ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເຈົ້າໜ້າທີ່ຢູໂຣບ ກຳລັງຕາມລ່າ ຫາຕົວການ ທີ່ຂັບລົດຢຽບຜູ້ຄົນ ໃນເຢຍຣະມັນ


Berlin Truck Attack
please wait
Embed

No media source currently available

0:00 0:01:04 0:00

3 ມື້​ຫຼັງ​ຈາກ​ທີ່​ລົດ​ບັນທຸກ​ ​ແລ່ນ​ເຂົ້າ​ຢຽບ​ຜູ້​ຄົນ​ໃນ​ຕະຫຼາດ​ຄຣິສມັສ ​ທີ່​ນະຄອນ​ເບີ​ລິນ
ເຈົ້າ​ໜ້າ​ທີ່​ໃນ​ທົ່ວ​ຢູ​ໂຣບ ​ໄດ້​ພາກັນ​ຊອກ​ຄົ້ນ​ຫາ​ ຜູ້​ຕ້ອງ​ສົງ​ໄສຄົນ​ສຳຄັນທີ່​ພົວພັນ​ກັບການ​ໂຈມ​ຕີ​ໃນ​ວັນ​ພະຫັດມື້​ນີ້ ຜູ້​ຊຶ່ງ​ເຈົ້າ​ໜ້າ​ທີ່​ເຢຍຣະມັນລະບຸ​ວ່າ ​ເປັນ​ຊາວ Tunisia ທີ່​ຄວນ
​ຈະ​ຖືກ​ເນລະ​ເທດ ​ເມື່ອຫຼາຍ​ເດືອນ ກ່ອນ​ໜ້າ​ນີ້.

​ບັນດາເຈົ້າ​ໜ້າ​ທີ່ ​ໄດ້​ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ທ້າວ Anis Amri ​ໄວ 24 ປີ ​ໄດ້​ເຂົ້າ​ໄປ​ຍັງ​ເຢຍຣະມັນ ​ໃນເດືອນ​ກໍລະກົດ​ປີ 2015 ​ແລະ​ພາຍ​ໃນ​ຮອບ 6 ​ເດືອນ​ຂອງ​ປີ​ນີ້ ລາວໄດ້​ຖືກ​ສິ້ງຊອມ​ເບິ່ງ​ການ​ປະພຶດ​ປະຕິບັດ ຮວມ​ເຖິງ​ການ​ອາດ​ມີ​ການຈັດ​ຊື້​ອາວຸດ ​ເພື່ອ​ທຳ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ​. ການ​ສິ້ງຊອມ​ທີ່​ວ່າ​ນີ້ ​ໄດ້​ຈົບ​ສິ້ນ​ລົງ​ໃນ​ເດືອນ​ກັນຍາ​ຜ່ານມາ​ ​ແລະ​ໜ່ວຍ​ງານ​ຕໍ່ຕ້ານການ​ກໍ່​ການ​ຮ້າຍ​ຕ່າງໆ ​ໄດ້ແລກປ່ຽນ​ຂໍ້​ມູນກ່ຽວ​ກັບ​ຜູ້ກ່ຽວ ​ໃນ​ເດືອນ​ພະຈິກ​ຜ່ານ​ມາ​ນີ້.

ປ້າຍຕາມລ້າຕົວ ທີ່ຕິດໄວ້ໃນຕະຫຼາດຄຣິສມັສໃນເຢຍຣະມັນ
ປ້າຍຕາມລ້າຕົວ ທີ່ຕິດໄວ້ໃນຕະຫຼາດຄຣິສມັສໃນເຢຍຣະມັນ

​ໃບ​ຄຳ​ຮ້ອງ​ຂໍ​ລີ້​ໄພ ຂອງ​ລາວ​ຖືກ​ປະຕິ​ເສດ ເມື່ອຫົກ​ເດືອນ ກ່ອນ​ໜ້າ​ນີ້ ​ແຕ່​ວ່າ​ລາວ​ບໍ່​ຖືກສົ່ງ​ກັບ​ໄປປະ​ເທດ Tunesia ​ຍ້ອນ​ວ່າ ມັນ​ມີ​ບັນຫາ​ເລື້ອງ​ເອກ​ກະສາ​ນຂອງ​ລາວ.

ການ​ເປີດ​ເຜີຍ​ທີ່​ວ່າ​ນີ້ ​ໄດ້​ພາ​ໃຫ້​ມີ​ຄຳ​ຖາມຫຼາຍ​ຂໍ້​ໃນ​ເຢຍຣະມັນ ກ່ຽວ​ກັບ​ການ​ກວດກາ​ຂອງ​ຜູ້​ຄົນ​ຫຼາຍ​ພັນ​ຄົນ ທີ່​ໄດ້​ເຂົ້າ​ມາ​ຍັງ​ເຢຍຣະມັນ ​ເພື່ອ​ຂໍ​ລີ້​ໄພ. ນາຍົກລັດຖະມົນຕີ​ເຢຍຣະມັນ ທ່ານ​ນາງ Angela Merkel ​ໄດ້​ກ່າວ​ນຶ່ງ​ມື້ ຫຼັງ​ຈາກ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ​ນັ້ນວ່າ ມັນ​ເປັນ​ຍາກ​ທີ່​ຈະ​ຮັບເອົາ​ໄດ້ ຖ້າ​ຫາກ​ວ່າ​ຜູ້​ທີ່​ຂໍ​ລີ້​ໄພ​ເປັນ​ຜູ້​ຮັບຜິດຊອບ.

ທ່ານ​ນາງ Angela Merkel ​ໄດ້​ກ່າວ​ວ່າ “​ເຫດການ​ທີ່​ວ່ານີ້ ​ໄດ້​ສ້າງ​ຄວາມ​ເຈັບ​ປວດ​ສຳຫຼັບ​ຊາວ​ເຢຍຣະມັນຫລາຍໆ​ຄົນ ​ເຊິ່ງໄດ້ເຮັດ​ວຽກ​ ​ເພື່ອ​ຊ່ອຍ​ພວກ​ອົບ​ພະຍົບ​ເຫຼົ່າ​ນີ້ ​ໃນ​ແຕ່​ລະ​ມື້ ​ແລະ​ສຳ​ຫຼັບຫຼາຍໆ​ຄົນ​ທີ່​ຕ້ອງການ​ການ​ຊ່ອຍ​ເຫຼືອ ​ແລະ​ພະຍາຍາມ​ທີ່​ຈະປັບ​ຕົວ ​ເພື່ອ​ເຂົ້າເປັນ​ພາກສ່ວນໃນ​ສັງ​ຄົມ​ຂອງ​ພວກ​ເຮົາ.”

ພວກພະນັກງານພາກັນປັດກວາດສະຖານທີ່ ໃນຕະຫຼາດຄຣິສມັສ ໃນນະຄອນ Berlin, ເຢຍຣະມັນ, 21 ທັນວາ, 2016.
ພວກພະນັກງານພາກັນປັດກວາດສະຖານທີ່ ໃນຕະຫຼາດຄຣິສມັສ ໃນນະຄອນ Berlin, ເຢຍຣະມັນ, 21 ທັນວາ, 2016.

ຕຳຫຼວດ​ເຢຍຣະມັນ ​ໄດ້​ເພັ່ງ​ເລັງ ​ໃສ່​ທ້າວ Amri ​ໃນ​ຖານະ​ເປັນ​ຜູ້​ຕ້ອງ​ສົງ​ໄສ ຫຼັງ​ຈາກ​ທີ່​ໄດ້​ພົບ​ເຫັນ​ເອກ​ກະສາ​ນຂອງ​ລາວ​ໃນ​ລົດ​ບັນທຸກ ທີ່​ໄດ້​ໃຊ້​ໃນ​ການ​ໂຈມ​ຕີ​ ​ແລ່ນເຂົ້າຢຽບ​ຜູ້​ຄົນ​ ຢູ່ຕະຫຼາດຄຣິສມັສ ທີ່ແໜ້ນ​ໄປ​ດ້ວຍ​ຜູ້​ຄົນ​ ​ໂດຍ​ໄດ້ສັງຫານ 12 ຄົນ ​ແລະ​ບາດ​ເຈັບ​ອີກ​ຫຼາຍ​ສິບ​ຄົນ. ​ຫ້ອງການ​ສືບສວນ​ສອບ​ສວນຂອງລັດຖະບານ​ກາງ ປະກາດ​ໃຫ້​ເງິນ​ລາງວັນ ຈຳນວນ 104 ພັນ​ໂດ​ລ່າ ​ສຳລັບ​ຂໍ້​ມູນໃດໆກໍ​ຕາມ ​ທີ່ນຳ​ໄປ​ສູ່​ການ​ຈັບ​ຕົວຜູ້ກ່ຽວນັ້ນ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG