ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍານສຳ​ຫຼວດ ດາວຫາງ ຂອງ​ຢູ​ໂຣບ ຈະເລີ້ມ ເຮັດວຽກອີກ (ວີດີໂອ)


ຍານສຳຫຼວດອະວະກາດ Rosetta ຂອງອົງການ ອະວະກາດຢູໂຣບ
ຍານສຳຫຼວດອະວະກາດ Rosetta ຂອງອົງການ ອະວະກາດຢູໂຣບ
ອົງການ​ອະວະກາດ​ຢູ​ໂຣບ ກ່າວ​ວ່າ ​ຍານສຳຫຼວດອະວະກາດ
ທີ່​ໄລ່ຕາມ​ດາວຫາງ​ ຂອງ​ຕົນ ຈະເລີ້ມ​ເຮັດ​ວຽກຄືນ​ໃນ​ວັນ​ຈັນ​
ມື້​ນີ້ ​ແລະ​ຈະ​ເລີ້ມ​ສົ່ງ​ຂໍ້​ມູນ​ລົງ​ມາສູ່​ພື້ນ​ດິນ ຫຼັງ​ຈາກ​ບໍ່​ເຮັດ​ວຽກ
​ມາ​ໄດ້ 3 ປີ.

ຫຼັງ​ຈາກ​ໄດ້​ໂຄຈອນ​ຢູ່​ໃນ​ອະວະກາດ ມາ​ເປັນ​ເວລາ 10 ປີ ​ຍານ​
ສຳຫຼວດ Rosetta ຈະ​ເລີ້ມເຮັດ​ວຽກ​ຄືນ​ໃໝ່ ​ແລະ​ຈະສົ່ງ​ຂໍ້​ມູນ​
ລົງ​ມາສູ່​ພື້ນ​ດິນ. ຄາດ​ວ່າ​ ຍານ​ດັ່ງກ່າວ​ຈະ​ເລີ້ມປະຕິບັດ​ງານ​ຄືນ
​ເວລາ 10:00 ​ໂມງຕາມ​ເວລາ​ສາກົນ ຄື​ປະມານ 2 ຊົ່ວ​ໂມງ​ 50
ນາທີ ຜ່ານ​ມາ​ນີ້ ​ແຕ່​ເນື່ອງ​ຈາກ​ວ່າ ​ມັນ​ຈະ​ໃຊ້​ເວລາ​ຫຼາຍ​ຊົ່ວ​ໂມງ
ເພື່ອ​ອຸ່ນ​ເຄື່ອງ ​ແລະ​ຂໍ້​ມູນ​ຈະ​ຕ້ອງ​ເດີນທາງ 800 ລ້ານ​ກິ​ໂລ​ແມັດ ຈຶ່ງ​ຈະມາ​ເຖິງພື້ນ​ດິນ ອົງການອະວະກາດ​ຢູ​ໂຣບ ຈຶ່ງບໍ່ຄາດ​ວ່າ​ຈະ​ໄດ້​ຮັບ​ຂໍ້​ມູນ​ ຈົນ​ກ່ວາ​ຕອນ​ແລງມື້​ນີ້.

ຍານ Rosetta ຈະ​ໄປ​ພົບ​ກັບ​ດາວຫາງ​ ໃນ​ອີກ​ບໍ່​ເທົ່າ​ໃດ​ເດືອນ​ຂ້າງ​ໜ້ານີ້ ​ແລະຈະຖິ້ມ
ອຸບປະກອນ​ລົງ​ໃສ່ພື້ນ​ໜ້າ​ຂອງດາວຫາງ ​ທີ່​ປົກ​ຄຸມ​ດ້ວຍ​ນ້ຳ​ກ້ອນນັ້ນ ​ໃນ​ເດືອນ​ພະຈິກ.
XS
SM
MD
LG