ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ສະຫະລັດ ແລະຢູໂຣບ ຮຽກຮ້ອງໃຫ້ ເປັນນໍ້າໜຶ່ງໃຈດຽວ ກັບແບລຢ້ຽມ


Obama Condemns Belgium Attacks
please wait

No media source currently available

0:00 0:00:45 0:00

ເຫດລະເບີດ​ຢູ່ໃນນະຄອນຫລວງ Brussels ຂອງປະ​ເທດ
Belgium ທັງ​ໝົດແມ່ນເກີດ​ຂື້ນ​ບໍ່​ເທົ່າ​ໃດ​ກິ​ໂລ​ແມັດ ຫ່າງ​ຈາກ
​ກອງ​ບັນຊາ​ການ​ອົງການ NATO ​ແລະ​ສະຫະພາບ​ຢູ​ໂຣບ ຊຶ່ງ​
ເປັນ​ສະ​ຖາ​ບັນ​ທີ່ສຳຄັນ​ສຸດ​ຂອງ​ທະວິບ​ຢູ​ໂຣບ ອັນເປັນຄວາ​ມ
ຈິງ​ທີ່​ບໍ່ມີ​ການ​ເຂົ້າ​ໃ​ຈຜິດ​ໃດໆ​ຂອງ​ບັນດາ​ຜູ້ນຳ​ຢູ​ໂຣບ ​ຫລື​
ສະຫະລັດ​.

ປະທານາທິບໍດີ​ຝຣັ່ງ ທ່ານ Francois Hollande ຂຽນ​ລົງໃນ
Twitter ຂອງ ທ່ານ @fhollande ວ່າ “​ໂດຍ​ຜ່ານການ​ໂຈມ​ຕີ​
ເຫລົ່າ​ນີ້​ຢູ່​ນະຄອນ Brussels ​ແມ່ນ​ການ​ໂຈມ​ຕີຢູ​ໂຣບ ທັງ​ໝົດ.”

ຕຳຫລວດ Brussels ໃສ່ໜ້າກາກ ລາດຕະເວນ ຢູ່ສະຖານີລົດໄຟ Gare du Midi ໃນນະຄອນ Brussels.
ຕຳຫລວດ Brussels ໃສ່ໜ້າກາກ ລາດຕະເວນ ຢູ່ສະຖານີລົດໄຟ Gare du Midi ໃນນະຄອນ Brussels.

ທ່ານ Hollande ຄື​ດັ່ງ​ບັນດາ​ຜູ້ນຳ​ຢູ​ໂຣບຄົນອື່ນໆ ​ໃນ​ວັນ​ອັງຄານ​ວານ​ນີ້ໄດ້ສະ​ແດງການ
​ສະໜັບສະໜູນ ​ຕໍ່ລັດຖະບານ Belgium. ຢູ່​ໃນ​ຖະ​ແຫລ​ງການ​ທາງ​ໂທລະ​ພາບ ຫລັງ​ຈາກ
​ການ​ໂຈມ​ຕີ​ໜ້ອຍ​ໜຶ່ງ ຜູ້ນຳ​ຝຣັ່ງກ່າວ​ວ່າ “ສົງຄາມ​ຕ້ານ​ການ​ກໍ່​ການ​ຮ້າຍ ​ຕ້ອງ​ນຳພາໂດຍ​
ຢູ​ໂຣບທັງ​ໝົດ."

ສ່ວນປະທານ​າທິບໍດີສະຫະລັດ ທ່ານ Barack Obama ຜູ້ທີ່​ຢູ່ນະຄອນຫຼວງ Havana
ກ່າວ​ວາ “ພວກ​ເຮົາ​ຈະ​ທຳ​ທຸກ​ຢ່າງ​ທີ່​ມີ​ຄວາມ​ຈຳ​ເປັນ ໃຫ້​ແກ່ Belgium ທີ່​ເປັນເພື່ອນຂອງ​
ພວກ​ເຮົາ ​ເພື່ອ​ນຳ​ເອົາ​ພວກຮັບຜິດຊອບ​ມາລົງ​ໂທດ” ທ່ານ​ກ່າວ​ວ່າ ສະຫະລັດຂໍຢືນ​ຢູ່​ຢ່າງ
​ເປັນ​ນໍ້າ​ໜຶ່ງ​ໃຈ​ດຽວ​ກັບ Belgium “ຕ້ານການ​ໂຈມ​ຕີ​ທີ່​ໂຫດຮ້າຍ​ຕໍ່​ປະຊາຊົນ​ຜູ້ໄຮ້ ດຽງສາ.”

ໃນ​ເວລາ​ບໍ່​ດົນຕໍ່​ມາ ທ່ານ​ໄດ້​ໂອ້​ລົມ​ທາງ​ໂທລະ​ສັບ​ກັບ ນາຍົກລັດຖະມົນຕີ Belgium
ທ່ານ Charles Michel ​ເພື່ອ​ສະ​ແດງ​ຄວາມ​ເສົ້າ​ສະຫ​ລົດ​ໃຈ​ ຕາງໜ້າ​ໃຫ້​ປະຊາຊົນ​ອາ​
ເມຣິກັນ. ທຳນຽບຂາວ​ກ່າວ​ວ່າ ທ່ານ​ໄດ້​ໃຫ້ການ​ຢືນ ຢັນ​ວ່າ ສະຫະ​ລັດ “​ໃຫ້ການ​ສະໜັບ
ສະໜູນ​ຢ່າງ​ເຕັນ​ທີ່” ​ແກ່ Belgium ​ແລະ​ໄດ້​ສະ​ເໜີ​ໃຫ້ການ​ຊ່ວຍ​ເຫລືອກ່ຽວ​ກັບ​ການ​ສື​ບ ສວນສອບ​ສວນ​ເບິ່ງການ​ໂຈມ​ຕີ ​ເພື່ອ​ນຳ​ເອົາ​ບັນດາ​ຜູ້​ກໍ່​ການ​ຮ້າຍ​ມາລົງ​ໂທດ.

ພວກໂດຍສານກຳລັງຢ່າງອອກຈາກເດື່ນເຮືອບິນທີ່ນະຄອນ Brussels.
ພວກໂດຍສານກຳລັງຢ່າງອອກຈາກເດື່ນເຮືອບິນທີ່ນະຄອນ Brussels.

ຢ່າງ​ໜ້ອຍມີ​ຊາວ​ອາ​ເມຣິກັນ​ເກົ້າ​ຄົນຮວມຢູ່​ໃນ​ບັນດາ​ຜູ້​ໄດ້​ຮັບ​ບາດ​ເຈັບ ຮວມທັງ​ສະມາ
ຊິກ​ກອງ​ທັບ​ອາກາດ​ສະຫະລັດ​ຄົນ​ໜຶ່ງ. ປະທານາທິບໍດີ Obama ​ໄດ້​ສັ່ງ​ໃຫ້​ຊັກທຸງ​ລົງ
"​ເຄິ່ງ​ເສົາ ​ຢູ່ຕາມຕຶກໂຮງການຂອງ​ລັດຖະບານ​ກາງ​ສະຫະລັດ.

​ໃນ​ການ​ຖະ​ແຫລ​ງທາງໂທລະພາບ ທີ່ກອງ​ບັນຊາ​ການ ຂອງ​ອົງການ NATO ​ໃນ​ນະຄອນ
ຫລວງ Brussels ນັ້ນ ​ເລຂາ​ທິການ​ໃຫຍ່ Jens Stoltenberg ກ່າວ​ວ່າ ອົງການ NATO
ຢືນ​ຢູ່​ຄຽງ​ຂ້າງ Belgium ທີ່​ເປັນ​ພັນທະ​ມິດ “ໃນ​ວັນ​ມືດ​ມົນ​ດັ່ງ​ກ່າ​ວນີ້.”

Brussels Moment of Silence
please wait

No media source currently available

0:00 0:00:51 0:00

XS
SM
MD
LG