ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ໄປຮ່ວມປະຊຸມ ປະເທດໃຊ້ເງິນຢູໂຣ


ລັດຖະມົນຕີກະຊວງການເງິນຂອງສະຫະລັດ ທ່ານ Timothy Geithner
ລັດຖະມົນຕີກະຊວງການເງິນຂອງສະຫະລັດ ທ່ານ Timothy Geithner

ລັດຖະມົນຕີກະຊວງການເງິນຂອງສະຫະລັດທ່ານ Timothy Geithner ກຳລັງຢູ່ທີ່ປະ
ເທດໂປແລນເພື່ອເຈລະຈາຫາລື ກັບບັນດາລັດຖະມົນຕີການເງິນຂອງຢູໂຣບທີ່ປະຊຸມກັນ
ກ່ຽວກັບວິກິດການໜີ້ສິນຂອງບັນດາປະເທດທີ່ໃຊ້ເງິນຢູໂຣ.

ພວກນັກວິເຄາະກ່າວວ່າ ການມີໜ້າແບບບໍ່ຄ່ອຍເຫັນກັນ ຂອງທ່ານ Geithner ໃນ
ກອງປະຊຸມຂອງຢູໂຣບນັ້ນ ແມ່ນຮ່ອງຮອຍທີ່ສະແດງໃຫ້ເຫັນເຖິງການມີຄວາມວິຕົກ ກັງວົນເພີ່ມຂຶ້ນຂອງສະຫະລັດກ່ຽວກັບຜົນກະທົບຈາກວິກິດການໜີ້ສິນຂອງປະເທດທີ່
ໃຊ້ເງິນຢູໂຣທີ່ມີຕໍ່ໂລກ.

ບັນດາທະນາຄານກາງທີ່ສຳຄັນຂອງໂລກໄດ້ຕົກລົງກັນໃນວັນພະຫັດວານນີ້ທີ່ຈະໃຫ້ເງິນ
ກູ້ຢືມເພີ່ມຕື່ມ ແກ່ທະນາຄານພານິດຂອງຢູໂຣບ ທີ່ໄດ້ປະສົບກັບບັນຫາຍຸ່ງຍາກເພີ່ມຂຶ້ນ
ໃນການກູ້ຢືມເງິນ ຍ້ອນຕົກຢູ່ໃນສະພາບ ທີ່ໄດ້ຮັບຜົນກະທົບຈາກການເປັນໜີ້ສິນຂອງ
ລັດຖະບານຢູໂຣບນັ້ນ.

ທະນາຄານກາງຂອງຢູໂຣບກ່າວວ່າ ຕົນຈະໃຫ້ການກູ້ຢືມເປັນເງິນໂດລາ ເປັນເວລາ 3
ເດືອນແກ່ທະນາຄານຕ່າງໆຂອງບັນດາປະເທດທີ່ໃຊ້ເງິນຢູໂຣ ໃນການປະສານງານກັນ ກັບທະນາຄານກາງຂອງສະຫະລັດ ທະນານກາງຂອງອັງກິດ ທະນາຄານກາງຂອງຍີ່ປຸ່ນ ແລະທະນາຄານແຫ່ງຊາດຂອງສວິສເຊີແລນ. ທະນາຄານກາງຂອງຢູໂຣບ ກ່າວຕື່ມວ່າ ເງິນກູ້ຢືມເຫຼົ່ານີ້ຈະເອື້ອອຳນວຍໃຫ້ທະນາຄານຕ່າງໆມີເງິນໂດລາສຳຮອງຫຼາຍເທົ່າທີ່ຕົນ
ຕ້ອງການ ໄປຈົນຮອດທ້າຍປີນີ້.

ການປະກາດທີ່ວ່ານີ້ ເຮັດໃຫ້ຮຸ້ນຂອງທະນາຄານໃນຢູໂຣບ ແລະຮຸ້ນທີ່ສຳຄັນຕ່າງໆຂອງ
ຢູໂຣບ ມີລາຄາສູງຂຶ້ນ.

XS
SM
MD
LG