ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປະທານຄະນະກໍາມາທິການຢູໂຣບ ໂອ້ລົມກ່ຽວກັບສັນຕິພາບຢູໃນຢູເຄຣນ ກັບປະທານປະເທດສີ ຂອງຈີນ

ປະທານຄະນະກໍາມາທິການຢູໂຣບ ທ່ານນາງເອີຊູລາ ວັນ ເດີ ເລເຢັນ ເຂົ້າຮ່ວມກັານຖະແຫຼງຂ່າວ ລຸນຫຼັງທີ່ທ່ານນາງພົບກັນກັບປະທານປະເທດຈີນ ທ່ານສີ ຈິ້ນຜິງ, ຢູ່ທີ່ຄະນະໂຕແທນຂອງສະຫະພາບຢູໂຣບ ໃນນະຄອນຫຼວງປັກກິ່ງ, ວັນທີ 6 ເມສາ 2023.

ປະທານຄະນະກໍາມາທິການຢູໂຣບ ທ່ານນາງເອີຊູລາ ວອນ ເດີ ເລເຢັນ ໄດ້ເຕືອນປະທານປະເທດຈີນ ທ່ານສີ ຈິ້ນຜິງ ວ່າ ບໍ່ໃຫ້ສົ່ງອາວຸດໄປໃຫ້ຣັດເຊຍ, ແລະທ່ານນາງກໍໄດ້ແນະນໍາແນວທາງໄປສູ່ສັນຕິພາບ ຢູ່ໃນຢູເຄຣນ ລະຫວ່າງການໂອ້ລົມກັນກັບທ່ານສີ ໃນວັນພະຫັດວານນີ້ ຢູ່ທີ່ນະຄອນຫຼວງປັກກິ່ງ.

ທ່ານນາງວອນ ເດີເລເຢັນ ໄດ້ເດີນທາງໄປປະເທດຈີນພາຍໃນອາທິດນີ້ ພ້ອມດ້ວຍປະທານາທິບໍດີຂອງປະເທດຝຣັ່ງ ທ່ານເອັມມານູເອລ ມາກຣົງ ເພື່ອສະ ແດງຄວາມສາມັກຄີກັນຂອງສະຫະພາບຢູໂຣບທີ່ຢູ່ແນວໜ້າ. ທ່ານມາກຣົງ ກໍເຂົ້າຮ່ວມເປັນສ່ວນນຶ່ງຂອງການໂອ້ລົມໃນວັນພຸດວານນີ້ ແລະວັນພະຫັດນີ້ ສໍາລັບການປະຊຸມ ຂອງສະພາທຸລະກິດ ລະຫວ່າງຈີນ ແລະຝຣັ່ງ. ຫຼັງຈາກນັ້ນ ທ່ານກໍໄດ້ເຂົ້າຮ່ວມການໂອ້ລົມສາມຝ່າຍກັບຈີນ.

ປະທານປະເທດຈີນ ທ່ານສີ ຈິ້ນຜິງ, ຄູ່ຮ່ວມຕໍາແໜ່ງຂອງທ່ານຈາກຝຣັ່ງ ທ່ານເອັມມານູເອລ ມາກຣົງ ແລະປະທານຄະນະກໍາມາທິການຂອງຢູໂຣບ ທ່ານນາງເອີຊູລາ ວອນ ເດີ ເລເຢັນ ພົບປະກັນໃນນະຄອນຫຼວງປັກກິ່ງ, ວັນທີ 6 ເມສາ 2023. (Photo by Ludovic Marin/ Pool / AFP)

ທ່ານນາງວອນ ເດີ ເລເຢັນ ກ່າວກັບບັນດານັກຂ່າວ ລຸນຫຼັງການປະຊຸມສອງຝ່າຍວ່າ ທ່ານນາງໄດ້ຍົກເອົາຫົວຂໍ້ ຂອງທ່ານສີ ສໍາລັບການໂອ້ລົມສົນທະນາກັບປະທານາທິບໍດີຂອງຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ກ່ຽວກັບແຜນ ການເພື່ອສັນຕິພາບ. ທ່ານນາງກ່າວວ່າ ທ່ານສີ ເນັ້ນຢໍ້າ​ເຖິງ​ຄວາມ​ເຕັມ​ໃຈ ​ທີ່ ຈະໄດ້ໂອ້ລົມກັບທ່ານເຊເລັນສກີວ່າ “ເມື່ອໃດ​ຫາສະພາບການ ແລະ​ເວ​ລາຫາກເອື້ອ​ອຳ​ນວຍ.”

ໃນອາທິດທີ່ຜ່ານມາ, ນາຍົກລັດຖະມົນຕີຂອງສະເປນ ທ່ານເປໂດຣ ຊານເຊັສ ກ່າວວ່າ ທ່ານກໍໄດ້ມີການໂອ້ລົມເຈລາ​ໃນລັກສະນະຄ້າຍຄືກັນ ກັບທ່ານສີ ເຊິ່ງໃນເວລານັ້ນ ທ່ານສີ ສະແດງຄວາມສົນໃຈຕໍ່ແນວຄິດດັ່ງກ່າວ. ທ່ານນາງວອນ ເດີ ເລເຢັນ ກ່າວວ່າ ທ່ານນາງໄດ້ເຫັນວ່າ ການກ່າວເນັ້ນຢໍ້າອີກຄັ້ງຂອງທ່ານສີ ເປັນສັນຍານທີ່ດີຂຶ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG