ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ນຳຂອງກຣີສ ພົບປະກັບ ປະທານາທິບໍດີຝຣັ່ງ


ເຈົ້າໜ້າທີ່ຄະນະກຳມາທິການຢູໂຣບ ທ່ານ Matthias Mors (ກາງ) ແລະເຈົ້າໜ້າທີ່ອົງການກອງທຶນສາກົນ IMF (ຂວາ) ລຸນຫຼັງພົບປະກັບລັດຖະມົນຕີການເງິນຂອງກຣີສ ທ່ານ Evangelos Venizelos ທີ່ນະຄອນ ຫຼວງເອເທັນ (30 ກັນຍາ 2011)
ເຈົ້າໜ້າທີ່ຄະນະກຳມາທິການຢູໂຣບ ທ່ານ Matthias Mors (ກາງ) ແລະເຈົ້າໜ້າທີ່ອົງການກອງທຶນສາກົນ IMF (ຂວາ) ລຸນຫຼັງພົບປະກັບລັດຖະມົນຕີການເງິນຂອງກຣີສ ທ່ານ Evangelos Venizelos ທີ່ນະຄອນ ຫຼວງເອເທັນ (30 ກັນຍາ 2011)

ນາຍົກລັດຖະມົນຕີກຣີສທ່ານ George Papandreou ມີແຜນການທີ່ຈະພົບປະກັບປະທາ
ນາທິບໍດີຝຣັ່ງທ່ານ Nicolas Sarkozy ທີ່ກຸງປາຣີໃນວັນສຸກມື້ນີ້ເພື່ອເຈລະຈາຫາລືກ່ຽວກັບ ວິກິດການທາງດ້ານການເງິນຂອງກຣີສ.

ການພົບປະທີ່ວ່ານີ້ມີຂຶ້ນຂະນະທີ່ຜູ້ກວດສອບບັນຊີຈາກອົງການກອງທຶນສາກົນ IMF ທະນາ
ຄານກາງຂອງຢູໂຣບແລະສະຫະພາບຢູໂຣບກຳລັງຢູ່ທີ່ນະຄອນຫຼວງເອເທັນ ເພື່ອສຶກສາເບິ່ງ ການດຳເນີນຄວາມພະຍາຍາມຂອງກຣີສ ທີ່ຈະຫຼຸດຜ່ອນການເປັນໜີ້ສິນ ຈຳນວນມະຫາສານ
ລົງ. ຄະນະກວດກາທີ່ວ່ານີ້ ຈະສະເໜີແນະວ່າກຣີສ ຄວນຈະໄດ້ຮັບງວດຕໍ່ໄປຫຼືບໍ່ ຂອງເງິນ
ຊ່ອຍເຫຼືອມູນຄ່າ 159 ພັນລ້ານໂດລາ ທີ່ໄດ້ມີການອະນຸມັດໃນປີກາຍ.

ໃນວັນພະຫັດວານນີ້ສະມາຊິກສະພາຂອງເຢຍຣະມັນໄດ້ໃຫ້ການອະນຸມັດຕໍ່ຮ່າງກົດໝາຍສະ
ບັບນຶ່ງ ເພື່ອເພີ່ມຈຳນວນເງິນຊ່ອຍເຫຼືອຂອງຢູໂຣບຂຶ້ນເປັນ 593 ພັນລ້ານໂດລາເພື່ອຊ່ອຍ
ບັນດາປະເທດທີ່ໃຊ້ເງິນຢູໂຣທີ່ພວມປະສົບກັບບັນຫານັ້ນ.

ໂຕເລກ 593 ພັນລ້ານໂດລານີ້ ແມ່ນໄດ້ມີການຕົກລົງກັນ ໂດຍພວກຜູ້ນຳຂອງຢູໂຣບເມື່ອ
ສອງເດືອນກ່ອນ. ຟິນແລນ ໄດ້ໃຫ້ການອະນຸມັດ ຕໍ່ການເພີ່ມຂຶ້ນດັ່ງກ່າວໃນມື້ວັນພຸດແລ້ວ.
ສ່ວນອີກ 6 ປະເທດຍັງບໍ່ທັນໃຫ້ສັດຕະຍາບັນເທື່ອ.

XS
SM
MD
LG