນ​ໃຈຖອນ​ໂຕ​ອອກ​ຈາກ​ສະຫະພາບ​ຢູ​ໂຣບ ​ໂດຍຮ້ອງ​ການ​ລົງ​ຄະ​ແນນ​ສຽງ​ດັ່ງກ່າວ​ວ່າ ເປັນ​ການ ​“ໃຫ້ການເຂົ້າຄວບ​ຄຸມຄືນ​ໃໝ່​ໃນ​ດ້ານການ​ເມືອງ ຊາຍ​ແດນ ​ແລະ​ເສດຖະກິດ​ຂອງ​ເຂົາ​ເຈົ້າ.”

Britain’s Vote to Leave EU Sends Shockwaves Through Global Markets
please wait

No media source currently available

0:00 0:01:24 0:00

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG