ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ອອກກົດລະບຽບ ຂອງຢູໂຣບ ແລະ ອັງກິດ ຕັ້ງການເຊື່ອມໂຍງ ລະຫວ່າງ ເລືອດກ້າມທີ່ບໍ່ປົກກະຕິ ກັບຢາວັກຊິນອາສຕຣາເຊເນກາ


ປ້າຍຢູ່ປະຕູ ສະແດງໃຫ້ເຫັນ ຢາວັກຊີນອາສຕຣາເຊເນກາ ທີ່ກຳລັງໃຊ້ສັກຢູ່ສູນກາງສັກຢາ ທີ່ນະຄອນບູກາແຣັດ ປະເທດໂຣມາເນຍ ວັນທີ 7 ເມສາ 2021.
ປ້າຍຢູ່ປະຕູ ສະແດງໃຫ້ເຫັນ ຢາວັກຊີນອາສຕຣາເຊເນກາ ທີ່ກຳລັງໃຊ້ສັກຢູ່ສູນກາງສັກຢາ ທີ່ນະຄອນບູກາແຣັດ ປະເທດໂຣມາເນຍ ວັນທີ 7 ເມສາ 2021.

ຜູ້ອອກກົດລະບຽບຢາຂອງສະຫະພາບຢູໂຣບ ໄດ້ລົງຄວາມເຫັນໃນວັນພຸດວານ ນີ້ວ່າ ໂອກາດໃນການເກີດເລືອດກ້າມທີ່ບໍ່ເປັນປົກກະຕິ ແລະອາດຮ້າຍແຮງເຖິງຕາຍໄດ້ນັ້ນ ຄວນທີ່ຈະຖືກບັນທຶກເຂົ້າໃນບັນຊີວ່າເປັນຜົນຂ້າງຄຽງທີ່ບໍ່ຄອຍມັກ ມີ ຂອງຢາວັກຊີນ ກັນໄວຣັສໂຄໂຣນາ ອາສຕຣາເຊເນກາ.

ການພົບເຫັນຢູ່ໃນການທົບທວນເປັນເວລາຫຼາຍອາທິດ ກ່ຽວກັບຄວາມປອດໄພ ອາດກໍ່ໃຫ້ເກີດຄວາມບໍ່ແນ່ໃຈກ່ຽວກັບຢາວັກຊີນດັ່ງກ່າວຢູ່ໃນຢູໂຣບ ບ່ອນທີ່ລັດຖະບານຂອງຫຼາຍ
ປະເທດໄດ້ໂຈະການນຳໃຊ້ຂອງພວກເຂົາເຈົ້າທ່າມກາງທີ່ ມີຄວາມສົງໄສໃນດ້ານຄວາມ
ປອດໄພເພີ້ມ.

ພວກເຈົ້າໜ້າທີ່ຢູ່ອົງການຢາຢູໂຣບ ຫຼື EMA ໄດ້ເນັ້ນໜັກເຖິງຜົນປະໂຫຍດ ຂອງຢາອາສຕຣາເຊເນກາ ທີ່ມີຫຼາຍກວ່າຄວາມສ່ຽງ ແລະຢາວັກຊີນນີ້ ຊ່ວຍ ຮັກສາຊີວິດ. ອາການ
ຂອງການສັກຢານັ້ນບໍ່ຈຄ່ອຍມີສູງເຂົາເຈົ້າໄດ້ເນັ້ນໜັກລະຫວ່າງກອງປະຊຸມນັກຂ່າວ
ຢູ່ໃນນະຄອນອາມສະເຕີດາມ.

ພວກເຈົ້າໜ້າທີ່ອົງການ EMA ໄດ້ເຕືອນພວກນັກວິຊາການແພດ ແລະຄົນທີ່ ໄດ້ຮັບການສັກຢາວັກຊີນ ຈົ່ງໃຫ້ຢູ່ໃນຄວາມລະມັດລະວັງ ທີ່ອາດເປັນໄປໄດ້ ຂອງກໍລະນີເລືອດກ້າມທີ່ບໍ່ຄ່ອຍມີ ປະສົມກັບກັບລະດັບເລືອດຕໍ່າທີ່ບໍ່ປົກກະຕິ ເກີດຂຶ້ນພາຍໃນສອງອາທິດຂອງການສັກຢາວັກຊີນ. ພວກເຈົ້າໜ້າທີ່ ອົງການ EMA ກ່າວເພີ້ມວ່າ “ເທົ່າທີ່ຜ່ານມາສ່ວນໃຫຍ່ຂອງກໍລະນີີໄດ້ເກີດຂຶ້ນແກ່ພວກ ແມ່ຍິງອາຍຸຕໍ່າກວ່າ 60 ປີ ພາຍໃນສອງ
ອາທິດຂອງການສັກຢາວັກຊີນ.”

ທ່ານອີເມີຣ ຄຸກ ຫົວໜ້າອົງການ EMA ກ່າວວ່າ “ຢາວັກຊີນນີ້ໄດ້ພິສູດໃຫ້ ເຫັນວ່າ ໄດ້ຜົນສູງ ມັນປ້ອງກັນພະຍາດທີ່ຮ້າຍແຮງ ແລະການເຂົ້າໂຮງໝໍ ແລະຮັກສາຊີວິດ.” ເລືອດກ້າມທີ່ບໍ່ຄ່ອຍມີໄດ້ພັວພັນກັບການຕາຍຢ່າງໜ້ອຍ 14 ຄົນ ຢູ່ທົ່ວຢູໂຣບ.

ການປະກາດກ່ຽວກັບການເຊື່ອມໂຍງລະຫວ່າງຢາວັກຊີນ ແລະເລືອດກ້າມທີ່ບໍ່ ເປັນປົກກະຕິ ເປັນຂີດໝາຍໃນການປ່ຽນແປງຢ່າງໄວ ຢູ່ໃນທ່າທີຂອງອົງການ EMA ກ່ຽວກັບຢາວັກຊີນອາສຕຣາເຊເນກາ. ເປັນເວລາສອງເດືອນອົງການນີ້ ໄດ້ເນັ້ນໜັກວ່າ ບໍ່ມີເຫດຜົນໃດໆ ທີ່ບັນດາປະເທດຢູໂຣບຄວນຫ້າມ ຫຼືຢຸດເຊົາ ການສັກຢາ.

ຫຼາຍປະເທດຢູໂຣບ ບໍ່ໄດ້ເອົາຫົວຊາກັບການຄໍ້າປະກັນຄືນໃໝ່ ກ່ຽວກັບການ ສັກຢາແລະໄດ້ຈຳກັດການນຳໃຊ້ຢາວັກຊີນດັ່ງກ່າວທ່າມກາງທີ່ມີຄວາມເປັນຫ່ວງ ທີ່ມີເພີ້ມຂຶ້ນ ກ່ຽວກັບການເຊື່ອມໂຍງກັບເລືອດກ້າມທີ່ບໍ່ປົກກະຕິ. ເຢຍຣະມັນ ໃນອາທິດແລ້ວນີ້ກ່າວວ່າ ຢາວັກຊີນນີ້ບໍ່ຄວນສັກໃຫ້ຜູ້ມີອາຍຸຕໍ່າກວ່າ 60 ປີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG