ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກຜູ້ນຳ ຢູໂຣບ ຫວັງວ່າ​ ຈະມີການປ່ຽນແປງ ທີ່ອົງການ​ເນ​ໂຕ


Europe’s Leaders Hope for Change of Direction as They Face Trump
please wait

No media source currently available

0:00 0:02:24 0:00

ພວກ​ຜູ້ນຳ​ຂອງ​ອົງການ​ເນ​ໂຕ ກຳລັງເດີນທາງ​ໄປ​ຍັງ​ນະຄອນຫຼວງ Brussels ​
ເພື່ອ​ກອງ​ປະຊຸມ​ສຸດຍອດ ໃນວັນທີ 25 ພຶສພາ ມື້ອື່ນນີ້ ທີ່​ຄາດ​ວ່າ ຈະ​ບັນລຸ
​ຂໍ້​ຕົກລົງ​ສຳຄັນ​ຫຼາຍ​ຢ່າງ. ຍ້ອນ​ການ​ໂຈມ​ຕີກໍ່​ການ​ຮ້າຍ​ຕໍ່​ອັງກິດໃນວັນຈັນ
ມື້ກ່ອນນີ້ ຈະ​ຄອບ​ງຳກອງປະຊຸມ​ດັ່ງກ່າວ ​ມັນ​ຈຶ່ງຈະມີການ​ເຫັນ​ພ້ອມນຳກັນ
ໂດຍໄວ ໃນຄວາມຈຳເປັນທີ່ຈະຫາທາງຕໍ່ສູ້ກັບລັດທິກໍ່ການຮ້າຍ ທັງ​ຢູ່ພາຍ
ໃນ​ປະ​ເທດ ​ແລະ​ຢູ່ນອກ​ປະ​ເທດເຊັ່ນຢູ່ອັຟກາ​ນິສຖານເປັນຕົ້ນ. ສ່ວນວ່າ
ຈະເຮັດວີທີໃດນັ້ນ ມັນເປັນ​ຄຳ​ຖາມແນວນຶ່ງ​ຕ່າງ​ຫາກ​. Luis Ramirez
ນັກ​ຂ່າວ VOA ພາກ​ພື້ນຢູ​ໂຣບ ມີລາຍ​ງານມາຈາກນະຄອນຫຼວງ Brussels
ຊຶ່ງ​ວັນນະ​ສອນ ຈະນຳ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ.

ສົງ​ຄາມໃນ​ອັຟກາ​ນິສຖານ ​ແມ່ນ​ນຶ່ງ​ເລື່ອງ​ສຳຄັນ ທີ່​ຈະ​ນຳ​ຂຶ້ນ​ມາ​ເປັນ​ຫົວ​ຂໍ້
ທີ່​ພວກ​ຜູ້ນຳ​ຢູ​ໂຣບ ຫວັງ​ວ່າ​ຈະ​ຮຽນຮູ້ນຳກັນ​ຕື່ມ​ອີກ ຕອນ​ທີ່​ພວກ​ເພິ່ນຈະ​ພົບ​
ປະກັບ ປະທານາທິບໍດີ​ສະຫະລັດ ທ່ານ​ດາ​ໂນ​ລ ທຣຳ. ຜູ້ນຳ​ສະຫະລັດທ່ານນີ້
ຕ້ອງການ​ຢາກຊຸກຍູ້​ເພີ່ມຕື່ມ​ຄວາມ​ພະຍາຍາມຂອງ ​ເນ​ໂຕ ​ໃນການ​ຕໍ່ສູ້​ສົງຄາມ
ດັ່ງກ່າວ.

​ແຕ່ວ່າ ນາຍົກລັດຖະມົນ​ເຢຍຣະມັນ ທ່ານ​ນາງ Angela Merkel ​ໄດ້​ສະ​ແດງ
ໃຫ້​ເຫັນ​ວ່າ ທ່ານ​ນາງ​ຍັງບໍ່ແນ່ໃຈກ່ຽວ​ກັບ​ເລື່ອງ​ນີ້ ​ແລະຢາກ​ລໍຖ້າໄປກ່ອນຈົນ
ກວ່າ ເນໂຕ ຈະໄດ້ສົນທະນາ​ຫາລື​ກັນ​ກ່ຽວ​ກັບ​ເລື່ອງ​ນີ້.

ທ່ານ​ນາງ Angela Merkel ກ່າວ​ວ່າ “ນອກນັ້ນ ພວກ​ເຮົາ ​ຍັງຈະໄດ້ປະສານ​
ງານຮ່ວມ​ກັບ​ປະມານ 20 ປະ​ເທດ ທີ່​ຍັງ​ເອົາຈິງເອົາຈັງ​ຢູ່. ຂ້າພະ​ເຈົ້າ​ຈະ​ລໍຖ້າ
​ການ​ຕັດສິນ​ໃຈດັ່ງກ່າວ. ຂ້າພະ​ເຈົ້າບໍ່​ຄິດ​ວ່າ ພວກ​ເຮົາ ​ຈະເປັນ​ຜູ້​ທຳ​ອິດ​ຢູ່ໃນ
ຖັນ​ແຖວ ເພື່ອ​ຂະຫຍາຍ ຄວາມສາມາດຂອງພວກເຮົາຢູ່ຫັ້ນ.”

ນອກຈາກ​ສົງຄາມ​ໃນ​ອັຟກາ​ນິສຖານ​ແລ້ວ ທ່ານ​ທຣຳ ​ຍັງໄດ້​ເຮັດ​ໃຫ້​ແຈ່ມ​ແຈ້ງວ່າ
ທ່ານ​ຢາກໃຫ້ ບັນດາ​ສະມາຊິກ​ເນ​ໂຕ ປະ​ກອບຢ່າງໜ້ອຍສຸດ​ຂອງ​ຕົນ​ແລະ​ຈ່າຍ​ຄ່າ
ທຳນຽມເທົ່າ​ກັບ 2 ​ເປີ​ເຊັນ ຂອງຜົນຜລິດ​ລວມຂອງຊາດ​ເຂົ້າ​ໃສ່​ການ​ປ້ອງ​ກັນ.
ພວກ​ຜູ້ນຳຢູ​ໂຣບຄາດ​ວ່າ​ ຢາກ​ໄດ້​ຍິນ​ການ​ຢືນຢັນ ທີ່​ວ່າ ການ​ຕໍ່ສູ້ ຕໍ່ຕ້ານ​ພວກ​ກໍ່
​ການ​ຮ້າຍ​ຂອງອົງການ​ເນ​ໂຕ ​ຈະ​ຂະຫຍາຍ​ອອກ​ໄປ​ກາຍເຂດ​ຢູ​ໂຣບ ​ແລະ​ຂ້າມ
ມະ​ຫາ​ສະຫມຸດ Atlantic.

ສ່ວນ Lord David Owen ອະດີດລັດຖະມົນຕີ​ອັງກິດ ກ່າວ​ວ່າ “ດຽວ​ນີ້ ມັນ​ເຖິງ
ເວລາ​ແລ້ວ ທີ່ໂລກຈະຊອກຫາຫົນທາງຮ່ວມກັນ. ຄວາມ​ຈິງ​ແລ້ວ, ​ມັນເປັນ​ວຽກ
ຂອງ​ໂລກທັງມວນ ​ແລະ ຂ້າພະ​ເຈົ້າ​ຄິດ​ວ່າ ​ມັນເປັນເຫດແລ້ວ ​ທີ່ຈະ​ຂະຫຍາຍ
​ການ​ຮັບມືກັບພວກ ໄອຊິສ. ຂ້າພະ​ເຈົ້າ​ຮູ້​ດີ ວ່າ ດຽວ​ນີ້ ມັນ​ເປັນ​ເລື່ອງ​ຂັດແຍ້ງກັນ ​
ແຕ່​ ຂ້າພະ​ເຈົ້າຄິດ​ວ່າ ຖ້າ​ມັນຈັດການ​ໃຫ້​ຖືກ​ວິທີ ຢ່າງ​ລະວັງ ພວກ​ເຮົາ ກໍຈະ​
ໄດ້​ເຫັນ​ວ່າອົງການ​ເນ​ໂຕ ຍອມ​ຮັບ​ວ່າ ມັນ​ຖືກຕ້ອງ​ແລ້ວ ​ທີ່​ຈະ​ມີ​ການ​ຂະຫຍາຍ​
ເພີ່ມ​ຂຶ້ນ​ຢູ່​ທີ່​ນັ້ນ ໃຫ້ເຈົ້າ​ໜ້າ​ທີ່​ຈາກ​ອີຣັກ ​ອອກ​ໄປຮັບ​ມື​ກັບ​ກຸ່ມ​ລັດ​ອິສລາມ ​
ແລະ​ຂ້າພະ​ເຈົ້າ​ຄິດ​ວ່າ ມັນ​ຈະ​ເປັນວິທີ​ທາງ​ທີ່​ດີກ​ວ່າ ໃນການໃຊ້ກຳລັງ​ຂອງ​
ສະຫະລັດ ໃນທົ່ວ​ໂລກ ພາຍ​ໃຕ້​ຂອບ​ເຂດຂອງ​ອົງການ​ເນ​ໂຕ.”


ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG