ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຈົ້າໜ້າທີ່ຄົ້ນພົບແຜນກໍ່ ການຮ້າຍ


Cardinals hold their mitre hats as they attend a Mass for the election of a new pope celebrated by Cardinal Angelo Sodano inside St. Peter's Basilica, at the Vatican, March 12, 2013.
Cardinals hold their mitre hats as they attend a Mass for the election of a new pope celebrated by Cardinal Angelo Sodano inside St. Peter's Basilica, at the Vatican, March 12, 2013.

ເຈົ້າໜ້າທີ່ຂອງໜ່ວຍສືບລັບຢູໂຣບແລະສະຫະລັດກ່າວວ່າ ພວກຕົນໄດ້ຄົ້ນພົບ ແຜນການໂຈມຕີກໍ່ການຮ້າຍແບບໃຊ້ ໜ່ວຍກ້າຕາຍກອມມັງໂດຢູ່ໃນປະເທດອັງກິດ ຝຣັ່ງ ເຢຍ ຣະມັນ ແລະບາງທີ ອາດຮວມທັງ ສະຫະລັດນຳດ້ວຍ.

ເຈົ້າໜ້າທີ່ບໍ່ໄດ້ໃຫ້ລາຍລະອຽດ ທີ່ສະເພາະເຈາະຈົງໃດໆ ກ່ຽວກັບວ່າ ເຂົາເຈົ້າໄດ້ພົບເຫັນຫຍັງ ນອກເໜືອໄປຈາກ ເວົ້າວ່າ ການຂົ່ມຂູ່ທີ່ວ່ານີ້ ເປັນທີ່ໜ້າເຊື່ອຖືໄດ້.

ແຕ່ລາຍງານຂ່າວ ຂອງສະຫະລັດ ແລະອັງກິດ​ເວົ້າວ່າ ການໂຈມຕີທີ່ວ່ານີ້ ຈະມີລັກສະນະຄ້າຍຄືກັບການໂຈມຕີ ກໍ່ການຮ້າຍ ໃນປີ 2008 ທີ່ປະເທດອິນເດຍ ເວລາພວກ ມຸສລິມຫົວຮຸນແຮງ ເຂົ້າຢຶດຫຼາຍໆຈຸດພ້ອມໆກັນ ທີ່ນະ ຄອນມູມໄບ ຮວມທັງໂຮງແຮມ Taj ນໍາ​ນັ້ນ.

ລາຍງານຂ່າວ​ເວົ້າວ່າ ເຈົ້າໜ້າທີ່ສືບລັບໄດ້ສືບຮູ້ກ່ຽວ ກັບແຜນການໂຈມຕີດັ່ງກ່າວ ຈາກຜູ້ຕ້ອງສົງໄສເປັນຜູ້ກໍ່ການຮ້າຍຊາວເຢຍຣະມັນຄົນນຶ່ງ ທີ່ຖືກຈັບໃນເດືອນກໍລະກົດຜ່ານມາ ແລະເວລານີ້ເຊື່ອວ່າ ຢູ່ພາຍໃຕ້ການຄວບຄຸມໂຕ ຂອງສະຫະລັດ ຢູ່ທີ່ອັຟການິສຖານ.

ລາຍງານຂ່າວ ກ່ຽວກັບການວາງແຜນໂຈມຕີດັ່ງກ່າວ ໄດ້ມີຂຶ້ນຂະນະທີ່ຕຳຫຼວດຢູ່ກຸງ ປາຣີ ໄດ້ຍົກຍ້າຍຜູ້ຄົນ ອອກຈາກຫໍຄອຍ Eiffel ຍ້ອນມີການຂູ່ວ່າ ຈະມີການວາງລະ ເບີດໃນວັນອັງຄານວານນີ້ ຊຶ່ງເປັນເທື່ອທີສອງພາຍໃນເດືອນນີ້. ແຕ່ຫຼັງຈາກກວດຄົ້ນ ເປັນເວລາ 2 ຊົ່ວໂມງແລ້ວ ປາກົດວ່າ ບໍ່ໄດ້ພົບເຫັນຫຍັງ.

XS
SM
MD
LG