ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາປະເທດໃນຢູໂຣບ ໃຊ້ມາດຕະການປິດເມືອງ ຮອບໃໝ່ ໃນຂະນະທີ່ ການປຸກລະດົມສັກຢາວັກຊີນ ຊັກຊ້າ


ນາຍົກລັດຖະມົນຕີ ອັງກິດ ບໍຣິສ ຈອນສັນ ສັກຢາວັກຊີນກັນໂຄວິດ-19 ຂອງອາສຕຣາ-ຊີເນກາ (AstraZeneca) ໂດຍພະຍາບານ ແລະເປັນຜູ້ນຳພາໃນການທົດລອງ, ນາງລີລີ ແຮຣຣິງຕັນ (Lily Harrington) ຢູ່ທີ່ ໂຮງໝໍ ເຊັງ ທອມມັສ at ໃນນະຄອນຫຼວງລອນດອນ, ວັນທີ 19 ມີນາ 2021.
ນາຍົກລັດຖະມົນຕີ ອັງກິດ ບໍຣິສ ຈອນສັນ ສັກຢາວັກຊີນກັນໂຄວິດ-19 ຂອງອາສຕຣາ-ຊີເນກາ (AstraZeneca) ໂດຍພະຍາບານ ແລະເປັນຜູ້ນຳພາໃນການທົດລອງ, ນາງລີລີ ແຮຣຣິງຕັນ (Lily Harrington) ຢູ່ທີ່ ໂຮງໝໍ ເຊັງ ທອມມັສ at ໃນນະຄອນຫຼວງລອນດອນ, ວັນທີ 19 ມີນາ 2021.

ເຢຍຣະມັນມີທ່າທາງວ່າຈະອອກມາດຕະການປິດເມືອງອີກເທື່ອນຶ່ງ ເພື່ອຄວບຄຸມການແຜ່ລະບາດຂອງໄວຣັສໂຄໂຣນາ ຊຶ່ງຈະເຮັດໃຫ້ເປັນປະເທດຫຼ້າສຸດໃນຢູໂຣບໄດ້ບັງຄັບໃຊ້ຂໍ້ຈຳກັດໃໝ່ຕ່າງໆ.

ຮ່າງໜັງສືຂໍ້ສະເໜີແນະຕ່າງໆຈະຖືກນຳສະເໜີຕໍ່ນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງແອັງເກີລາ ເມີໂກລ ທີ່ຈະຊຸກຍູ້ໃຫ້ເລື່ອນມາດຕະການປິດເມືອງອອກໄປຈົນເຖິງວັນທີ 18 ເມສາ ອີງຕາມອົງການຂ່າວຣອຍເຕີທີ່ໄດ້ລາຍງານ ໃນວັນອາທິດວານນີ້.

ຢູ່ໃນປະເທດໂປແລນ ຊຶ່ງເຫັນຈຳນວນຂອງກໍລະນີຕິດເຊື້ອປະຈຳວັນເພີ້ມສູງຂຶ້ນຫຼາຍທີ່ສຸດ ນັບຕັ້ງແຕ່ເດືອນພະຈິກເປັນຕົ້ນມາ ມາດຕະການໃໝ່ໄດ້ບັງຄັບໃຫ້ຮ້ານຄ້າທີ່ບໍ່ຈຳເປັນທັງຫຼາຍແລະສະຖານທີ່ຕ່າງໆໃຫ້ປິດໄວ້ເປັນເວລາສາມອາ ທິດ. ໂປແລນໄດ້ບັນທຶກກໍລະນີຕິເຊື້ອລາຍໃໝ່ຫຼາຍກວ່າ 26,000 ຄົນ ແລະຫຼາຍກວ່າ 350 ຄົນໄດ້ເສຍຊີວິດ ອີງຕາມມະຫາວິທະຍາໄລ ຈອນສ໌ ຮັອບກິນສ໌.

ເຖິງຢ່າງໃດກໍຕາມ ບັນດາຮ້ານຄ້າທັງຫຼາຍ ກໍຍັງໄດ້ຖືກປິດໄວ້ ຢູ່ໃນນະຄອນ ຫຼວງກີຢິບຂອງຢູເຄຣນ ບ່ອນທີ່ພຽງແຕ່ຮ້ານຄ້າຂາຍອາຫານການກິນເທົ່ານັ້ນ ອານຸຍາດໃຫ້ເປີດໄດ້. ປະເທດນີ້ ໄດ້ບັນທຶກກໍລະນີຕິດເຊື້ອລາຍໃໝ່ຫຼາຍກວ່າ 15,000 ຄົນ ໃນວັນອາທິດວານນີ້ ແລະເກືອບ 270 ຄົນໄດ້ເສຍຊີວິດ ອີງຕາມຂໍ້ມູນຂອງມະຫາວິທະຍາໄລ ຈອນສ໌ ຮັອບກິນສ໌.

ປະມານນຶ່ງສ່ວນສາມຂອງປະຊາກອນຝຣັ່ງແມ່ນຢູ່ພາຍໃຕ້ມາດຕະການປິດເມືອງ ຫຼັງຈາກທີ່ມາດຕະການອື່ນໆ ໄດ້ຖືກວາງອອກໃນວັນສຸກທີ່ຜ່ານມາໃນນະຄອນຫຼວງປາຣີ ແລະຢູ່ໃນພາກພື້ນອື່ນໆຈຳນວນນຶ່ງໃນຕອນເໜືອແລະໃຕ້ຂອງປະເທດ. ປະຊາຊົນຫຼາຍກວ່າ 4,300 ຄົນໄດ້ເຂົ້າຮັກສາຢູ່ໃນໜ່ວຍສຸກເສີນ ໃນວັນເສົາຜ່ານມາຢູ່ຝຣັ່ງ ອີງຕາມການກ່າວຂອງກະຊວງສາທາລະນະສຸກ ຊຶ່ງເປັນຈຳນວນຫຼາຍທີ່ສຸດຂອງປີນີ້.

ປະມານ 6 ລ້ານ 1 ແສນຄົນໃນຝຣັ່ງ ໄດ້ສັກຢາວັກຊີນກັນໂຄວິດ-19 ເຂັມທຳອິດໄປແລ້ວ ຫຼື ຕ່ຳກວ່າ 12 ເປີເຊັນຂອງປະຊາກອນທີ່ເປັນຜູ້ໃຫຍ່.

ແຕ່ໃນເມືອງມາກໄຊຍຢູ່ພາກໃຕ້ຂອງຝຣັ່ງ ຫຼາຍພັນຄົນໄດ້ພາກັນລົງສູ່ຖະໜົນຫຼາຍສາຍໃນວັນອາທິດວານນີ້ ເພື່ອສະເຫຼີມສະຫຼອງແຫ່ຂະບວນໃນການຂັດຂືນຕໍ່ຂໍ້ຈຳກັດດ້ານໂຣກລະບາດຕ່າງໆ.

ສ່ວນຢູ່ໃນສະຫະລັດ ບັນດາເຈົ້າໜ້າທີ່ຢູ່ໃນເມືອງມາຍອາມີ ບີດຈ໌ ລັດຟລໍຣີດາ ທີ່ເປັນຈຸດໝາຍປາຍທາງ ທີ່ນິຍົມຊົມຊອບຂອງພວກນັກທ່ອງທ່ຽວ ໄດ້ເລື່ອນມາດຕະການສຸກເສີນຫ້າມອອກນອກເຮືອນ ໃນຕອນເວລາ 8 ໂມງແລງ ອອກໄປເຖິງ 3 ອາທິດ ຫຼັງຈາກທີ່ໄດ້ມີການຈັບກຸມ 20 ກວ່າຄົນ ໃນວັນເສົາຜ່ານມາ. ບັນດາເຈົ້າໜ້າທີ່ ກ່າວວ່າ 1,000 ຄົນ ໄດ້ຖືກຈັບກຸມຢູ່ໃນເຂດເມືອງຫາດຊາຍນັບຕັ້ງແຕ່ວັນທີ 1 ເດືອນມີນາ ເປັນຕົ້ນມາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG