ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຣັດເຊຍ ຫ້າມນຳເຂົ້າຜັກ ຈາກອີຢູ


ຣັດເຊຍຫ້າມນຳເຂົ້າຜັກທຸກຊະນິດ ຈາກສະຫະພາບຢູໂຣບ
ຣັດເຊຍຫ້າມນຳເຂົ້າຜັກທຸກຊະນິດ ຈາກສະຫະພາບຢູໂຣບ

ຣັດເຊຍ ໄດ້ຫ້າມບໍ່ໃຫ້ນຳເຂົ້າຜັກສົດທຸກຊະນິດຈາກສະ
ຫະພາບຢູໂຣບ ຂະນະທີ່ເຈົ້າໜ້າທີ່ພິຈາລະນາເບິ່ງແຫຼ່ງ
ທີ່ມາຂອງການລະບາດຂອງເຊື້ອ E.Coli ທີ່ເຮັດ ໃຫ້ມີ
ຜູ້ເສຍຊີວິດ 17 ຄົນແລ້ວສ່ວນໃຫຍ່ແມ່ນໃນເຢຍຣະມັນ.

ຣັດເຊຍກ່າວໃນວັນພະຫັດມື້ນີ້ວ່າ ຜັກທັງໝົດທີ່ໄດ້ນຳ
ເຂົ້າມາແຕ່ບັນດາປະເທດສະຫະພາບຢູໂຣບ ຈະຖືກຢຶດ.
ຫົວໜ້າອົງການຄຸ້ມຄອງຜູ້ບໍລິໂພກຣັດເຊຍທ່ານ Gen-
nady Onischenko ຮຽກຮ້ອງ​ໄປ​ຍັງ​ເພື່ອນ​ຮ່ວມ​ຊາດ
ຊາວຣັດເຊຍ ບໍ່​ໃຫ້ຊື້ຜັກທີ່ນຳເຂົ້າຈາກຕ່າງປະເທດເພື່ອ
ເຫັນແກ່ຜັກຕ່າງໆທີ່ປູກພາຍໃນປະເທດ.

ທ່ານເວົ້າວ່າ ການລະບາດຂອງເຊື້ອ E.Coli ສະແດງໃຫ້ເຫັນວ່າ ກົດໝາຍວ່າດ້ວຍສຸຂະ
ພາບຂອງຢູໂຣບບໍ່ໄດ້ຜົນ.

ນອກນັ້ນແລ້ວ ຍັງມີອີກປະມານ 1,500 ຄົນໄດ້ລົ້ມປ່ວຍຍ້ອນເຊື້ອ E.Coli ຊຶ່ງພວກເຄາະ
ຮ້າຍສ່ວນໃຫຍ່ແມ່ນອາໄສຢູ່ທີ່ປະເທດເຢຍຣະມັນ ຫຼືບໍ່​ກໍ​ໄດ້ເດີນທາງໄປຍັງປະເທດດັ່ງກ່າວ
ເມື່ອໄວໆມານີ້.

XS
SM
MD
LG