ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ມີການຊ່ອຍ ອົບພະຍົບ 7,000 ຄົນ ຢູ່ ທະເລເມດີແຕເຣນຽນ ໃນໄລຍະ 2 ມື້


ຮູບພາບທີ່ບໍ່ໄດ້ລະບຸ ວັນເວລາ ທີ່ນຳອອກເຜີຍແຜ່ໂດຍ ກອງທັບເຮືອອີຕາລີ ທີ່ທາງກອງທັບເຮືອ ໃຫ້ການຊ່ອຍເຫຼືອ ແກ່ພວກອົບພະຍົບ.
ຮູບພາບທີ່ບໍ່ໄດ້ລະບຸ ວັນເວລາ ທີ່ນຳອອກເຜີຍແຜ່ໂດຍ ກອງທັບເຮືອອີຕາລີ ທີ່ທາງກອງທັບເຮືອ ໃຫ້ການຊ່ອຍເຫຼືອ ແກ່ພວກອົບພະຍົບ.

ເຈົ້າໜ້າ​ທີ່​ອີ​ຕາ​ລີ​ກ່າວ​ວ່າ ມີ​ອົບ​ພະຍົບບໍ່​ຕ່ຳ​ກວ່າ 7,000 ຄົນ ​ໄດ້​ຖືກ​ຊ່ອຍ​ຊີວິດໄວ້​ຈາກ​ເຮືອ​ນ້ອຍ​ຈຳນວນ​ນຶ່ງ​ຢູ່​ໃນ​ທະ​ເລ​ເມ​ດີ​ແຕ​ເຣນຽນ​ໃນ​ໄລຍະ​ພຽງ 2 ມື້​ເທົ່າ​ນັ້ນ.

​ເຈົ້າໜ້າ​ທີ່​ກ່າວ​ວ່າ ມີ​ອົບ​ພະຍົບປະມານ 2,000 ຄົນ​ໄດ້​ຮັບ​ການ​ຊ່ອຍ​ເຫລືອ​ໃນ​ວັນ​ສຸກ​ວານ​ນີ້ ຫລັງ​ຈາກ​ໄດ້​ມີ​ການ​ຊ່ອຍ​ດຶງ​ເອົາ​ພວກ​ອົບ​ພະຍົບ 5,000 ຄົນຂຶ້ນມາ​ຈາກ​ທະ​ເລ ​ໃນ​ມື້ກ່ອນ.

ກຳ​ປັ່ນ​ຂອງ​ອີ​ຕາ​ລີ​ແລະ​ກຳ​ປັ່ນ​ອື່ນໆ ​ຂອງ​ອົງການ​ແພດ​ບໍ່​ມີ​ພົມ​ແດນໄດ້​ປະຕິບັດ​ງານ​ກູ້​ໄພ​ຫລາຍ​ກວ່າ 40 ຖ້ຽວ​ ​ເພື່ອໃຫ້ການ​ຊ່ອຍ​ເຫລືອ​ແກ່​ພວກ​ອົບ​ພະຍົບທີ່ ຢູ່​ໃນ​ເຮືອ​ຢາງແລະ​ເຮືອ​ນ້​ອຍອື່ນໆ.

ພວກ​ອົບ​ພະຍົບ ຊຶ່ງ​ເປັນ​ທີ່​ເຊື່ອ​ກັນ​ວ່າ ​ສ່ວນ​ໃຫຍ່​ແລ້ວມາ​ຈາກ​ປະ​ເທດ​ອາຣັບ​ແລະ​ບັນດາ​ປະ​ເທດ​ທີ່ຢູ່​ໃຕ້​ທະ​ເລ​ຊາຍ​ຊາ​ຮາຣາອື່ນໆ ພວມ​ຊອກ​ຫາ​ທາງ​ໄປ​ຢູ​ໂຣບ.

​ເຈົ້າໜ້າ​ທີ່​ກ່າວ​ວ່າ ການ​ຢຸດ​ຊະ​ງັກລົງ​ເປັນ​ເວລາ​ນຶ່ງ​ອາທິດ​ຫລັງຈາກ​ທີ່​ໄດ້​ເກີດ​ສະພາບ​ອາກາດ​ປັ່ນ​ປ່ວນອາດ​ເປັນ​ເຫດ​ພາ​ໃຫ້​ມີ​ການ​ພະຍາຍ​າມ​ເດີນທາງ​ຂ້າມທະ​ເລ​ເພີ້ມຂຶ້ນ ​ໃນຂະນະ​ທີ່​ພວກ​ລັກລອບ​ເລີ້ມການ​ປະຕິບັດ​ງານແບບ​ຜິດ​ກົດໝາຍ​ຂອງ​ພວກ​ເຂົາ​ເຈົ້າ ຄືນ​ອີກ.

ສ່ວນ​ໃຫຍ່​ຂອງ​ພວກ​ທີ່​ເດີນທາ​ງຂ້າມ ​ແມ່ນ​ເລີ້ມທີ່​ປະ​ເທດ​ລີ​ເບຍ ບ່ອນ​ທີ່​ກອງທັບ​ເຮືອ ກ່າວ​ວ່າ ​ເຂົາ​ເຈົ້າຈັບ​ພວກ​ອົ​ບພະຍົບ​ໄດ້​ຫລາຍ​ກວ່າ 1,000 ຄົນ​ໃນ​ເຂດ​ນ່ານນ້ຳຂອງ ​ລີເບຍ ​ໃນ​ວັນ​ພະຫັດ​ຜ່ານ​ມານີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG