ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຕາລີ ຊ່ອຍກູ້ໄພຄົນເຂົ້າເມືອງ ຫລາຍກວ່າ 2,000 ຄົນຈາກຝັ່ງທະເລລີເບຍ


ຄົນລຽນແຖວຮັບເອົາອາຫານ ທີ່ສູນອົບພະຍົບ ທີ ຊາຍແດນ Greek Macedonian.
ຄົນລຽນແຖວຮັບເອົາອາຫານ ທີ່ສູນອົບພະຍົບ ທີ ຊາຍແດນ Greek Macedonian.

ໜ່ວຍ​ຍາມຝັ່ງ​ອີ​ຕາ​ລີ​ກ່າວ​ວ່າ ​ໃນ​ວັນ​ອັງຄານ​ວານ​ນີ້ ຕົນ​ໄດ້ຊ່ອຍ​ກູ້ໄພ​ຄົນ​ເຂົ້າ​ເມືອງ 2,000 ຄົນ​ຈາກ​ທະ​ເລ​ທີ່​ເປັນ​ອັນຕະລາຍ ​ນອກ​ຝັ່ງ​ Libya ​ໃນ​ສອງ​ມື້​ທີ່​ຜ່ານ​ມາ.

ຈຳເປັນຕ້ອງໄດ້ມີ​ການ​ປະຕິບັດ​ງານ​ຫຼາຍ​ເຖິງ 25 ຄັ້ງ​ເພື່ອຊ່ວຍ​ເຫລືອ ພວກຜູ້ຊາບ ​ແມ່ຍິງ ​ແລະ​ເດັກນ້ອຍ​ທີ່​ຄັບຄັ່ງຢູ່​ໃນ​ເຮືອ​ອັນແອ​ອັດເຫຼົ່ານັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ Italy ກ່າວ​ວ່າ ບໍ່​ມີ​ການ​ເສຍ​ຊີວິດ ​ແລະ​ພວກ​ຄົນ​ເຂົ້າ​ເມືອງດັ່ງກ່າວ ​ໄດ້​ຖືກ​ນຳ​ໄປ​ເມືອງ Sicily.

Austria ກ່າວ​ວ່າ ຕົນ​ກຳລັງ​ວາງ​ແຜນ​ວ່າ​ຈະ​ນຳເອົາການຮັດ​ແໜ້ນວິທີ​ຄວບຄຸມ​ຊາຍ ແດນ​ຄືນ​ມາໃຊ້ກັບ​ອີ​ຕາ​ລີ ເພາະຢ້ານ​ວ່າຈະມີ​ການ​ຫລັ່ງ​ໄຫລ​ເຂົ້າ​ມາ​ຕື່ມຂອງ​ຄົນ​ເຂົ້າ​ ເມືອງ​ຈຳນວນໃໝ່.

ພ້ອມໆກັບການ​ຮັກສາ​ຊາຍ​ແດນ​ທີ່ເຄັ່ງຄັດຂຶ້ນນີ້ ພວກ​ພະນັກງານ​ກໍໄດ້​ເລີ້​ມສ້າງ​ບ່ອນ ​ຄວບຄຸມກວດກາ​ຊາຍ​ແດນທີ່​ເມືອງ Brenner ບ່ອນ​ຜ່ານເຊື່ອມ​ຕໍ່​ກັບ Austria ​ແລະ Italy ຜ່ານ​ທາງ​ພູ​ເຂົາ Alps ແຫ່ງໃໝ່ຂຶ້ນ.

ສະຫະພາບ​ຢູ​ໂຣບກ່າວ​ວ່າ ຕົນມີ​ຄວາມ​ “ເປັນ​ຫ່ວງ​ທີ່​ສຸດ.”

​ໂຄສົກ​ຍິງ ທ່ານ​ນາງ Natasha Bertaud ກ່າວ​ວ່າ “ຖ້າ​ຫາກ​ແຜນ​ເຫລົ່າ​ນີ້​ຈະ​ນຳໃຊ້ແທ້ ​ພວກ​ເຮົາ​ກໍຈະ​ຕ້ອງໄດ້​ເບິ່ງ​ຢ່າງຈັງຈັງ” ບ່ອນ​ຜ່ານ​ທີ​ເມືອງ Brenner ​ເປັນ​ບ່ອນ​ສຳ​ຄັນ ສຳລັບ​ເສລີ​ພາບ ໃນການ​ເຄື່ອນ​ໄຫວໄປມາ​ພາຍ​ໃນ​ສະຫະພາບ​ຢູ​ໂຣບ.

ຄົນເຂົ້າເມຶອງທີ່ສ່ວນໃຫຍ່ມາຈາກ ປາກິສຖານ ປະທ້ວງຕໍ່ ສະຫະພາບຢູໂຣບ.
ຄົນເຂົ້າເມຶອງທີ່ສ່ວນໃຫຍ່ມາຈາກ ປາກິສຖານ ປະທ້ວງຕໍ່ ສະຫະພາບຢູໂຣບ.

​ໃນ​ຂະນະ​ດຽວ​ກັນ ບັນດາ​ຄົນ​ເຂົ້າ​ເມືອງ​ຫລາຍ​ຮ້ອຍ​ຄົນ​ກໍໄດ້​ພາກັນ​ອາສາ​ສະໝັກ ທີ​ຈະ​ ຍົກ​ຍ້າຍ​ບ່ອນ​ພັກ​ເຊົາໄປ​ຢູ່່​ຕາມ​ຊາຍ​ແດນ Greek-Macedonian ອັນ​ທີ່​ເຄີຍ​ເປັນ​ບ່ອນ ​ແຫ່ງ​ຄວາ​ມຮຸນ​ແຮງ ​ສົກກະ​ປົກ ​ແລະ​ມີ​ຂີ້ຕົມເປື້ອນເປິ.

ລົ​ດບັສ​ໄດ້ຂົນ​ສົ່ງ​ພວກ​ຄົນ​ເຂົ້າ​ເມື​ອງອອກ​ຈາກສູນ​ອົບ​ພະຍົບ Idomeni ​ໄປ​ຫາ​ສູນ ຕ້ອນຮັບຕ່າງໆ​ຢູ່່​ແຫ່ງ​ອຶ່ນໃນ Greece ​ແລະ​ມີທ່າທາງວ່າອີກຫລາຍໆ​ຮ້ອຍ​ຄົນຈະ​ຕິດ ຕາມ​ໄປ.

Migrants Fear Deportations to Turkey
please wait

No media source currently available

0:00 0:02:05 0:00

XS
SM
MD
LG