ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະໜາມບິນ ທາງລົດໄຟ ແລະຖະໜົນໃຫຍ່ໆ ທົ່ວຢຸໂຣບ ໄດ້ອັດລົງ ຍ້ອນອາກາດບໍ່ດີ.


ພາຍຸຫິມະ ທີ່ອັງກິດ, ວັນທີ 18 ທັນວາ 2010.
ພາຍຸຫິມະ ທີ່ອັງກິດ, ວັນທີ 18 ທັນວາ 2010.

ສະພາບດິນ​ຟ້າ​ອາກາດ​ທີ່​ໜາວ​ຈັດ ຊຶ່ງ​ມີ​ທັງອຸນຫະພູມທີ່ໜາວເຢັນເປັນນໍ້າກ້ອນ ບວກກັບ
ລົມພາຍຸຫິມະນັ້ນ ໄດ້ອັດສະໜາມບິນຫລາຍໆແຫ່ງ ທາງລົດໄຟ ແລະຖະໜົນໃຫຍ່ຫລາຍ
ສາຍທົ່ວພາກພື້ນຢຸໂຣບ ​ໃນວັນອາທິດມື້ນີ້ ​ເຮັດໃຫ້ພວກນັກທ່ອງທ່ຽວໃນຊ່ວງ​ພັກ​ເທດສະ
ການຄຣິສຕ໌ມາສຫລາຍພັນຄົນ ຕ້ອງຕົກຄ້າງບໍ່ສາມາດເດີນທາງໄປຈຸດທີ່ໝາຍຂອງຕົນໄດ້.

ສະໜາມບິນຕ່າງໆໃນປະເທດອັງກິດ ເຢຍລະມັນ ຝຣັ່ງ ເນເທີແລນ ອິຕາລີ ແລະປະເທດ
ອື່ນໆ ລາຍ​ງານ​ວ່າໄດ້ມີ​ການລົບລ້າງ ແລະ​ເລື່ອນ​ເວລາ​ຖ້ຽວ​ບິນ ຫລາຍຮ້ອຍຖ້ຽວ.

ທາງແລ່ນຂື້ນລົງຂອງສະໜາມບິນທີ່ມີ​ຍົນ​ທຽວຫລາຍທີ່ສຸດຂອງ​ອັງກິດ ກໍຄື ສະໜາມບິນ
Heathrow ແລະ Gatwick ໃນນະຄອນຫລວງລອນດອນ ໄດ້ປິດລົງ ເພື່ອກວດ​ເອົາຫິມະ
ອອກ​ກ່ອນ. ສ່ວນສະໜາມບິນ Frankfurt ທີ່ ປະເທດເຢຍລະມັນ ກໍໄດ້ຍົກເລີກ 500
ຖ້ຽວບິນ ​ໃນວັນອາທິດນີ້. ພວກເຈົ້າໜ້າທີ່ຕໍາຫລວດໄດ້ຖືກຮຽກຕົວເຂົ້າປະຈໍາການ​ໃນວັນ
ເສົາວານນີ້ ເພື່ອຄວບຄຸມຜູ້ ໂດຍສານທີ່ໂມໂຫທັງຫລາຍ ໃຫ້ຢູ່ໃນຄວາມສະຫງົບ.

XS
SM
MD
LG