ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະພັນ ກໍາມະບານກຣິສ ນັດຢຸດງານປະທ້ວງ ມາດຕະການປະຢັດໃໝ່ (ເບິ່ງສະໄລດ໌ກັບວີດີໂອ)


ສະມາຊິກສະຫະພັນກໍາມະບານຂອງກຣິກ ໄດ້ເລີ້ມການນັດຢຸດງານ ເປັນເວລາ 2 ມື້ໃນວັນສຸກມື້ນີ້ຢູ່ ນະຄອນເອເທນ ເພື່ອປະທ້ວງຕໍ່ມາດ
ຕະການສະບັບໃໝ່
ສະມາຊິກສະຫະພັນກໍາມະບານຂອງກຣິກ ໄດ້ເລີ້ມການນັດຢຸດງານ ເປັນເວລາ 2 ມື້ໃນວັນສຸກມື້ນີ້ຢູ່ ນະຄອນເອເທນ ເພື່ອປະທ້ວງຕໍ່ມາດ ຕະການສະບັບໃໝ່

ສະມາຊິກ​ສະຫະພັນ​ກຳມະບານ​ຂອງ​ກຣີສ ​ໄດ້​ເລີ້ມ​ການ​ນັດ​ຢຸດ​ງານ​ເປັນ​ເວລາ 2 ມື້ໃນ
ວັນ​ສຸກ​ມື້ນີ້ ຢູ່​ທີ່​ນະຄອນຫຼວງ​ເອ​ເທັນ ​ເພື່ອ​ປະທ້ວງ​ຕໍ່​ມາດ​ຕະການ​ປະ​ຢັດ​ມັດທະຍັດ​
ສະບັບ​ໃໝ່ ທີ່​ຈຳ​ເປັນ​ຕ້ອງ​ໄດ້ຮັບ​ການ​ອະນຸມັດ​ຈາກ​ສະ​ມາ​ຊິກ​ສະພາ​ແຫ່ງ​ຊາດ.

ລັດຖະມົນຕີ​ການ​ເງິນ​ຂອງ​ສະຫະພາບ​ຢູ​ໂຣບທີ່​ປະຊຸມ​ກັນ​ຢູ່​ນະຄອນ Brussels ​ໃນ​ຄືນ​
ວັນ​ພະຫັດ​ກ່າວ​ວ່າ ​ເຖິງ​ແມ່ນ​ສະພາ​ແຫ່ງ​ຊາດ​ຂອງກຣີສ​ ຮັບ​ຜ່ານມາດ​ຕະການ​ດັ່ງກ່າວ​
ນີ້ກໍ​ຕາມແຕ່ ​ກຣີສ ຍັງຕ້ອງ​ໄດ້​ຮັບເອົາ​ເງື່ອນ​ໄຂ​ໃໝ່​ຈຳນວນ​ນຶ່ງ ​ເພື່ອ​ຈະ​ໄດ້ຮັບ​ເງິນ​ຄໍ້າ
ປະກັນ​ກ້ອນ​ໃໝ່ 172 ພັນ​ລ້ານ​ໂດ​ລາ.

ປະທານ​ຂອງ​ລັດຖະມົນຕີ​ການ​ເງິນ ​ຈາກ 17 ປະ​ເທດ​ທີ່​ໃຊ້​ເງິນ​ຢູ​ໂຣ ທ່ານ​ Jean-Claude
Juncker ກ່າວ​ວ່າ ສະພາ​ແຫ່ງ​ຊາດກຣິສຕ້ອງ ໄດ້​ໃຫ້ການ​ອະນຸມັດ​ຕໍ່​ມາດ​ຕະການ​ປະຢັດ​
ມັດທະຍັດ​ສະບັບ​ໃໝ່​ພາຍ​ໃນວັນ​ອາທິດ​ນີ້ ຊຶ່ງກຣິສ ຈຳ​ເປັນຈະ​ຕ້ອງ​ຕັດ​ການໃຊ້ຈ່າຍ​ລົງ​ໄປ​
ອີກ 430 ລ້ານ​ໂດ​ລາ​ ພາ​ຍ​ໃນ​ປີ​ນີ້ ​ເພື່ອ​ປະຕິບັດ​ຕາມ​ເປົ້າໝາຍ​ໃນ​ການຫຼຸດການຂາດ​ດຸ​ນ
ງົບປະມານ ​ແລະ​ຂໍ້​ທີ່​ສາມ ບັນດາ​ຜູ້ນຳ​ການ​ເມືອງ​ຂອງກຣິສ ຈະ​ຕ້ອງໄດ້​ໃຫ້ການ​ຄໍ້າປະກັນ​
ວ່າ​ການຈັດຕັ້ງປະຕິບັດ​ມາດ​ຕະການໃໝ່​ນີ້ ຈະ​ດຳ​ເນີນ​ຕໍ່​ໄປ​ຫລັງ​ຈາກການ​ເລືອກ​ຕັ້ງ​ໃນ
ເດືອນເມສາ.

ທ່ານ Juncker ກ່າວ​ອີກ​ວ່າ ​ແຕ່ລະຂໍ້​ຜູກ​ມັດຈະ​ຕ້ອງ​ໄດ້​ມີ​ການ​ຮັບ​ເອົາກ່ອນ​ຄະນະ​ລັດ

ຖະ​ມົນຕີ​ການ​ເງິນ​ຈະ​ທໍາ​ການ​ຕັດສິນໃຈຄັ້ງ​ສຸດ​ທ້າຍ ຊຶ່ງ​ອາດ​ຈະ​ມີ​ໃນ​ກອງ​ປະ​ຊຸມ​ໃນ​ວັນ​
ພຸດ​ທີ່​ຈະ​ມາ​ເຖິງ​ນີ້.

ໃນ​ຂະນະ​ດຽວ​ກັນ​ນັ້ນ ລຸນ​ຫຼັງ​ການ​ເຈ​ລະ​ຈາ​ທີ່​ຍືດ​ຍາ​ວທີ່​ໄດ້​ສີ້​ນສຸດ​ລົງ​ໃນ​ຕອນ​ເຊົ້າ​ຂອງ
ວັນ​ພະຫັດ​ນີ້ ພວກຜູ້​ນໍາ​ຝ່າຍ​ການ​ເມືອງ​ຂອງກຣິສ ຍັງ​ບໍ່​ລົງ​ລອຍ​ກັນ​ກ່ຽວ​ກັບ​ການ
ຂະຫຍາຍ​ການ​ຕັດເງິນ​ເບ້ຍ​ບໍານານ ​ໃນ​ຂະນະ​ທີ່​ມີ​ການຕົກ​ລົງ​ຈະ​ຕັດຄ່າ​ຈ້າງເງິນ​ເດືອນ​
ລະດັບ​ຕໍ່າ​ສຸດຂອງ​ປະ​ເທດ​ລົງ​ 22 ​ເປີ​ເຊັນ ​ແລະລົບ​ລ້າງ​ໜ້າ​ວຽກ​ການຂອງ​ລັດ​ຖະ​ບານ​
ເຖິງ 15,000 ຕໍາ​ແໜ່​ງ.

ກຣິສກ່າວ​ວ່າ ​ຕົນ​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການຊ່ວຍ​ເຫລືອຈາກ​ສະຫະພາບ​ຢູ​ໂຣບ ທະນາ
ຄານກາງຂອງຢູ​ໂຣບແລະກອງເງິນທຶນ​ສາກົນ IMF ເພື່ອຫຼີກເວັ້ນຈາກການບໍ່ສາມາດ
ຊຳລະໜີ້ສິນ 19 ຕື້​ໂດ​ລາໃນການຈ່າຍເງິນໃຫ້ແກ່ພັນທະບັດທີ່​ຈະ​ມາ​ຮອດ​ໃນເດືອນ​ມີ
ນານີ້.

ນອກນັ້ນລັດ​ຖະ​ບານ​ຂອງ​ກູ​ງເອ​ເທ​ນ ​ໄດ້​ເສັດສິ້ນການ​ເຈລະຈາ​ກັບຜູ້​ໃຫ້​ເງິນ​ກູ້​ຢືມເອກ​
ກະ​ຊົນ​ເພື່ອ​ຕັດລົງເຄິ່ງໜຶ່ງ ​ໝີ້ສິນໃນ​ຈໍານວນ 132 ພັນລ້ານ​ໂດ​ລາ ທີ່ກຣີສຕິດຄ້າງນັ້ນ.

XS
SM
MD
LG