ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຂດທະວີບຢູໂຣບ ປະເຊີນກັບ ສະພາບ ອາກາດ ທີ່ຮ້ອນເອົ້າ ເປັນປະຫວັດການ


ເດັກນ້ອຍຈຳນວນນຶ່ງ ກຳລັງຜ່ອນຄາຍຄວາມຮ້ອນ ດ້ວຍການຫລິ້ນນ້ຳ ຢູ່ສວນສາທາລະນະແຫ່ງນຶ່ງ ໃນປະເທດຝຣັ່ງ.
ເດັກນ້ອຍຈຳນວນນຶ່ງ ກຳລັງຜ່ອນຄາຍຄວາມຮ້ອນ ດ້ວຍການຫລິ້ນນ້ຳ ຢູ່ສວນສາທາລະນະແຫ່ງນຶ່ງ ໃນປະເທດຝຣັ່ງ.

ທະວີບຢູໂຣບ ພວມກຽມຮັບມືກັບສະພາບອາກາດທີ່ຮ້ອນເອົ້າໃນວັນເສົາມື້ນີ້ ຍ້ອນຄື້ນ
ຄວາມຮ້ອນທີ່ເຄື່ອນເຂົ້າມາໃນທະວີບດັ່ງກ່າວ ຢ່າງຕໍ່ເນື່ອງ.

ກົມອຸຕຸນິຍົມ ແລະອາກາດຂອງຝຣັ່ງ ໄດ້ຍົກເລີກການເຕື່ອນໄພລະດັບຂີດແດງຂອງ
ຕົນ ແຕ່ການພະຍາກອນອາກາດ ກໍແມ່ນວ່າ ເປັນ “ມື້ທີ່ຮ້ອນຫຼາຍ” ໃນທົ່ວເຂດພາກ
ກາງຂອງປະເທດ ໂດຍຈະມີອຸຸນຫະພູມ ທີ່ຄາດກັນວ່າ ຈະສູງຂຶ້ນເຖິງ 42 ອົງສາ
ແຊວສິສ ໃນບາງເຂດ.

ໂດຍມີປະເທດຝຣັ່ງ ສະເປນ ອີຕາລີ ແລະເຂດພາກກາງ ບາງເຂດຂອງຢູໂຣບ ຈະ
ຖືກກະທົບດ້ວຍອຸນຫະພູມທີ່ສູງເປັນປະຫວັດການ ຊຶ່ງບັນດາເຈົ້າໜ້າທີ່ ໄດ້ຂໍຮ້ອງໃຫ້
ປະຊາຊົນ ຈົ່ງເອົາມາດຕະການລະມັດລະວັງ.

ສະຖິຕິອຸນຫະພູມ ທີ່ເປັນປະຫວັດການໃໝ່ຂອງຝຣັ່ງ ແມ່ນຢູ່ທີ່ 45.9 ອົງສາແຊວສິສ
ຊຶ່ງໄດ້ຖືກບັນທຶກ ໃນວັນສຸກວານນີ້ ໃນເຂດ Gallargues-le-Montueux ຢູ່ໃກ້ໆກັບ
ບ້ານ Montpellier ຊຶ່ງໄດ້ທຳລາຍສະຖິຕິຕິ ລຽນຕິດມາ ທີ່ໄດ້ຖືກບັນທຶກໄວ້ ໃນຕອນ
ເຊົ້າຂອງວັນດຽວກັນ.

ສະຖານທີ່ດັ່ງກ່າວ ເປັນພື້ນທີ່ບໍລິເວນດຽວກັນ ບ່ອນທີ່ ໃນເມື່ອກ່ອນ ອຸນຫະພູມ ໄດ້
ເພີ້ມສູງຂຶ້ນເຖິງ 44.1 ອົງສາແຊວສິສ ທີ່ໄດ້ຖືກບັນໄວ້ ໃນເດືອນສິງຫາປີ 2003.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG