ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາປະເທດ ໃນຢູໂຣບ ເລີ້ມເປີດຊາຍແດນ ຂອງຕົນຄືນ


ປະທານາທິບໍດີຝຣັ່ງ ທ່ານເອມມານຸຍແອລ ມາກຣົງ.
ປະທານາທິບໍດີຝຣັ່ງ ທ່ານເອມມານຸຍແອລ ມາກຣົງ.

ໃນວັນຈັນວານນີ້ ໄດ້ມີການເປີດຊາຍແດນຄືນໃໝ່ຕື່ມອີກຢູ່ ຝຣັ່ງ ອັງກິດ ກຣິສ ແລະຫຼາຍໆແຫ່ງໃນຂະນະທີ່ຈີນວາງມາດຕະການບາງຢ່າງຄືນໃໝ່ໃນການຫ້າມ ກ່ຽວກັບໄວຣັສໂຄໂຣນາຈຳນວນນຶ່ງ ຫຼັງຈາກຫຼາຍສິບກໍລະນີໃໝ່ ໄດ້ເກີດຂຶ້ນຢູ່ ທີ່ປັກກິ່ງ.

ບັນດາເຈົ້າຂອງຮ້ານອາຫານຢູ່ໃນນະຄອນຫຼວງປາຣີ ສາມາດຮ່ວມເຂົ້າກັບກັບ ປະເທດທັງໝົດ ໂດຍການເປີດປະຕູ ໃຫ້ແກ່ພວກລູກຄ້າເຂົ້າໄປນັ່ງກິນ ຢູ່ໃນຮ້ານໄດ້. ພວກເດີນທາງຈາກບັນດາປະເທດໃນຢູໂຣບຍັງສາມາດເດີນທາງໄປ ຝຣັ່ງໄດ້ອີກໃນຂະນະທີ່ປະເທດຕ່າງໆເປີດຊາຍແດນຂອງເຂົາເຈົ້າໃຫ້ແກ່ພວກ ເດີນທາງຈາກເຂດອື່ນໆຈາກທົ່ວທຸກທະວີບ.

ປະທານາທິບໍດີຝຣັ່ງ ທ່ານເອມມານຸຍແອລ ມາກຣົງ ກ່າວວ່າ “ພວກເຮົາຕ້ອງ ໄດ້ເລີ້ມເສດຖະກິດຂອງເຮົາຄືນໃໝ່.”

ຢູ່ປະເທດອັງກິດ ບັນດາຮ້ານຄ້າທີ່ບໍ່ສຳຄັນໄດ້ເລີ້ມເປີດຄືນແລ້ວໃນວັນຈັນວານ ນີ້ ພ້ອມທັງບ່ອນສູດມົນຕ່າງໆສຳລັບສ່ວນບຸກຄົນ ແລະສະຖານທີ່ບັນເທີງເຊັ່ນ ບ່ອນຂັບລົດເຂົ້າໄປນັ່ງເບິ່ງຮູບເງົາແລະສວນສັດຕ່າງໆ. ຄົນຍັງຕ້ອງຮັກສາກົດ ລະບຽບການຢູ່ຫ່າງກັນ ແລະລັດຖະບານໄດ້ແນະນຳໃຫ້ໃສ່ໜ້າກາກເວລາຄົນຢູ່ ທາງໃນ.

ໃນການເດີນທາງໄປມາຢູ່ໃນລະບົບການຂົນສົ່ງສາທາລະນະນັ້ນ ວັນຈັນວານນີ້ ອັງກິດໄດ້ມີຄຳສັ່ງໃໝ່ບັງຄັບໃຫ້ໃສ່ໜ້າກາກຫຼືມີສິ່ງປົກໜ້າໄວ້.

ກຣິສໄດ້ເປີດສະໜາມບິນສາກົນທີ່ເມືອງໃຫຍ່ສຸດອັນດັບທີສອງ Thessaloniki ສຳລັບບັນດາຜູ້ເດີນທາງໄປຢູໂຣບ ແລະບັນດາຫໍພິພິດທະພັນ ໄດ້ເປີດຄືນ ຫຼັງ ຈາກປິດມາໄດ້ສາມເດືອນແລ້ວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG