ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ຂໍ້​ຕົກ​ລົງ​ເລື້ອງ​ແກັ​ສ ​ຂອງ​ຢູ​ໂຣບ ອາດ​ຕົກ​ຢູ່​ໃນ​ຄວາມ​ສ່ຽງ ຂະ​ນະ​ທີ່​ຂ່າວ​ນອງ​ນັນ ກ່ຽວ​ກັບການ​ຄໍ​ຣັບ​ຊັ່ນ​ຂອງ​ກາ​ຕ້າ ຮ້າຍ​ແຮງ​ຂຶ້ນຕື່ມ


European Gas Deals at Risk as Qatar Corruption Scandal Deepens
please wait

No media source currently available

0:00 0:03:22 0:00

ຂໍ​້​ຕົກ​ລົງ​ເລື້ອງ​ແກັ​ສ​ຂອງ​ຢູ​ໂຣບ ອາດ​ຕົກ​ຢູ່​ໃນ​ຄວາມ​ສ່ຽງ ໃນ​ຂະ​ນະ​ທີ່​ຂ່າວນອງ​ນັນ​ກ່ຽວ​ກັບ​ການ​ຄໍ​ຣັບ​ຊັ່ນ​ຂອງ​ກາ​ຕ້າ ທະ​ວີ​ຄວາມ​ຮ້າຍ​ແຮງ​ຂຶ້ນ

ຂ່າວນອງ​ນັນ​ກ່ຽວ​ກັບ​ການ​ຄໍ​ຣັບ​ຊັ່ນ​ທີ່​ສະ​ພາ​ຢູ​ໂຣບ​ມີ​ຄວາມ​ຮ້າຍ​ແຮງ​ຕື່ມ​ຂຶ້ນ​ໃນ​ອາ​ທິດນີ້ ໃນ​ຂະ​ນະ​ທີ່​ເຈົ້າ​ໜ້າ​ທີ່​ເວົ້າ​ວ່າພວກ​ເຂົາ​ເຈົ້າ​ຈະ​ຊອກ​ຫາ​ຊ່ອງ​ທາງ​ເພື່ອ​ໃຫ້​ມີ​ການ​ຖອນ​ສິດ​ພິ​ເສດ​ຕໍ່​ສະ​ມາ​ຊິກ​ສະ​ພາ​ຕື່ມ​ອີກ 2 ຄົນ​ທີ່​ຖືກ​ກ່າວ​ຫາ​ວ່​າ​ຮັບ​ເງິນ​ສິນ​ບົນ​ຈາກ​ກາ​ຕ້າ ຊຶ່ງ​ເປັນປະ​ເທດ ​ທີ່​ຕັ້ງ​ຢູ່​ໃນ​ເຂດ​ອ່າວ​ເປີ​ເຊຍ​ແຫ່ງນີ້ໄດ້​ເຕືອນ​ວ່າ ການ​ສືບ​ສວນ​ອາດມີ​ຜົນ​ກະ​ທົບ​ຕໍ່​ຄວາມ​ສຳ​ພັນ​ທາງ​ດ້ານ​ເສ​ດ​ຖະ​ກິດ​ລະ​ຫວ່າງ​ຢູ​ໂຣບ​ ແລະ​ກາ​ຕ້າ ຊຶ່ງ​ເປັນປະ​ເທດ​ທີ່ສະ​ໜອງ​ພະ​ລັງ​ງານ​ສຳ​ຄັນ​ ໃຫ້​ແກ່​ສະ​ຫະ​ພາ​ບ​ຢູ​ໂຣບ ໃນ​ຂະ​ນະ​ທີ່​ກຸ່ມ​ດັ່ງ​ກ່າວ​ ພະ​ຍາ​ຍາມ​ຫຼຸດ​ຜ່ອນ​ການ​ເພິ່ງ​ພາ​ອາ​ໄສ​ຕໍ່​ຣັດ​ເຊຍ.

ສະ​ມາ​ຊິກ​ສະ​ພາ​ຢູ​ໂຣບ​ຈາກ​ອີ​ຕາ​ລີ ແອນ​ເດ​ຣຍ ກອ​ສ​ໂຊ​ລີ​ໂນແລະ​ເພື່ອນ​ຮ່ວມ​ງານ​ຈາກ​ແບ​ລ​ຈ້ຽມ ມາກ ຕາ​ຣາ​ແບ​ລ​ລາ ແມ່ນ​ຜູ້​ຕ້ອງ​ສົງ​ໄສ​ຫຼ້າ​ສຸດ ໃນ​ຂ່າວ ນອງ​ນັນກ່ຽວ​ກັບ​ການ​ຄໍ​ຣັບ​ຊັ່ນ ທີ່​ໄດ້​ສ້າງ​ຄວາມ​ສັ່ນ​ສະ​ເທືອນ​ໃຫ້​ແກ່ບ​ຣັ​ສ​ເຊີ​ລ​ສ໌. ບຸກ​ຄົນ​ທັງ​ສອງ​ໄດ້​ປະ​ຕິ​ເສດ​ວ່າ ຕົນ​ບໍ່​ໄດ້​ຮັບ​ເງິນ​ສິນ​ບົນ​ຈາກ​ກາ​ຕ້າ.

ແຟ້ມ - ນັກ​ການ​ເມືອງກ​ຣີ​ສ ອີ​ວາ ກາຍ​ລີ ພວມ​ຖະ​ແຫຼງ​ທີ່​ນະ​ຄອນບ​ຣັ​ສ​ເຊິ​ລ​ສ໌ ປະ​ເທດ​ແບ​ລ​ຈ້ຽມ ເມື່ອ​ວັນ​ທີ 7 ທັນ​ວາ 2022.
ແຟ້ມ - ນັກ​ການ​ເມືອງກ​ຣີ​ສ ອີ​ວາ ກາຍ​ລີ ພວມ​ຖະ​ແຫຼງ​ທີ່​ນະ​ຄອນບ​ຣັ​ສ​ເຊິ​ລ​ສ໌ ປະ​ເທດ​ແບ​ລ​ຈ້ຽມ ເມື່ອ​ວັນ​ທີ 7 ທັນ​ວາ 2022.

ຫຼັງ​ຈາກ​ການ​ສືບ​ສວນ​ເປັນ​ເວ​ລາ​ນຶ່ງ​ປີ ຕຳ​ຫຼວດ​ແບ​ລ​ຈ້ຽມ​ໃນ​ເດືອນ​ແລ້ວນີ້​ໄດ້​ບຸກ​ເຂົ້າ​ໄປ​ກວດ​ຄົ້ນ​ຫ້ອງ​ການ​ແລະ​ບ້ານ​ພັກ​ທີ່​ພົວ​ພັນ​ກັບ​ບັນ​ດາ​ສະ​ມາ​ຊິກ​ທັງ​ໃນ​ປັດ​ຈຸ​ບັນ​ແລະ​ອະ​ດີດ​ຂອງ​ສະ​ພາ​ຢູ​ໂຣບ. ພວກ​ເຂົາ​ເຈົ້າ​ໄດ້​ຄົ້ນ​ພົບ​ເງິນ​ສົດ 1 ລ້ານ 6 ແສນ​ໂດ​ລາ​.

ຕຳ​ຫຼວດ​ກ່າວ​ວ່າ ມີ​ການ​ຄົ້ນ​ພົບ​ເງິນ​ເກືອບ 158,000 ໂດ​ລາ ຢູ່​ທີ່​ບ້ານຂອງ​ສະ​ມາ​ຊິກ​ສະ​ພາ​ຢູ​ໂຣບ ອີ​ວາ ກາຍ​ລີຈາກກ​ຣີ​ສ ຊຶ່ງ​ເປັນ​ນຶ່ງ​ໃນ​ຮອງ​ປະ​ທານ​ສະ​ພາ​ ຢູ​ໂຣບ​ຈຳ​ນວນ​ທັງ​ໝົດ 14 ທ່ານ. ທ່ານ​ນາງ​ໄດ້​ຖືກ​ກ່າວ​ຫາ​ວ່າ ຮັບ​ເງິນ​ສິນ​ບົນຈາກ​ປະ​ເທດ​ກາ​ຕ້າ.

ທ່ານ​ເອ​ຣິກ ແວນ​ດຸຍ​ຊີ ໂຄ​ສົກ​ຂອງ​ຫ້ອງ​ການ​ໄອ​ຍະ​ການ​ກາ​ງແບລ​ຈ້ຽມ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ເມື່ອ​ວັນ​ທີ 13 ທັນ​ວາ​ຜ່ານ​ມານີ້​ວ່າ “ຈຸດ​ປະ​ສົງ​ໃນ​ການ​ໃຫ້​ເງິນ​ສິນ​ບົນ​ກໍ​ແມ່ນ ​ເພື່ອ​ຢາກ​ໃຫ້​ມີ​ການ​ສະ​ໜັບ​ສະ​ໜຸນ ​ຕໍ່​ປະ​ເທດ​ທີ່ຕັ້ງ​ຢູ່​ໃນ​ເຂດ​ອ່າວ​ເປີ​ເຊຍແຫ່ງນີ້ ໃນ​ການ​ຕັດ​ສິນ​ໃຈ​ທາງ​ດ້ານ​ເສດ​ຖະ​ກິດ ການ​ເງິນ ແລະ​ການ​ເມືອງ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ.”

ສະ​ຫະ​ພາບ​ຢູ​ໂຣບ​ໄດ້​ລົງ​ຄະ​ແນນ​ສຽງ​ໃນ​ເດືອນ​ແລ້ວ ເພື່ອ​ຖອດ​ຖອນ​ທ່ານ​ນາງ​ກາຍ​ລີ ອອກ​ຈາກ​ການ​ເປັນ​ຮອງ​ປະ​ທານ​ສະ​ພາ​ຢູ​ໂຣບ.

ໃນ​ເດືອນ​ພະ​ຈິກ​ຜ່ານ​ມາ ຫຼັງ​ຈາກ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ກາ​ຕ້າ ກ່ອນ​ທີ່​ປະ​ເທດ​ດັ່ງ​ກ່າວ​ເປັນ​ເຈົ້າ​ພາບ​ຈັດ​ການ​ແຂ່ງ​ຂັນ​ເຕະ​ບານ​ໂລກ​ຂອງ​ອົງ​ການ​ຟີ​ຟ້ານັ້ນ ທ່ານ​ນາງ​ກາຍ​ລີ​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຢ່າງ​ແຂງ​ຂັນເຫັນ​ພ້ອມ​ກັບ​ກາ​ຕ້າ​ໃນ ລະ​ຫວ່າງການ​ອະ​ພິ​ປາຍ ​ກັບ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຢູ​ໂຣບ​ຄົນ​ອື່ນໆ ໂດຍ​ກ່າວ​ຫາ​ພວກ​ຕ້ອງ​ຕິ​ວ່າ ໜ້າ​ໄຫວ້​ຫຼັງ​ຫຼ​ອກ.

“ການ​ມີ​ໜ້າຂອງ​ການ​ແຂ່ງ​ຂັນເຕະ​ບານ​ໂລກ​ຢູ​ກາ​ຕ້າ​ໃນ​ມື້ນີ້ ແມ່ນ​ການ​ພິ​ສູດ​ໃຫ້ ເຫັນ​ວ່າ ການ​ທູດ​ກິ​ລາ​ສາ​ມາດ​ບັນ​ລຸ​ຜົນ​ແບບ​ໃດ ໃນ​ການ​ຫັນ​ປ່ຽ​ນ​ທາງ​ປະ​ຫວັດ​ສາດ​ຂອງ​ປະ​ເທດດ້ວຍ​ການ​ປະ​ຕິ​ຮູບ​ທີ່​ສ້າງ​ຄວາມ​ດົນ​ໃຈ​ໃຫ້​ແກ່​ໂລກ​ອາ​ຣັບ. ຂ້າ​ພະ​ເຈົ້າ​ແມ່ນ​ຜູ້​ດຽວ​ເທົ່າ​ນັ້ນ ​ທີ່​ກ່າວ​ວ່າ ກ​າ​ຕ້າ​ແມ່ນ​ປະ​ເທ​ດ​ແຖວ​ໜ້າ​ໃນ​ການ​ຕໍ່​ສູ້​ເພື່ອ​ສິດ​ທິ​ຂອງ​ພວກ​ແຮງ​ງານ” ນັ້ນ​ຄື​ຄຳ​ເວົ້າ ​ຂອງ​ທ່ານ​ນາງ​ກາຍ​ລີ ທີ່​ໄດ້​ກ່າວ​ເມື່ອ​ວັນ​ທີ 21 ພະ​ຈິກ​ຜ່ານ​ມາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG