ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນເຕືອນປະຊາຊົນໃຫ້ ລະວັງການກໍ່ການຮ້າຍ ໃນຢູໂຣບ


Поступь святого Патрика
Поступь святого Патрика

ຍີ່ປຸ່ນ​ເຕືອນ​ປະຊາຊົນ​ຂອງ​ຕົນ ​ກ່ຽວ​ກັບ​ການ​ໂຈມ​ຕີ​ຂອງ​ພວກ​ກໍ່​ການ​ຮ້າຍ​ທີ່​ອາດ​ເປັນ​ໄປ​ໄດ້​ໃນ​ຢູ​ໂຣບ ​ໂດຍ​ໄດ້​ຮ່ວມ​ກັບ​ອັງກິດ​ແລະ​ສະຫະລັດ​ໃນ​ການ​ອອກ​ຄໍາ​ແນະ​ນໍາ​ໃຫ້​ພວກ​ທີ່ເດີນທາງ​ໄປ​ຍັງ​ຂົງ​ເຂດ​ດັ່ງກ່າວ ​ລະວັງ​ໄພ​ຂົ່ມຂູ່​ການ​ໂຈມ​ຕີ​ທີ່ອາດ​ຈະ​ມີ​ຂຶ້ນໄດ້​ນັ້ນ.

ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ​ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ພວກ​ຄົນ​ເດີນທາງ​ຄວນ​ຈະ​ລະມັດລະວັງ​ເວລາ​ໃຊ້​ລະບົບ​ຂົນ​ສົ່ງ​ຂອງ​ຫລວງ ​ແລະ​ເວລາ​ໄປ​ເບິ່ງ​ສະຖານ​ທີ່​ທ່ອງ​ທ່ຽວ​ແຫ່ງ​ຕ່າງໆ​ນັ້ນ.

ໃນ​ວັນ​ອາທິດ​ວານ​ນີ້ ອັງກິດ​ໄດ້​ເຕືອນ​ປະຊາຊົນ​ຂອງ​ຕົນ​ກ່ຽວ​ກັບ​ໄພ​ຂົ່ມຂູ່​ໃນ​ລະ​ດັບ​ສູງ​ຈາກ​ພວກ​ກໍ່​ການ​ຮ້າ​ຍ​ໃນ ​ປະ​ເທດ​ຝຣັ່ງ​ ແລະເຢຍຣະມັນ​.

ກະຊວງ​ການ​ຕ່າງປະ​ເທດ​ຂອງ​ສະຫະລັດ​ກໍ​ໄດ້​ອອກ​ຄໍາແນະ​ນໍາ​ເຊ່ນ​ກັນໃຫ້​ພວກ​ຊາວ​ອະ​ເມຣິກັນ​ລະມັດລະວັງ​ ກ່ຽວ​ກັບ​ການ​ໂຈມ​ຕີ​ຂອງ​ພວກ​ກໍ່​ການ​ຮ້າຍ​ທີ່​ອາດ​ມີ​ຂຶ້ນ​ໄດ້​ໃນ​ຢູ​ໂຣບ​ ​ໂດຍເຄືອ​ຂ່າຍ al-Qaida ​ແລະສະມາ​ຊິກຂອງ​ພວກ​ເຂົາ.

ບັນດາ​ເຈົ້າ​ໜ້າ​ທີ່​ສືບ​ລັບຝ່າຍ​ຕາ​ເວັນ​ຕົກ​ກ່າວ​ໃນ​ສັບປະດາ​ຜ່ານ​ມາ​ວ່າ ເຂົາ​ເຈົ້າ​ໄດ້​ພົບ​ເຫັນ​ແຜນການ​ຂອງ​ພວກ​ນັກ​ຕໍ່​ສູ້​ຫົວ​ຮຸນ​ແຮງ​ ທີ່​ມີ​ສ່ວນ​ພົວພັນ​ກັບ​ເຄືອ​ຂ່າຍal-Qaida ​ໃນ​ປາ​ກິ​ສ ຖານ​ ສໍາລັບ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ​ໃນ​ຫົວ​ເມືອງ​ໃຫຍ່ໆ​ຂອງ​ອັງກິດ ຝຣັ່ງ ​ແລະ​ເຢຍຣະມັນ.

XS
SM
MD
LG