ລັດຖະບານສະຫະລັດວາງແຜນທີ່ຈະອອກຄໍາແນະນໍາໃນ ວັນອາທິດມື້ນີ້ ໃຫ້ຊາວອາເມຣິກັນທີ່ເດີນທາງໄປຍັງຢູ ໂຣບນັ້ນ ພາກັນລະມັດລະວັງໂຕ ຍ້ອນການຂົ່ມຂູ່ທີ່ຈະ ທໍາການໂຈມຕີຈາກພວກກໍ່ການຮ້າຍ.
ເຈົ້າໜ້າທີ່ອາເມຣິກັນ ທີ່ບໍ່ຍອມບອກຊື່ໃຫ້ຊາບ ກ່າວກັບສື່ມວນຊົນສະຫະລັດວ່າ ຄໍາແນະນໍາກ່ຽວກັບການເດີນທາງທີ່ວ່ານີ້ ຈະມີລັກສະນະແບບທົ່ວໆໄປ ແລະຈະບໍ່ບົ່ງຊື່ປະເທດໃດປະເທດນຶ່ງໃນຢູໂຣບນັ້ນອອກມາຢ່າງເຈາະຈົງ. ພວກເຈົ້າໜ້າທີ່ເຫລົ່ານີ້ກ່າວວ່າ ຄໍາແນະນໍາດັ່ງກ່າວຈະບໍ່ເຖິງຂັ້ນເປັນການເຕືອນໃນການເດີນທາງ ທີ່ອາດສາມາດພາໃຫ້ຄົນອາເມຣິກັນລົບລ້າງການເດີນທາງໄປສະຫລອງບຸນຫລືການເດີນທາງອື່ນໆໄປຍັງຢູໂຣບນັ້ນ.
ໃນຫວ່າງບໍ່ເທົ່າໃດມື້ຜ່ານມານີ້ ບັນດາເຈົ້າໜ້າທີ່ຝ່າຍສືບລັບຂອງພວກປະເທດຕາເວັນຕົກກ່າວວ່າ ເຂົາເຈົ້າໄດ້ພົບເຫັນແຜນການຂອງພວກນັກຕໍ່ສູ້ຫົວຮຸນແຮງຈຸນຶ່ງໃນປາກິສຖານ ທີ່ຈະທໍາການໂຈມຕີແບບກໍ່ການຮ້າຍໃນບັນດາຫົວເມືອງສໍາຄັນໆຂອງອັງກິດ ຝະລັ່ງ ແລະເຢຍຣະມັນ.
ລາຍງານຂ່າວສະຫະລັດແລະອັງກິດກ່າວວ່າ ການວາງແຜນກໍ່ການຮ້າຍທີ່ວ່ານີ້ ຍັງຢູ່ໃນຂັ້ນຕົ້ນ ແລະຮຽກຮ້ອງໃຫ້ພວກຄົນຮ້າຍທໍາການໂຈມຕີສະຖານທີ່ສາທາລະນະ ໃນທໍານອງ ຄ້າຍໆຄືກັນກັບການໂຈມຕີແບບກໍ່ການຮ້າຍທີ່ນະຄອນມຸມໄບ ປະເທດອິນເດຍໃນປີ 2008 ນັ້ນ ຊຶ່ງພວກນັກຕໍ່ສູ້ຫົວຮຸນແຮງມຸສລິມ ທີ່ປະກອບອາວຸດໜັກ ໄດ້ພາກັນທໍາການບຸກໂຈມຕີ ຫລາຍໆສະຖານທີ່ພ້ອມກັນ ຊຶ່ງໄດ້ເຮັດໃຫ້ຜູ້ຄົນເສຍຊີວິດໄປ 166 ຄົນນັ້ນ.