ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍານອາວະກາດ ຢູໂຣບ ເລີ່ມຫຼຸດລະດັບ ລົງສູ່ດາວພະອັງຄານ


ຍານ ExoMars Trace Gas Orbiter ແລະ ຍານສຳຫຼວດ ກຳລັງຫຍັບເຂົ້າໃກ້ດາວພະອັງຄານ. ການແຍກອອກຈາກກັນ
ໄດ້ມີກຳນົດໃສ່ໃນວັນທີ 16 ຕຸລາ, 2016, ປະມານ 7 ເດືອນ
ຫຼັງຈາກຖືກປ່ອຍຂຶ້ນໄປ. (Courtesy - ESA/ATG medialab)
ຍານ ExoMars Trace Gas Orbiter ແລະ ຍານສຳຫຼວດ ກຳລັງຫຍັບເຂົ້າໃກ້ດາວພະອັງຄານ. ການແຍກອອກຈາກກັນ ໄດ້ມີກຳນົດໃສ່ໃນວັນທີ 16 ຕຸລາ, 2016, ປະມານ 7 ເດືອນ ຫຼັງຈາກຖືກປ່ອຍຂຶ້ນໄປ. (Courtesy - ESA/ATG medialab)

ຄາດວ່າຍານສຳຫຼວດຂອງອົງການອາວະກາດ ຢູໂຣບ ຈະລົງສູ່ດາວອັງຄານໃນວັນພຸດມື້ ຮືນີ້, ເປັນສ່ວນໜຶ່ງຂອງພາລະກິດທີ່ເພັ່ງເລັງໃສ່ ການສຳຫຼວດບັນຍາກາດດາວນົບພະ ເຄາະສີແດງ ແລະ ຄົ້ນຫາສັນຍານຂອງສິ່ງມີຊີວິດ.

ຜູ້ກຳກັບການບິນ ທ່ານ Michel Denis ຢືນຢັນວ່າ ຍານອາວະກາດດາວອັງຄານ Schiaparelli ໄດ້ອອກຈາກຍານແມ່ຂອງມັນໄປຕາມທີ່ໄດ້ວາງແຜນໄວ້ໃນວັນອາທິດ ວານນີ້, ແລະ ໄດ້ຮັບການຍົກຍ້ອງທີ່ສູນຄວບຄຸມພາລະກິດໃນເມືອງ Damstadt, ປະ ເທດ ເຢຍລະມັນ.

ຕາມແຜນທີ່ໄດ້ວາງໄວ້, ຍານສຳຫຼວດທີ່ມີນ້ຳໜັກ 600 ກິໂລກຣາມ ໄດ້ແຍກອອກຈາກ ຍານທີ່ບໍ່ມີຄົນຂັບເອີ້ນວ່າ “the Trace Gas Orbiter" ຫຼັງຈາກ 7 ເດືອນ, ບິນຢູ່ 496 ລ້ານກິໂລແມັດຫ່າງຈາກໂລກ.

ອົງການອາວະກາດ ຢູໂຣບ ກ່າວວ່າ ຍານ Schiaparelli ຈະເຂົ້າສູ່ບັນຍາກາດຂອງດາວ ອັງຄານໃນວັນພຸດມື້ຮືນີ້ ດ້ວຍຄວາມໄວເກືອບ 21,000 ກິໂລແມັດຕໍ່ຊົ່ວໂມງ, ກ່ອນຈະຊ້າ ລົງໂດຍແຮງດຶງຂອງບັນຍາກາດ ແລະ ຫຼັງຈາກນັ້ນກໍຈະປ່ອຍຈ້ອງ ແລະ ປ່ອຍອາຍພົ່ນ ຄວາມດັນລົງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG