ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຫົວຊາດນິຍົມຢູໂຣບ ຢ້ຽມວັດຊິນໂຕ


ວັດ Yasukuni ຂອງສາສະໜາຊິນໂຕ ທີ່ກຸງໂຕກຽວ
ວັດ Yasukuni ຂອງສາສະໜາຊິນໂຕ ທີ່ກຸງໂຕກຽວ

ພວກນັກການເມືອງ ຫົວຊາດນິຍົມຂອງຢູໂຣບ ຮວມທັງ ທ່ານ Jean-Marie Le Pen ຈາກພັກແນວໂຮມ ແຫ່ງຊາດຂອງຝຣັ່ງ ແລະທ່ານ Adam Walker ບຸກຄົນໝາຍເລກ 2 ຂອງພັກແຫ່ງຊາດອັງກິດ ໄດ້ພາກັນໄປຢ້ຽມ ວັດແຫ່ງນຶ່ງ ຂອງສາສະໜາຊິນໂຕ ທີ່ເປັນບັນຫາຖົກຖຽງໂຕ້ແຍ້ງ ຢູ່ທີ່ກຸງໂຕກຽວ ໃນວັນເສົາມື້ນີ້ ນຶ່ງມື້ ກ່ອນວັນຄົບຮອບ ໃນການສິ້ນສຸດລົງ ຂອງສົງຄາມໂລກ ຄັ້ງທີ 2.

ພວກນັກການເມືອງ ຫົວຊາດນິຍົມ ໄດ້ພາກັນ ໄປຢ້ຽມ ຂຳນັບ ວັດ Yasukuni ໃນເຂດໃຈກາງ ກຸງໂຕກຽວ ອັນເປັນພາກສ່ວນນຶ່ງ ຂອງຫຼາຍໆພິທີ ທີ່ຈັດຂຶ້ນ ເພື່ອເປັນຂີດໝາຍ ໃນການຍອມຈຳນົນ ຂອງຍີ່ປຸ່ນ ທີ່ເຮັດໃຫ້ ສົງຄາມໂລກ ຄັ້ງທີ 2 ສິ້ນສຸດລົງນັ້ນ.

ວັດດັ່ງກ່າວນີ້ ໃຫ້ກຽດແກ່ຊາວຍີ່ປຸ່ນ ຈຳນວນ 2 ລ້ານ 5 ແສນຄົນ ທີ່ເສຍຊີວິດ ໃນລະຫວ່າງສົງຄາມໂລກ ຄັ້ງທີ 2 ຮວມທັງ ອາດຊະຍາກອນສົງຄາມ ທີ່ສຳຄັນ 14 ຄົນ. ມີການຖືກັນວ່າ ວັດນີ້ ເປັນສັນຍາລັກ ຂອງການຮຸກຮານ ໃນສະໄໝສົງຄາມ ຂອງຍີ່ປຸ່ນ.

ມີກຳນົດວ່າ ຊາວຍີ່ປຸ່ນຈຳນວນນຶ່ງ ຮວມທັງພວກນັກລົບເກົ່າ ພວກນັກການເມືອງ ແລະຄອບຄົວ ຂອງພວກທີ່ເສຍຊີວິດ ໃນປາງສົງຄາມໂລກ ຄັ້ງທີ 2 ຈະພາກັນໄປ ຢ້ຽມວັດດັ່ງກ່າວ ໃນວັນອາທິດມື້ອື່ນ ຊຶ່ງເປັນວັນຄົບຮອບ 65 ປີ ໃນການຍອມຈຳນົນ ຂອງຍີ່ປຸ່ນ.

XS
SM
MD
LG