ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມາລຕາ ອະນຸຍາດ ໃຫ້ກຳປັ່ນ ຄົນເຂົ້າເມືອງ ເຂົ້າຈອດ ຫຼັງຈາກ ລ່ອງລອຍ ຢູ່ໃນທະເລ ສີ່ມື້


ພວກຄົນເຂົ້າເມືອງ ທີ່ເຫັນຢູ່ໃນກຳປັ່ນ MV ອາກາຣິອັສ ໃນທະເລເມດີເຕີເຣນຽນ ວັນທີ 14 ສິງຫາ 2018.
ພວກຄົນເຂົ້າເມືອງ ທີ່ເຫັນຢູ່ໃນກຳປັ່ນ MV ອາກາຣິອັສ ໃນທະເລເມດີເຕີເຣນຽນ ວັນທີ 14 ສິງຫາ 2018.

ອົງການ​ສະຫະ​ປະຊາ​ຊາດ ​ໃນ​ວັນ​ພຸດ​ມື້​ນີ້ ​ໄດ້ສະແດງຄວາມ​ຍິນ​ດີ​ກັບ​ການ​ເຫັນ​ພ້ອມ​
ຂອງ​ມາລຕາ ​ເພື່ອອະນຸຍາດ​ໃຫ້ກຳ​ປັ່ນກູ້​ໄພ​ຢູ​ໂຣບທີ່​ນຳເອົາ​ຄົນ​ເຂົ້າ​ເມືອງ 141 ຄົນ
​ເຂົ້າ​ຈອດ​ຢູ່​ໃນ​ທ່າ​ເຮືອນຶ່ງ ຫຼັງ​ຈາກ​ກຳ​ປັ່ນ​ດັ່ງກ່າວ ​ໄດ້​ກາຍ​ມາ​ເປັນບັນຫາ ການ​ບໍ່​ລົງ​
ລອຍ​ເທື່ອຫ​ລ້າ​ສຸດ ຂອງ​ປະ​ເທດ​ຕ່າງໆ ກ່ຽວ​ກັບ​ວ່າຈະເຮັດ​ຢ່າງ​ໃດກັບພວກຄົນເຂົ້າ
ເມືອງ ​ທີ່​ໄດ້ຮັບການຊ່ວຍເຫຼືອ​ຢູ່​ທະເລ.

ອົງການ​ອົບພະ​ຍົບ​ສະຫະ​ປະຊາ​ຊາດ​ໄດ້​ຮຽກຮ້ອງ​ໃຫ້ຝຣັ່ງ ເຢຍຣະມັນ ລຸກ​ຊໍ​າ​ເບີ​ກ
ປອກຕຸຍ​ການ ສະ​ເປ​ນ ເຂົ້າ​ຮວມມາລ​ຕາ ​ໃນ​ການ​ຮັບ​ເອົາ​ພວກ​ຄົນ​ເຂົ້າ​ເມືອງ ​ເວລາ
​ໃດ​ທີ່​ເຂົາ​ເຈົ້າ​ໄປ​ເຖິງ​ແຄມ​ຝັ່ງ.

​ແຕ່​ວ່າ​ຫົວໜ້າ​ອົງການດັ່ງກ່າວ ທ່ານ​ຟິລິບ​ໂປ ກຣັງດີ ກ່າວ​ວ່າ​ສະຖານະ​ການ​ບໍ່​ຄວນ​ທີ່
​ຈະ​ເກີດ​ຂຶ້ນ​ເລີຍ ​ໂດຍ​ຮ້ອງ​ວ່າ “​ເປັນ​ອັນຕະລາຍ ​ແລະ​ບໍ່​ມີ​ສິນລະ​ທໍາ” ທີ່​ບັນດາ​ກຳ​ປ່ັນ
​ກູ້ໄພ​ປະປ່ອຍ​ບໍ່ຮັບເອົາຄົນຢູ່​ໃນ​ທະ​ເລ ​ໃນ​ຂະນະ​ທີ່​ລັດຖະບານ​ປະ ຕິບັດ​ຢ່າງ​ສຸດ​ຂີດ
​ຮັບເອົາຄວາມ​ຮັບຜິດຊອບ​ແຕ່ພຽງເລັກນ້ອຍ​ເທົ່າ​ທີ່​ເປັນ​ໄປ​ໄດ້.

ທ່ານແກຣນດີ ກ່າວ​ວ່າ “ມີ​ຄວາມ​ຕ້ອງການ​ດ່ວນ ​ເພື່ອ​ຫລີກ​ຈາກ​ການ​ປະຕິບັດ​ງານ​
ໃນ​ປັດຈຸບັນຂອງ​ການ​ຕົກຄ້າງ ​ແລະ​ຈັດ​ແຈງເຮືອ​ແຕ່​ລະ​ລໍາ ທີ່​ເຂົ້າ​ໄປ​ເຖິງ​ບ່ອນ​ທີ່​
ຈອດ​ສຳລັບພວກທີ່​ຖືກ​ກູ້​ໄພ​. ພຽງແຕ່​ການ​ບອກ​ໃຫ້​ຮູ້​ຢ່າງ​ຈະແຈ້ງ​ເຖິງ​ບັນ​ພາທ່າ
ເຮືອ​ທີ່​ປອດ​ໄພ ທີ່​ບັນດາ​ຄົນ​ຂັບ​ເຮືອ​ຮູ້ສຶກ​ໝັ້ນ​ໃຈ ​ເວລາ​ຕອບ​ຕໍ່​ການ​ຮ້ອງ​ຂໍ​ສຸ​ກ​ເສີນ
ທີ່​ເຂົາ​ເຈົ້າ​ສາມາດ​ຮ້ອງ​ຂໍໃຫ້​ປ່ອຍ​ພວກ​ໂດຍສານ ​ແລະ​ຈະ​ບໍ່​ກາຍ​ເປັນ​ສິ່ງ​ທີ່​ມີ​ການ
​ຕໍ່​ລອງ​ກັນ​ເປັນ​ເວລາດົນ​ນານ.

ຫຼັງ​ຈາກປະຕິ​ເສດໃນ​ຂັ້ນ​ຕົ້ນ​ເພື່ອ​ໃຫ້​ກຳ​ປັ່ນ ອາກາຣິອັສ ​ເຂົ້າ​ຈອດ ມາລຕາ​ໄດ້​ປ່ຽນ
ໃຈ ​ເວລາ​ຫ້າ​ປະ​ເທດ​ສະຫະ​ພາບຢູ​ໂຣບ​ເຫັນ​ພ້ອມ​ທີ່​ຈະ​ຮັບເອົາ​ພວກ​ຄົນ​ເຂົ້າ​ເມືອງ.
ມາລຕາ​ໄດ້​ຮ້ອງວ່າ “​ເປັນ​ໂຕ​ຢ່າງ​ທີ່​ໜັກ​ແໜ້ນ ​ຂອງ​ການ​ນຳພາ​ຢູ​ໂຣບ ​ແລະ​ຄວາມ​
ເປັນ​ນໍ້​ານຶ່ງ​ໃຈ​ດຽວ.”

ພວກ​ຄົນ​ເຂົ້າ​ເມືອງ​ຈະ​ໃຫ້ການ​ເປັນ​ອົບ​ພະ​ຍົບ​ຢູ່​ທົ່ວ​ຢູ​ໂຣບ ຮວມ​ທັງ 141 ຄົນ​ຈາກ
​ກຳ​ປັ່ນ​ອາກາຣິອັສ ​ແລະ 114 ຄົນ​ທີ່​ມາລຕາ​ໄດ້​ກູ້ໄພ​ໄວ້​ໃນ​ຢູ່​ໃນ​ທະ​ເລ​ເມ​ດີ​ເທີຣາ
ນຽນ ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ.

​ຝຣັ່ງ​ ຊຶ່ງ​ໄດ້​ເຫັນ​ພ້​ອມຮັບ​ເອົາຄົນ​ເຂົ້າ​ເມືອງ 60 ຄົນ ​ໄດ້​ຂອບໃຈ​ມາລຕາ “ຕໍ່​ຄວາມ
​ມີ​ມະນຸດສະທຳ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG